ເຮືອນ Entertainment Miss Crystal Angel International 2019 ມອບທຶນການສຶກສາ-ອຸປະກອນການຮຽນໃຫ້ນ້ອງໆ ທີ່ບ້ານເກີດຕົນເອງ

Miss Crystal Angel International 2019 ມອບທຶນການສຶກສາ-ອຸປະກອນການຮຽນໃຫ້ນ້ອງໆ ທີ່ບ້ານເກີດຕົນເອງ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ລັດດາພອນ ພົມສຸວັນ ເປັນນາງງາມຄົນທໍາອິດທີ່ສ້າງປະຫວັດສາດໃຫ້ກັບປະເທດລາວ ແລະ ວົງການນາງາມລາວ ໃນການຄວ້າມົງກຸດຈາກເວທີນາງງາມລະດັບໂລກ ຢ່າງເວທີ Miss Crystal Angel International 2019.

ເປັນເວທີຕ້ານ ແລະ ສະກັດກັດຄວາມຮຸນແຮງແມ່ຍິງ ແລະ ເດັກນ້ອຍ ທີ່ຈັດຂຶ້ນປະເທດມຽນມາໃນປີ 2019 ທີ່ຜ່ານມາ.

ຫຼັງຈາກທີ່ ລັດດາພອນ ພົມສຸວັນ ໄດ້ຮັບຕໍາແໜ່ງ ກໍໄດ້ປະຕິບັດໜ້າທີ່ນາງງາມ ໃນງານສໍາຄັນຕ່າງໆ ລວມທັງຊ່ວຍເຫຼືອເດັກນ້ອຍ ແລະ ຜູ້ດ້ອຍໂອກາດຕະຫຼອດມາ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຊິ່ງຫຼ້າສຸດ ໃນວັນທີ 2 ມີນາ 2020 ລັດດາພອນ ພົມສຸວັນ ໄດ້ມີໂອກາດໄປຢ້ຽມຍາມບ້ານແມ່ ທີ່ກາສີ ແຂວງ ວຽງຈັນ ຈຶ່ງຖືໂອກາດນີ້ມອບທຶນການສຶກສາ, ອຸປະກອນການຮຽນໃຫ້ເດັກນ້ອຍ ທີ່ຢູ່ເຂດຫ່າງໄກ.

ໂດຍໄດ້ໂພສຜ່ານ Facebook ສ່ວນຕົວວ່າ “ມີໂອກາດໄດ້ໄປຢ້ຽມຢາມບ້ານແມ່ ເລີຍຖືວາລະໂອກາດນີ້ໄປມອບທຶນການສຶກສາ, ອຸປະກອນການຮຽນ ແລະ ອຸປະກອນກິລາໃຫ້ແກ່ ໂຮງຮຽນ ປະຖົມບ້ານໂພນໝີ ເມືອງກາສີ ແຂວງວຽງຈັນ♥️

ແຫຼ່ງຂໍ້ມູນ: ວາລະສານຂວັນໃຈ

ບໍ່​ມີ​ຄໍາ​ເຫັນ

Exit mobile version