Wednesday, July 9, 2025
Kbank Laos โอน รับ จ่าย

ລວມມາໃຫ້ແລ້ວ! ເວັບໄຊສ້າງໂລໂກ້ຟຣີ ງ່າຍໆ.

ໃນຍຸກດິຈິຕອນ ມັນເປັນສິ່ງສໍາຄັນທີ່ຈະມີໂລໂກ້ທີ່ສວຍງາມ ແລະ ໂດດເດັ່ນ ເປັນສິ່ງສໍາຄັນຫຼາຍສໍາລັບທຸລະກິດ ແລະ ຜະລິດຕະພັນ, ແຕ່ຖ້າເຮົາຢາກໄດ້ໂລໂກ້ ແລະ ຈ້າງຜູ້ອອກແບບໂລໂກ້ມືອາຊີບ ອາດຈະມີຄ່າໃຊ້ຈ່າຍສູງ ມື້ນີ້ພວກເຮົາເລີຍມາແນະນຳເວັບໄຊທີ່ສ້າງໂລໂກ້ຟຣີ ງ່າຍ​ທີ່​ຈະ​ນໍາ​ໃຊ້ ບໍ່ຕ້ອງເສຍເງິນຈັກກີບ.

1. Hatchful

ເປັນເວັບໄຊທີ່ງ່າຍຕໍ່ການໃຊ້ງານ ມີຫລາຍແບບໂລໂກ້ໃຫ້ເລືອກ ທ່ານສາມາດປັບແຕ່ງສີ, ຕົວອັກສອນ, ແລະໄອຄອນຕາມຄວາມຕ້ອງການ.

2. Looka

ເປັນເວັບໄຊຍອດນິຍົມທີ່ມີເຄື່ອງເຮັດໂລໂກ້ທີ່ດີ, ງ່າຍຕໍ່ການນໍາໃຊ້, ແລະມີຫຼາຍແມ່ແບບໃຫ້ເລືອກ ພຽງແຕ່ເຮົາໃສ່ຊື່ທີ່ຕ້ອງການ.

3. logomaster.ai

ສ້າງງາຍໆໂລໂກ້ງ່າຍ ພຽງແຕ່ເລືອກຕາມຂັ້ນຍຕອນຕ່າງໆ ວ່າເປັນທຸລະກິດປະເພດໃດ, ຢາກໄດ້ຮູບແບບໃດ, ເລືອກສີ, ຊື່ ຈາກນັ້ນກໍໃຫ້ເວັບໄຊສ້າງໂລໂກ້ໃຫ້ເຮົາ.

4. BrandCrowd

ເວັບນີ້ພຽງແຕ່ເຮົາໃສ່ຊື່ ແລະ keyword ມັນຈະຂຶ້ນໂລໂກ້ໃຫ້ເລືອກໂຫຼດມາໃຊ້ງານໄດ້ເລີຍ.

5. Hatchful

ສຳລັບເວັບໄຊນີ້ຈະໃຫ້ເຮົາເລືອກຕາມຂັ້ນຍຕອນຕ່າງໆ ວ່າເປັນທຸລະກິດປະເພດໃດ, ຮູບແບບ, ປະເພດ, ຊື່ ຈາກນັ້ນກໍໃຫ້ເວັບໄຊສ້າງໂລໂກ້ໃຫ້ເຮົາ ແລະ ເຮົາສາມາດເລືອກເພື່ອແກ້ໄຂຕື່ມໄດ້.

ຂໍ້ໄດ້ປຽບຂອງການນໍາໃຊ້ເວັບໄຊຜູ້ຜະລິດໂລໂກ້ຟຣີແມ່ນ ປະຢັດເງິນ, ຄວາມງ່າຍຂອງການນໍາໃຊ້, ໄວ​ແລະ​ງ່າຍ​ ແລະ ມີຫຼາຍທາງເລືອກ ສາມາດປັບແຕ່ງຕາມຄວາມຕ້ອງການ. ສຳລັບຂໍ້ເສຍຂອງການນໍາໃຊ້ເວັບໄຊຜູ້ຜະລິດໂລໂກ້ຟຣີແມ່ນ ໂລໂກ້ທີ່ອອກມາອາດຈະບໍ່ເປັນມືອາຊີບ, ທາງເລືອກການປັບແຕ່ງທີ່ຈໍາກັດ, ໂລໂກ້ອາດຈະຖືກລິຂະສິດ ສະນັ້ນຄວນກວດເບິ່ງດີໆກ່ອນທີ່ຈະນໍາໄປໃຊ້.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.