ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ.

Galaxy Tab S12 Ultra ແລະ Tab S12+ ໂດດເດັ່ນດ້ວຍໜ້າຈໍຂະໜາດໃຫຍ່ ແລະ S Pen ທີ່ອອກແບບໃຫ້ເໝາະສົມກັບການຈົດບັນທຶກ, ແກ້ໄຂວຽກຕ່າງໆຢ່າງສະດວກ ແລະ ຖືກຕ້ອງ, ພ້ອມເຂົ້າເຖິງແອັບພລິເຄຊັນລະດັບມືອາຊີບ ແລະອຸປະກອນເສີມທີ່ຫຼາກຫຼາຍ.

ການອອກແບບທີ່ພຮີມ້ຽມ

ດ້ວຍຄວາມບາງພຽງ 5.1 ມມ. Galaxy Tab S12 Ultra ເປັນ Galaxy Tab ທີ່ບາງທີ່ສຸດຂອງຊຳຊຸງ ມາພ້ອມແບັດເຕີຣີທີ່ ຮອງຮັບການໃຊ້ງານຍາວນານ ໄດ້ສູງສຸດ 23 ຊົ່ວໂມງ ໂດຍການສາກເຕັມໜຶ່ງຮອບ ແລະ Galaxy Tab S12+ ໄດ້ສູງສຸດ 21 ຊົ່ວໂມງ ເໝາະກັບການໃຊ້ງານຕໍ່ເນື່ອງຕະຫຼອດມື້.

ຂັບເຄື່ອນດ້ວຍຊິບເຊັດປະມວນຜົນຂະໜາດ 3 mn ຮອງຮັບວຽກທີ່ຕ້ອງການປະສິດທິພາບສູງ ບໍ່ວ່າຈະເປັນການປະມວນຜົນໄຟລ໌ໜັກໆ, ວຽກສ້າງສັນ ຫຼື ຮຽນອອນລາຍໄປພ້ອມກັບຈົດບັນທຶກ ແລະ ໃຊ້ AI ຊ່ວຍອະທິບາຍຂໍ້ມູນກໍເຮັດໄດ້ຢ່າງລື່ນໄຫຼ່ ບໍ່ມີສະດຸດ.

ມາພ້ອມກັບ ລະບົບລະບາຍຄວາມຮ້ອນ 3D Vapor Chamber ອອກພິເສດ ຊ່ວຍຮັກສາການເຮັດວຽກໃຫ້ສະຖຽນ ແລະ ຍັງມີມາດຖານການປ້ອງກັນນ້ຳ ແລະຝຸ່ນ ລະດັບ IP68.

ທັງສອງລຸ້ນໃຊ້ໜ້າຈໍ Dynamic AMOLED 2X ທີ່ມີຄວາມສະຫວ່າງສູງສຸດ 1,600 nits ພ້ອມຂອບຈໍທີ່ບາງລົງກວ່າລຸ້ນກ່ອນ ໂດຍ Galaxy Tab S12 Ultra ມີໜ້າຈໍຂະໜາດໃຫຍ່ 14.6 ນິ້ວ ແລະ Tab S12+ ມີໜ້າຈໍຂະໜາດ 12.6 ນິ້ວ ເຮັດໃຫ້ມີພື້ນທີ່ສຳລັບການຮຽນຮູ້ເນື້ອຫາທີ່ຊັບຊ້ອນ ແລະ ການເຮັດວຽກກັບຄອນເທັນຫຼາຍຮູບແບບ.

ຍົກລະດັບການເຮັດວຽກແບບມືອາຊີບ ແລະ ເປັນທຳມະຊາດຫຼາຍຂຶ້ນ

ດ້ວຍ Android 17, One UI 9 ແລະ Galaxy AI ລຸ້ນຫຼ້າສຸດ ພ້ອມຟີເຈີ Multi Window ທີ່ແບ່ງພື້ນທີ່ໃຊ້ວຽກງານໜ້າຈໍໄດ້ສູງສຸດ 3 ສ່ວນ ເຮັດໃຫ້ຜູ້ໃຊ້ສາມາດຈົດບັນທຶກໃນ Samsung Notes ຂະນະເປີດບົດຮຽນ ແລະໃຊ້ຜູ້ຊ່ວຍ AI ໄປພ້ອມກັນ. ເມື່ອພົບປະເດັນສຳຄັນ ສາມາດໃຊ້ S Pen ຈົດເພີ່ມໄດ້ທັນທີ ສ່ວນ Note Assist ຈະຊ່ວຍສະຫຼຸບເນື້ອຫາທີ່ຈົດໄວ້ປະຫຍັດເວລາຂຶ້ນຫຼາຍ.

ສຳລັບຜູ້ທີ່ຕ້ອງການ workstation ທີ່ເປັນລະບົບຫຼາຍຂຶ້ນ ສາມາດໃຊ້ງານນຳແປ້ນພິມ ເຊິ່ງມີປຸ່ມ Galaxy AI ສຳລັບຮຽກໃຊ້ຜູ້ຊ່ວຍ AI ໄດ້ທັນທີ, ພິມໄດ້ສະດວກຂຶ້ນ ພ້ອມດຽວກັນນັ້ນຍັງສາມາດເປີດໄດ້ຫຼາຍໆໜ້າຕ່າງ ປານຍົກຄອມພິວເຕີມາໄວ້ໃນເຄື່ອງນີ້.

ສຳລັບຜູ້ໃຊ້ Galaxy Tab S12 Series ສາມາດໃຊ້ Google AI Pro ຟຣີ 6 ເດືອນ ທັງ Gemini ແລະ Gemini Notebook,

Adobe Photoshop ເຊິ່ງຖືກຕິດຕັ້ງມາໃຫ້ແລ້ວໃນເຄື່ອງເປັນຄັ້ງທຳອິດ ຟຣີ 4 ເດຶອນ. ນອກຈາກນີ້ຍັງສາມາດໃຊ້ Notability, Goodnotes, LumaFusion, Notion ແລະ Clip Studio Paint ເຊິ່ງຄອບຄຸມຕັ້ງແຕ່ການຈົດ ແລະຈັດລະບຽບເນື້ອຫາ, ການຮຽນຮູ້, ການຕັດຕໍ່ວິດີໂອ, ການວາງແຜນວຽກ ໄປຈົນເຖິງການແຕ້ມຮູບດິຈິຕອນ.

ພິເສດ!!! ສຳລັບຜູ້ຊື້ Galaxy Tab S12 Series ທຸກລຸ້ນ ລະຫວ່າງ ວັນທີ 7-31 ຕຸລາ 2026 ຮັບໂປໂມຊັນພິເສດ ຮັບຟຣີ Book Cover Keyboard Slim (AI)

– Galaxy Tab S12 Ultra (12GB + 256GB) ລາຄາ 35,999,000 ກີບ

– Galaxy Tab S12+ (12GB + 256GB) ລາຄາ 30,999,000 ກີບ

ມີໃຫ້ເລືອກ 2 ສີ ຄື ສີເທົາ (Gray) ແລະ ສີເງິນ (Silver).

ຂໍ້ມູນເພີ່ມເຕີມ ສອບຖາມໄດ້ທີ່ຕົວແທນຈຳໜ່າຍ Samsung ທົ່ວປະເທດ ຫຼື ຕິດຕາມຂໍ້ມູນຜ່ານ:

Facebook: SamsungLaos ແລະ TikTok: samsungmobilelaos

#GalaxyAI #GalaxyTabS12Ultra #GalaxyTabS12 #ເຄື່ອງມືທີ່ມືອາຊີບເລືອກ #SamsungLaos

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: