ເຮືອນ News Creator ຂອງ Facebook ບໍ່ເສຍຄ່າທຳນຽມ ພ້ອມໃຫ້ Creator ມີໂອກາດສ້າງລາຍໄດ້ເພີ່ມຂຶ້ນ

Creator ຂອງ Facebook ບໍ່ເສຍຄ່າທຳນຽມ ພ້ອມໃຫ້ Creator ມີໂອກາດສ້າງລາຍໄດ້ເພີ່ມຂຶ້ນ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ການສະໝັກສະມາຊິກ ແມ່ນການສະໜັບສະໜູນ Creator ເຊິ່ງໄດ້ເປີດໂຕມາແຕ່ ເດືອນມິຖຸນາ 2020 ຜູ້ສະໜັບສະໜູນຈະເປັນຜູ້ຊຳລະເງິນລາຍເດືອນໃຫ້ກັບ Creator ເຊິ່ງຈະຊ່ວຍໃຫ້ເປັນຜູ້ສະໜັບສະໜູນລາຍໃຫຍ່ທີ່ສຸດ, ນອກຈາກນີ້ Creator ຍັງສາມາດເລືອກໃຫ້ສິດຜົນປະໂຫຍດ ແລະສ່ວນຫຼຸດຕ່າງໆ ເພີ່ມເຕີມແບບສະເພາະເຈາະຈົງໃຫ້ກັບສະມາຊິກໄດ້

ເມື່ອບໍ່ດົນມານີ້ Mark Zuckerberg ໄດ້ໃຫ້ຮູ້ວ່າ:  Facebook ກຽມເປີດໂອກາດໃຫ້ກັບບັນດາ Creator ສ້າງລາຍໄດ້ໃຫ້ຫຼາຍຂຶ້ນ, ເຊິ່ງຄ່າທຳນຽມ 30% ທີ່ Apple ເກັບກັບບັນດາ Creator ເຮັດໃຫ້ສູນເສຍລາຍໄດ້, Facebook ເຫັນແນວນັ້ນກໍ່ໄດ້ປະກາດຈະອັບເດດຜະລິດຕະພັນສະໝັກສະມາຊິກ ເພື່ອສ້າງໂອກາດໃຫ້ Creator ສ້າງລາຍໄດ້ຫຼາຍຂຶ້ນ ເຊິ່ງໃນການອັບເດດຜະລິດຕະພັນສະໝັກສະມາຊິກ ຈະມີລິ້ງໂປໂມຊັ້ນທີ່ຈະເຮັດໃຫ້ Creator ມີລາຍໄດ້ເຂົ້າຖົງໂຕເອງຫຼາຍຂຶ້ນ

Creator ສາມາດໂປໂໝດລະບົບ ຜູ້ສະໜັບສະໜູນ ໃນໜ້າໂປໄຟຮຂອງໂຕເອງ ແລະໃຊ້ລະບົບຊຳລະເງິນ Facebook Pay ໄດ້ໂດຍບໍ່ເສຍຄ່າທຳນຽມ, ນອກຈາກນີ້ Facebook ຍັງຈ່າຍໂບນັດໃຫ້ກັບ Creator ຖ້າມີຄົນຕິດຕາມເພີ່ມ ເຊິ່ງນະໂຍບາຍບໍ່ເກັບຄ່າທຳນຽມແມ່ນຈພງະດຳເນີນໄປເຖິງປີ 2023

ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຊິ່ງປັດຈຸບັນ ສປປ ລາວ ຍັງຕ້ອງໄດ້ຮັບຄຳເຊີນຈາກ Facebook ກ່ອນຈຶ່ງຈະມີຟີເຈີ ໃຫ້ເປີດຮັບລາຍໄດ້ຈາກຜູ້ສະໜັບສະໜູນ

ບໍ່​ມີ​ຄໍາ​ເຫັນ

Exit mobile version