Vietjet ມອບໂປໂມຊັ່ນ Friday Sale ມອບປີ້ຍົນລາຄາປະຢັດໄປຫວຽດນາມ ແລະ ອີກຫຼາຍປະເທດຕະຫຼອດປີ

(ນະຄອນຫຼວງວຽງຈັນ, ວັນທີ 28 ມີນາ 2024) – Vietjet ມີຄວາມຕື່ນເຕັ້ນ ທີ່ຈະໄດ້ມອບໂປຣໂມຊັ່ນປີ້ຍົນຕ່າງປະເທດໃນທຸກໆວັນສຸກ! ປີນີ້ເປັນໂອ​ກາດ​ທີ່​ດີສໍາ​ລັບ​ນັກທ່ອງທ່ຽວຈາກ​ທົ່ວ​ໂລກ ​ໃນ​ການ​ເດີນ​ທາງຕາມທີ່​ຝັນ ​ດ້ວຍ​ລາ​ຄາ​ສ່ວນ​ຫຼຸດ​ສຸດພິ​ເສດ​.

​ທ່ານສາມາດ​ຈອງ​ປີ້​ຍົນ​ຕ່າງ​ປະ​ເທດ​ ດ້ວຍ​ລາຄາເລີ່​ມຕົ້ນ​ພຽງ 0 ໂດລາເທົ່ານັ້ນ (ບໍ່​ລວມພາສີ ​ແລະ ຄ່າ​ທຳນຽມ) ຕັ້ງແຕ່ມື້ນີ້​ຮອດ​ວັນ​ທີ 31 ທັນວາ 2024 ທີ່ www.vietjetair.com ຫຼື ຜ່ານ​ແອັບ​ມື​ຖື Vietjet Air. ໂປຣໂມຊັ່ນນີ້ໃຊ້ໄດ້ກັບທຸກຖ້ຽວບິນຕ່າງປະເທດ ລວມທັງຖ້ຽວບິນນະຄອນຫຼວງວຽງຈັນ-ໂຮ່ຈິມິນ ແລະ ຖ້ຽວບິນລະຫວ່າງຫວຽດນາມ ແລະ ອົດສະຕາລີ, ອິນເດຍ, ຍີ່ປຸ່ນ, ເກົາຫຼີໃຕ້, ຈີນ, ຮົງກົງ, ໄຕ້ຫວັນ ແລະ ອາຊີຕາເວັນອອກສຽງໃຕ້ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 31 ທັນວາ 2024 (ຍົກເວັ້ນວັນພັກ, ລະດູການທ່ອງທ່ຽວ).

Vietjet ​ນໍາທຸກໆ​ຈຸດໝາຍ​ປາຍທາງ​ມາໃຫ້ໃກ້​ນັກ​ທ່ອງ​ທ່ຽວ ​ໂດຍ​ສະ​ເພາະ​ນັກທ່ອງທ່ຽວຈາກລາວ​ປະ​ເທດ​ທີ່​ບໍ່​ມີ​ຊາຍແດນຕິດກັບ​ທະ​ເລ. Vietjet ໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ມອບໂອກາດໃຫ້ນັກທ່ອງທ່ຽວຈາກປະເທດລາວ ສາມາດເພີດເພີນກັບແຫຼ່ງທ່ອງທ່ຽວທີ່ໜ້າຕື່ນຕາຕື່ນໃຈ ດ້ວຍຖ້ຽວບິນທີ່ສະດວກສະບາຍໃນລາຄາປະຢັດ. ດ້ວຍຖ້ຽວບິນທີ່ເຊື່ອມຕໍ່ນະຄອນໂຮ່ຈີມິນກັບຈຸດໝາຍປາຍທາງອື່ນໆ, ບໍ່ວ່າຈະເປັນຫາດຊາຍທີ່ສວຍງາມຢູ່ ຝູກວັກ, ດານັງ, ຍາຈາງ, ບາຫຼີ, ພູເກັດ ແລະ ອື່ນໆ. ອົດສະຕາລີ ໃນລະດູໃບໄມ້ຫຼົ່ນເຊັ່ນ:Sydney, Melbourne, Brisbane ຫຼື ເພີດເພີນໄປກັບການເດີນທາງໃນ  Tokyo, Osaka, Seoul, Busan, Shanghai, Chengdu, Seam Reap ແລະ ອື່ນໆ ຫຼື ເພີດເພີນກັບງານເທດສະການຕ່າງໆໃນປະເທດອິນເດຍ ແລະ ອື່ນໆ Vietjet ກໍມອບໃຫ້ທ່ານໄດ້!

ເລີ່ມການເດີນທາງຂອງທ່ານ ແລະ ຮ່ວມສະເຫຼີມສະຫຼອງເທດສະການທົ່ວໂລກດ້ວຍໂປຣໂມຊັ່ນທີ່ໜ້າສົນໃຈຈາກພວກເຮົາ. ສຳຜັດປະສົບການ ການເດີນທາງໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ, ບໍລິການດ້ວຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ຊີມລົດຊາດອາຫານຫວຽດນາມແຊບໆບໍ່ວ່າຂະເປັນ ເຝີ ແລະ ເຂົ້າຈີ່ຫວຽດນາມ.

ເພື່ອຄວາມສະດວກສະບາຍໃນການເດີນທາງຂອງທ່ານ, Vietjet  ມອບປະກັນໄພ SkyCare ໃຫ້ກັບຜູ້ໂດຍສານທັງໝົດ. ສະເພາະສະມາຊິກຂອງຂອງ Vietjet SkyJoy ຈະໄດ້ຮັບສິດທິປະໂຫຍດເພີ່ມເຕີມເຊັ່ນ: ອາຫານ, ເຄື່ອງດື່ມ ແລະອື່ນໆ.

ຢ່າພາດໂອກາດດີໆແບບນີ້!ທ່ອງທ່ຽວທົ່ວໂລກກັບ Vietjet ດ້ວຍໂປຣໂມຊັ່ນ “Real deal” ແລະ ເພີດເພີນກັບປະສົບການທີ່ໜ້າຈົດຈຳໄດ້ຕັ້ງແຕ່ມື້ນີ້.

ຂໍ້ມູນເພີ່່ມຕື່່ມ www.vietjetair.com

ສຳລັບຜູ້ປະສານງານດ້ານສື່ຕິດຕໍ່:

Bigblue Agency Laos

ໂທ: +85620 78911848 (Lath)

ຫຼື

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

ໂທ: +84 932 775 066

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...