Sunday, May 18, 2025
Kbank Laos โอน รับ จ่าย

Lifestyle

ເຫດຜົນທີ່ທ່ານ “ບໍ່ຄວນ” ເປີດພັດລົມນອນຕອນກາງຄືນ.

ຫຼາຍຄົນອາດຈະມີຄວາມລຶ້ງເຄີຍກັບການເປີດພັດລົມໃນຂະນະທີ່ນອນຫຼັບໃນຕອນກາງຄືນເພາະຮູ້ສຶກວ່າຊ່ວຍໃຫ້ອາກາດຖ່າຍເທດີ ແລະ ນອນຫຼັບສະບາຍຫຼາຍຂຶ້ນ ໂດຍສະເພາະໃນຊ່ວງລະດູຮ້ອນ ຫຼື ໃນພື້ນທີ່ອາກາດຮ້ອນອົບເອົ້າ; ແຕ່ທ່ານຮູ້ຫຼືບໍ່ວ່າ ການເປີດພັດລົມໃສ່ໃນຕອນເຮົານອນຫຼັບຕະຫຼອດຄືນນັ້ນ ອາດສົ່ງຜົນເສຍຕໍ່ສຸຂະພາບໄດ້ຫຼາຍກວ່າທີ່ທ່ານຄິດ.

ປີໃໝ່ລາວປີນີ້! ຫຼິ້ນແບບໃດໃຫ້ມ່ວນ ແລະ ປອດໄພ.

ປີໃໝ່ລາວໃກ້ມາມາຮອດແລ້ວ ຊ່ວງເວລາແຫ່ງຄວາມມ່ວນຊື່ນ! ຫຼາຍຄົນເຮັດວຽກຢູ່ໄກບ້ານກໍຫວນຄືນກັບມາ ຫຼາຍຄົນໄດ້ຢູ່ຄົບໜ້າຄົບຕາຄົນໃນຄອບຄົວ, ເປັນຊ່ວງເວລາທີ່ທຸກຄົນຕື່ນເຕັ້ນຢາກສະເຫຼີມສະຫຼອງ ມ່ວນຊື່ນຫຼາຍທີ່ສຸດ ໃນຂະນະດຽວກັນການຫຼິ້ນນໍ້າ ຫຼື ຫຼິ້ນບຸນປີໃໝ່ດ້ວຍຄວາມມ່ວນ ແລະ ປອດໄພກໍຍັງເປັນສິ່ງສຳຄັນ ລອງເຮັດຕາມວິທີຕໍ່ໄປນີ້ໄດ້:

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

“ຂອງຂວັນ” ທີ່ຄວນມອບໃຫ້ກັນໃນຊ່ວງປີໃໝ່

ທ້າຍປີແລ້ວ ຫຼາຍຄົນອາດກຳລັງກະກຽມຊື້ຂອງຂວັນທີ່ຈະມອບໃຫ້ກັນຢູ່ແມ່ນບໍ? ເພື່ອໃຫ້ການຊື້ຂອງຂວັນໃຫ້ກັນໃຫ້ມີຄຸນຄ່າ ສຸກໃຈທັງຜູ້ໃຫ້ ແລະ ຜູ້ຮັບ ລອງມາຊື້ຂອງຂວັນຕາມຫຼັກ 5 ປ ນຳກັນເບິ່ງນັ້ນກໍຄື: ເປັນປະໂຫຍດ, ປະຢັດ, ປອດໄພ, ເປັນເອກະລັກ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງເຮົາສາມາດເລືອກຊື້ຂອງຂວັນໄດ້ຕາມໃຈມັກ ແຕ່ຕ້ອງຄຳນຶງເຖິງຜູ້ຮັບເປັນສ່ວນໃຫຍ່ ບໍ່ວ່າຈະເປັນ:

ຈະຫອມໄດ້ແນວໃດ?  ໃນມື້ທີ່ບໍ່ໄດ້ອາບນ້ຳ

ຖ້າຕື່ນມາສວາຍໆ ໃນມື້ທີ່ອາກາດໜາວເຢັນສະບາຍ ປະມານ 10 ກວ່າອົງສາ ໃຜຈະຢາກອາບນ້ຳ! ແຕ່ຖ້າມື້ນີ້ມີນັດກັບໝູ່ເພື່ອນ ຫຼື ຈະໄປຕັ້ງເຕັ້ນນອນຢູ່ເທິງພູ ແລ້ວຈະໄປເບິ່ງຕາເວັນຂຶ້ນ,  ເຊິ່ງການອອກຜະຈົນໄພໂດຍບໍ່ອາບນ້ຳ ອາດຈະເຮັດໃຫ້ບາງຄົນຂາດຄວາມໝັ້ນໃຈໄດ້. ສະນັ້ນ, ຕົວຊ່ວຍທີ່ດີທີ່ສຸດໃນສະຖານະການແບບນີ້, ນອກຈາກເຈົ້າຈະລຶ້ງກັບກິ່ນກັນແລ້ວ 🤣 ກໍຄືນ້ຳຫອມດີໆ ສີດໃສ່ໂຕຈັກໜ້ອຍ.

ລ້ຽງລູກແບບໃໝ່! ສ່ຽງເຮັດໃຫ້ລູກຕິດແຕ່ໂທລະສັບ

ປັດຈຸບັນ ມີພໍ່ແມ່ໄວໜຸ່ມຫຼາຍຄົນ ທີ່ມັກລ້ຽງລູກແບບ ງ່າຍໆ ສະບາຍສະບາຍ ປະປ່ອຍໃຫ້ລູກຫຼິ້ນໂທລະສັບ, ຫຼິ້ນເກມຕັ້ງແຕ່ນ້ອຍ ເພາະບໍ່ມີເວລາຫຼິ້ນກັບລູກ, ເຮັດແບບນີ້ມັນກໍມີຜົນດີຫຼາຍຢ່າງ ແຕ່ຜົນເສຍຈະຫຼາຍກວ່າ ເພາະເດັກຍັງຢູ່ໃນໄວຈະເລີນເຕີບໂຕ ຄວນຮຽນຮູ້ສິ່ງຕ່າງໆ ຜ່່ານສະພາບແວດລ້ອມ ການໃຊ້ຊີວິດຕົວຈິງຫຼາຍກວ່າມົກໝຸ່ນຢູ່ກັບ ໜ້າຈໍໂທລະສັບ

Want to stay up to date with the latest news?

We would love to hear from you! Please fill in your details and we will stay in touch. It's that simple!