ເຮືອນ General ເປີດງານລ້ຽງຕ້ອນຮັບນັກທ່ອງທ່ຽວຈີນ 1.000 ຄົນ​ຢ່​າງ​ຍິ່ງ​ໃຫຍ່

ເປີດງານລ້ຽງຕ້ອນຮັບນັກທ່ອງທ່ຽວຈີນ 1.000 ຄົນ​ຢ່​າງ​ຍິ່ງ​ໃຫຍ່

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ທີ່ນະຄອນຫລວງວຽງຈັນ ໄດ້ຈັດງານລ້ຽງຕ້ອນຮັບຄະນະນັກທ່ອງທ່ຽວ ສປ ຈີນ 1.000 ຄົນ ຢ່າງຄຶກຄື້ນ ໃນໂອກາດການເຄື່ອນໄຫວຢູ່ ສປປ ລາວ ລະຫວ່າງວັນທີ 6-9 ເມສາ 2019 ໃນໂອກາດປີທ່ອງທ່ຽວລາວ-ຈີນ 2019.

ງານລ້ຽງໃນຄໍ່າຄືນນີ້ ກໍແມ່ນກິດຈະກຳໜຶ່ງທີ່ປະກອບສ່ວນເຂົ້າໃນວຽກງານໂຄສະນາສົ່ງເສີມປີທ່ອງທ່ຽວລາວ-ຈີນ 2019 ເພື່ອເຮັດໃຫ້ປະຊາຊົນສອງຊາດ ລາວ-ຈີນ ໄດ້ຮັບຮູ້ຊຶ່ງກັນ ແລະ ກັນກວ້າງຂວາງຍິ່ງຂື້ນ ໂດຍຜ່ານການສະແດງສິລະປະວັດທະນະທຳ ແລະ ຮີດຄອງປະເພນີ​ຂອງ​​ລາວ ທີ່ເປັນເອກະລັກອັນດີງາມຂອງປະຊາຊົນລາວບັນດາເຜົ່າ.

ໃນປີ 2017, ມີນັກທ່ອງທ່ຽວຈີນທີ່ໄດ້ເຂົ້າມາທ່ຽວລາວ ຈຳນວນ 639.183 ເທື່ອຄົນ, ໃນປີ 2018 ເພີ່ມຂື້ນເປັນ 799.929 ເທື່ອຄົນ, ຊຶ່ງເພີ່ມຂື້ນ 25%. ພິເສດໃນປີ 2019 ນີ້, ໃນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ-ຈີນນີ້ ຜູ້ນໍາສອງປະເທດ ລາວ-ຈີນ ມີຄວາມມຸ້ງຫວັງວ່າຈະໄດ້ຕ້ອນຮັບນັກທ່ອງທ່ຽວຊາວຈີນໃນຈຳນວນຫລວງຫລາຍເຂົ້າມາທ່ຽວລາວເພີ່ມຂື້ນ ແລະ ພ້ອມກັນນັ້ນ ກໍໃຫ້ນັກທ່ອງທ່ຽວລາວເຮົາໄດ້ມີໂອກາດໄປທ່ອງທ່ຽວຈີນຫລາຍຂື້ນເຊັ່ນກັນ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ປັດຈຸບັນນີ້, ລັດຖະບານ ສປປ ລາວ ກໍໄດ້ຫລຸດຄ່າວິຊາທ່ອງທ່ຽວ ໃຫ້ພົນລະເມືອງຊາວຈີນ ຈາກ 20 ໂດລາສະຫະລັດ ມາເປັນ 10 ໂດລາສະຫະລັດຕໍ່ຄົນ

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງບັນດານັກທ່ອງທ່ຽວຈາກ ສປ ຈີນ ທີ່ມາຢ້ຽມຢາມ ສປປ ລາວ ຊຸດທຳອິດ.

ທ່ານ ບໍ່ແສງຄຳ ວົງດາລາ ຍັງໄດ້ກ່າວເຊີນຊວນບັນດານັກທ່ອງທ່ຽວ ຈາກ ສປ ຈີນ ຢ້ຽມຊົມສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ທີ່ ສປປ ລາວ ຕາມອັດທະຍາໄສ ຊຶ່ງໄດ້ມີຫລາກຫລາຍກິດຈະກຳ ແລະ ບັນດາຜະລິດຕະພັນການທ່ອງທ່ຽວ ທີ່ໜ້າສົນໃຈໄວ້ຄອຍຕ້ອນຮັບດ້ວຍນໍ້າໃຈຮັກຫອມແຂກຄົນຂອງປະຊາຊົນລາວບັນດາເຜົ່າ.

ບໍ່​ມີ​ຄໍາ​ເຫັນ

Exit mobile version