ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ການຊ່ວງເຮືອ ເປັນກິດຈະກຳໜຶ່ງ ທີ່ສອດຄ່ອງກັບວິຖີຊີວິດ ຄວາມເປັນຢູ່ຂອງຄົນລາວທັງຊາດ ຜູ້ທີ່ອາໃສຢູ່ໃກ້ກັບແມ່ນໍ້າ ຊຶ່ງມັກຈັດຂຶ້ນໃນໄລຍະເດືອນ 10 ຫາ ເດືອນ 12 ລາວ ຂອງທຸກໆປີ, ຊຶ່ງເປັນໄລຍະການສະຫຼອງບຸນດັ່ງກ່າວ, ແຕ່ລະທ້ອງຖິ່ນເຂດແຂວງ ທີ່ມີເງື່ອນໄຂໂດຍສະເພາະແມ່ນມີແມ່ນໍ້າໃຫຍ່ ກໍໄດ້ຈັດໃຫ້ມີການຊ່ວງເຮືອ ເພື່ອສ້າງຄວາມມ່ວນຊື່ນຕິດພັນກັບການສະແດງສິລະປະວັນນະຄະດີພື້ນເມືອງ, ໃນໄລຍະໃໝ່ ແລະ ຍັງຕິດກັບການວາງສະແດງຂາຍສິນຄ້າ ເພື່ອສົ່ງເສີມພູມປັນຍາ ແລະ ການສ້າງລາຍຮັບຂອງປະຊາຊົນຢູ່ເຂດນັ້ນ ໃນແຕ່ລະທ້ອງຖິ່ນ.

ປະເພດນີການຊ່ວງເຮືອ ໄດ້ມີນິທານພື້ນເມືອງເລື່ອງກ່ຳພ້າຜີນ້ອຍໃນບາງຕອນ ໄດ້ພັນລະນາ ກ່ຽວກັບການຊ່ວງເຮືອ ເຊິ່ງໄດ້ສະແດງອອກໃນຕອນເຈົ້າພະຍາຢາກໄດ້ນາງງາ ເມຍຂອງທ້າວກໍ່າພ້າ ມາເປັນເມຍ, ພະຍາໄດ້ເອີ້ນເອົາເສນາອາມາດມາປຶກສາຫາລືກັນວ່າເຮັດແນວໃດຈຶ່ງຈະເອົານາງງາ ເມຍກໍ່າພ້າມາເປັນເມຍໄດ້, ຈາກນັ້ນ ໄດ້ອອກອຸບາຍທ້າກັບທ້າວກໍ່າພ້າຜີນ້ອຍວ່າ: “ຖ້າທ້າວ ກໍ່າພ້າ ບໍ່ຊະນະຕ້ອງຍົກນາງງາໃຫ້ເປັນເມຍຂອງພະຍາ” ໂດຍເລີ່ມຈາກການເອົາໄກ່ມາຕີກັນ, ຄວາຍຊົນກັນ ຊຶ່ງທັງໄກ່ ແລະ ຄວາຍ ຂອງພະຍາ ບໍ່ສາມາດເອົາຊະນະຝ່າຍກ່ຳພ້າຜີນ້ອຍໄດ້ຈັກອັນ, ໃນທີ່ສຸດພະຍາກໍທ້າຊ່ວງເຮືອ, ໃນເທື່ອນີ້ກໍຄືທຸກເທື່ອທີ່ຜ່ານມາ ນາງງາ ໄດ້ໃຊ້ແຫວນວິເສດເສກພະຍານາກສ່ຽວກໍ່າພ້າໃຫ້ເປັນເຮືອຊ່ວງ ແລະ ເມື່ອຈະເຖິງຫຼັກໄຊເຮືອພະຍານາກກໍ່າພ້າກໍເອົາຫາງຟາດນໍ້າເປັນຟອງໃຫຍ່ຈົນເຮືອພະຍາຫຼົ້ມເຮັດໃຫ້ພະຍາກັບເສນາອາມາດໄດ້ຈົມນໍ້າຕາຍໝົດ ແລະ ເຊື່ອກັນວ່ານິທານດັ່ງກ່າວມີປະຫວັດຄວາມເປັນມາຂອງບຸນຊ່ວງເຮືອປະເພນີຈົນເຖິງເທົ່າທຸກມື້ນິ້.

ບຸນຊ່ວງເຮືອ, ນອກຈາກເປັນບຸນປະເພນີອັນດີງາມທີ່ມີຄວາມຄຶກຄື້ນມ່ວນຊື່ນແລ້ວ; ຕາມຄວາມເຊື່ອຂອງຄົນແຕ່ລະລຸ້ນສືບຕໍ່ກັນມານັ້ນ, ຍັງເປັນການສະແດງຄວາມຮູ້ບຸນຄຸນຕໍ່ດິນຟ້າອາກາດ, ແມ່ນໍ້າທີ່ໄດ້ດົນບັນດານໃຫ້ແກ່ຊາວກະສິກອນຕາມລະດູການປູກຝັງ ແລະ ເກັບກູ້ຜົນຜະລິດໃຫ້ໄດ້ຮັບຜົນດີ; ການສະແດງຄວວາມຮູ້ບຸນຄຸນຕໍ່ພະຍານາກ ຊຶ່ງຖືໄດ້ວ່າເປັນປູ່ຍ່າຕາຍາຍຂອງມວນມະນຸດ ທີ່ດົນບັນດານໃຫ້ຟ້າຝົນເອື້ອອຳນວຍແກ່ການຜະລິດກະສິກຳ.

ບຸນຊ່ວງເຮືອ ບໍ່ພຽງແຕ່ມີຄວາມໝາຍ ທາງຮີດຄອງປະເພນີເທົ້ານັ້ນ, ແຕ່ຍັງມີຄວາມໝາຍດ້ານກິລາ, ວັດທະນະທຳ ເພື່ອແນໃສ່ຮັກສາ,ເຜີຍແຜ່ ແລະ ສົ່ງເສີມໃຫ້ແກ່ຄົນລຸ້ນໃໝ່ໄດ້ຮັບຮູ້, ເຂົ້າໃຈຮີດຄອງປະເພນີຂອງລາວ, ທັງເປັນການເອກອ້າງຕໍ່ຊາດອື່ນໆ ໃນໂລກໄດ້ຮັບຮູ້ວັດທະນະທຳອັນດີງາມຂອງຊາດລາວເຮົານໍາອີກ.

ເນື່ອງໃນໂອກາດ ບຸນອອກພັນສາ ປະວໍລະນາ ປະຈໍາປີ ພສ 2569 ຄສ 2026 ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ທີ່ເຄີຍຈັດຕັ້ງປະຕິບັດກັນມາ ຕາມຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງຊາດ, ເພື່ອເຕົ້າໂຮມຄວາມສາມັກຄີພາຍໃນ, ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ

ສຳລັບປີນີ້, ຢູ່ທີ່ ນະຄອນຫຼວງ ວຽງຈັນ ວັນທີ 26 ຕຸລາ 2026 ຂຶ້ນ 15 ຄ່ຳເດືອນ 11 ລາວ ເປັນມື້ອອກພັນສາ ແລະ ຈະມີການ ແຂ່ງຂັນຊ່ວງເຮືອ ໃນວັນທີ 27 ຕຸລາ 2026 ກົງກັບແຮມ 1 ຄ່ຳ ເດືອນ 11 ລາວ ເຊິ່ງຈະມີເຮືອຊ່ວງໃຫຍ່ ແລະ ນ້ອຍເຂົ້າຮ່ວມແຂ່ງຂັນ ຢູ່ທີ່ທ່າວັດຈັນ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,