ຫຼາຍຄົນອາດຈະມີຄວາມລຶ້ງເຄີຍກັບການເປີດພັດລົມໃນຂະນະທີ່ນອນຫຼັບໃນຕອນກາງຄືນເພາະຮູ້ສຶກວ່າຊ່ວຍໃຫ້ອາກາດຖ່າຍເທດີ ແລະ ນອນຫຼັບສະບາຍຫຼາຍຂຶ້ນ ໂດຍສະເພາະໃນຊ່ວງລະດູຮ້ອນ ຫຼື ໃນພື້ນທີ່ອາກາດຮ້ອນອົບເອົ້າ; ແຕ່ທ່ານຮູ້ຫຼືບໍ່ວ່າ ການເປີດພັດລົມໃສ່ໃນຕອນເຮົານອນຫຼັບຕະຫຼອດຄືນນັ້ນ ອາດສົ່ງຜົນເສຍຕໍ່ສຸຂະພາບໄດ້ຫຼາຍກວ່າທີ່ທ່ານຄິດ.

ໜຶ່ງໃນປັນຫາຫຼັກທີ່ເກີດຈາກການເປີດພັດລົມຕອນນອນຄື: “ການແຫ້ງຂອງລະບົບທາງເດີນຫາຍໃຈ” ລົມທີ່ເປົ່າເຂົ້າສູ່ຮ່າງກາຍຕະຫຼອດເວລາ ສາມາດເຮັດໃຫ້ເຫຍື່ອບຸໂພ່ງດັງ ແລະ ລຳຄໍ ແຫ້ງລົງ ສົ່ງຜົນໃຫ້ເວລາຕື່ນນອນມາແລ້ວຮູ້ສຶກລະຄາຍຄໍ, ຄໍແຫ້ງ ແລະ ຕັນດັງ ໂດຍສະເພາະຜູ້ທີ່ເປັນໂຣກພູມແພ້ ຫຼື ມີປັນຫາທາງເດີນຫາຍໃຈຢູ່ແລ້ວ ການເປີດພັດລົມໃສ່ໂດຍຕົງອາດເຮັດໃຫ້ອາການເຫຼົ່ານັ້ນຮຸນແຮງຂຶ້ນ ເຊິ່ງເປັນ
ອີກໜຶ່ງຜົນກະທົບທີ່ຫຼາຍຄົນບໍ່ທັນລະວັງຄື “ອາການປວດເມື່ອຍກ້າມຊີ້ນ” ລົມເຢັນຈາກພັດລົມທີ່ເປົ່າເຂົ້າສູ່ຮ່າງກາຍຕະຫຼອດຄືນອາດເຮັດໃຫ້ກ້າມເນື້ອເກີດການຫົດເກງໂດຍບໍ່ຮູ້ໂຕ ສົ່ງຜົນໃຫ້ຕື່ນມາຕອນເຊົ້າມີອາການປວດຄໍ, ບ່າໄຫຼ່ ຫຼື ຫຼັງໄດ້ ໂດຍສະເພາະຫາກພັດລົມຈໍ່ໃສ່ຮ່າງກາຍທ່ານເປັນເວລາດົນ.
ນອກຈາກນີ້ການເປີດພັດລົມໃນຫ້ອງທີ່ປິດສະນິດອາດເຮັດໃຫ້ອາກາດໝູນວຽນໄດ້ບໍ່ດີ ເພາະຈະເກີດການສະສົມຂອງຝຸ່ນລະອອງ ແລະ ເຊື້ອຣາໃນຫ້ອງໄດ້ງ່າຍ ເຊິ່ງອາດສົ່ງຜົນຕໍ່ລະບົບທາງເດີນຫາຍໃຈໂດຍສະເພາະໃນຄົນທີ່ມີອາການແພ້ຝຸ່ນ ຫຼື ໂຣກຫອບຫືດ ລົມຈາກພັດລົມສາມາດພັດພາຝຸ່ນລະອອງເຂົ້າສູ່ລະບົບຫາຍໃຈຂອງທ່ານໄດ້ໂດຍກົົງ ເຮັດໃຫ້ເກີດການລະຄາຍເຄືອງ ຫຼື ອັກເສບຂອງເຫຍື່ອບຸໂພ່ງດັງ
ໃນບາງກໍລະນີທີ່ອາກາດເຢັນລົງໃນຊ່ວງການຄືນໂດຍບໍ່ຮູ້ໂຕການເປີດພັດລົມອາດເຮັດໃຫ້ອຸນຫະພູມໃນຮ່າງກາຍຫຼຸດລົງຫຼາຍເກີນໄປ ຈົນເກີດພາວະໜາວສັ່ນ ຫຼື ອຸນຫະພູມຮ່າງກາຍຕຳ່ (hypothermia) ໄດ້ໂດຍສະເພາະໃນຜູ້ສູງອາຍຸ ເດັກນ້ອຍ ຫຼື ຜູ້ທີ່ມີພູມຕ້ານທານຕຳ່ທາງເລືອກທີ່ປອດໄພກວ່າຄືການຕັ້ງເວລາພັດລົມໃຫ້ປິດອັດຕະໂນມັດລັງຈາກທ່ານລັບໄປແລ້ວ ຫຼື ໃຊ້ໂໝດໝຸນສ່າຍເພື່ອບໍ່ໃຫ້ລົມເປົ່າຖືກຈຸດເກົ່າຕະຫຼອດເວລາ ແລະ ຄວນຫຼີກລ່ຽງການໃຫ້ພັດລົມເປົ່າເຂົ້າໂຕໂດຍຕົງ ນອກຈາກນີ້ການໃຊ້ເຄື່ອງຟອກອາກາດ ຫຼື ເປີດປ້ອງຢ້ຽມໃຫ້ອາກາດຖ່າຍເທກໍ່ເປັນວິທີໜຶ່ງທີ່ຊ່ວຍໃຫ້ຫ້ອງບໍ່ອັບຊື້ນໂດຍບໍ່ຕ້ອງເປີດພັດລົມຕະຫຼອດຄືນ.
ເຖິງແມ່ນວ່າການເປີດພັດລົມໃນຂະນະນອນຫຼັບຈະໃຫ້ຄວາມຮູ້ສຶກເຢັນສະບາຍໃນໄລຍະສັ້ນ ແຕ່ໃນໄລຍະຍາວທ່ານຄວນພິຈາລະນາເຖິງຜົນກະທົບທີ່ອາດເກີດຂຶ້ນກັບສຸຂະພາບ ແລະ ປັບປ່ຽນພຶດຕິກຳ ເພື່ອການນອນຫຼັບທີ່ດີ ແລະ ປອດໄພຍິ່ງຂຶ້ນ.