ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ “Green Active Generation” ພັດທະນາປະເທດໃຫ້ຍືນຍົງ

5 ພະຈິກ 2026 – ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ (SCG) ເດີນໜ້າສານຕໍ່ໂຄງການ “SCG Sharing the Dream 2026” ຕໍ່ເນື່ອງເປັນປີທີ 15 ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນ ທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ “Green Active Generation” ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.

ທ່ານ ສຳເລັດ ເຣືອງລິດ, ກໍາມະການຜູ້ຈັດການໃຫຍ່ ບໍລິສັດ ຄຳມ່ວນ ຊີເມັນ ຈຳກັດ ກ່າວວ່າ: “SCG ເຊື່ອໝັ້ນວ່າທຸກຄົນ ມີສັກກະຍະພາບທີ່ຈະເຕີບໂຕ ແລະ ສ້າງສິ່ງດີໆ ໃຫ້ແກ່ສົງຄົມໄດ້ ໂຄງການທຶນການສຶກສາ ‘SCG Sharing the Dream’ ຈຶ່ງບໍ່ໄດ້ເປັນພຽງແຕ່ການມອບທຶນເພື່ອຊ່ວຍແບ່ງເບົາພາລະຂອງຄອບຄົວເທົ່ານັ້ນ, ແຕ່ຕັ້ງໃຈໃຫ້ທຶນນີ້ ເປັນ “ຂົວເຊື່ອມໂອກາດ” ແລະ ເປັນ “ແຮງຍູ້ດັນ” ໃຫ້ເຍົາວະຊົນ ກ້າທີ່ຈະຝັນໃຫ້ໄກ ແລະ ມີພະລັງທີ່ຈະເດີນໄປໃຫ້ເຖິງຄວາມຝັນນັ້ນ ຈຶ່ງມຸ່ງມັ້ນສານຕໍ່ໂຄງການ SCG Sharing the Dream ໃນ ສປປ ລາວ ມາຢ່າງຕໍ່ເນື່ອງເປັນປີທີ 15 ພາຍໃຕ້ແນວຄິດ “Green Active Generation” ໂດຍມຸ່ງສົ່ງເສີມໃຫ້ເຍົາວະຊົນຕໍ່ຍອດຄວາມຮູ້ສູ່ການນຳສັກກະຍະພາບຂອງຕົນເອງໄປສ້າງປະໂຫຍດ ແລະ ຂັບເຄື່ອນການພັດທະນາຊຸມຊົນ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງ ສປປ ລາວ ຢ່າງຍືນຍົງ. ເຊິ່ງສອດຄ່ອງກັບແນວທາງ “Inclusive Green Growth” ຂອງ SCG ທີ່ມຸ່ງສ້າງການເຕີບໂຕຢ່າງຍືນຍົງໄປນຳກັນ.

ໂດຍໃນປີນີ້ SCG ມອບທຶນການສຶກສາແກ່ນັກຮຽນ ແລະ ນັກສຶກສາ ທົ່ວປະເທດຈຳນວນ 126 ທຶນ ແບ່ງເປັນສຳລັບນັກຮຽນລະດັບມັດທະຍົມສຶກສາຕອນປາຍໃນ ນະຄອນຫຼວງວຽງຈັນ 80 ທຶນ, ສຳລັບນັກຮຽນໃນ ແຂວງຄຳມ່ວນ 30 ທຶນ ແລະ ສຳລັບນັກສຶກສາລະດັບ ມະຫາວິທະຍາໄລ ທົ່ວປະເທດ 16 ທຶນ.

ນອກຈາກນັ້ນ, ຍັງເປັນປີທຳອິດທີ່ໄດ້ຈັດກິດຈະກຳ “ງານເປີດບ້ານ KCL ເພື່ອແບ່ງປັນຄວາມຝັນຂອງນັກຮຽນໃນ ສປປ ລາວ” ເພື່ອໃຫ້ນັກຮຽນທຶນໄດ້ມີໂອກາດມາມາຮູ້ຈັກກັນ ເຊື່ອມໂຍງຄວາມຝັນ ແລກປ່ຽນແຮງບັນດານໃຈ ສ້າງ “ເຄືອຂ່າຍເຍົາວະຊົນທີ່ຊົງພະລັງ” ທີ່ພ້ອມຈະຊ່ວຍເຫຼືອເກື້ອກູນກັນໃນທຸກໆ ກ້າວເດີນຕໍ່ຈາກນີ້ ຜ່ານກິດຈະກຳການແລກ ປ່ຽນຮຽນຮູ້ປະສົບການຈິງຈາກເອື້ອຍໆ ພະນັກງານ KCL ທີ່ເປັນຕົວຢ່າງຂອງຄວາມມຸ່ງມັ້ນ ທີ່ພິສູດໃຫ້ເຫັນວ່າ ເຍົາວະຊົນໃນທ້ອງຖິ່ນຂອງເຮົາ ສາມາດຮຽນຮູ້ ແລະ ເຕີບໂຕຂຶ້ນມາເປັນຜູ້ຊ່ຽວຊານ ມີສ່ວນພັດທະນາບ້ານເກີດຂອງຕົນເອງໄດ້ ແລະ ກິດຈະກຳຈິດອາສາ (CSR) ປູກຕົ້ນໄມ້ ເພື່ອປູກຝັງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ສົ່ງເສີມໃຫ້ເຍົາວະຊົນເຫັນເຖິງບົດບາດຂອງຕົນເອງໃນການສ້າງອະນາຄົດທີ່ດີຂຶ້ນ ເຊິ່ງໂຄງການ SCG Sharing the Dream ນີ້ໄດ້ຮັບຄວາມຮ່ວມມືຢ່າງດີຈາກຫຼາຍພາກສ່ວນ ຂ້າພະເຈົ້າ ຂໍຂອບໃຈທຸກໆ ທ່ານທີ່ເປັນກຳລັງສຳຄັນໃນການດຳເນີນໂຄງການນີ້ຈົນປະສົບຜົນສໍາເລັດອີກຄັ້ງ”

ໂຄງການ SCG Sharing the Dream 2026 ເປັນສ່ວນໜຶ່ງຂອງການສ້າງຄຸນຄ່າຮ່ວມກັບສັງຄົມ ແລະ ຊຸມຊົນຂອງ ເອັສຊີຈີ ໃນ 5 ປະເທດອາຊຽນ ທີ່ດຳເນີນທຸລະກິດ ໄດ້ແກ່: ອິນໂດເນເຊຍ, ຫວຽດນາມ, ຟີລິບປິນ, ກຳປູເຈຍ ແລະ ສປປ ລາວ ຜ່ານການມອບທຶນການສຶກສາເພື່ອເປີດໂອກາດໃຫ້ເຍົາວະຊົນໄດ້ພັດທະນາສັກກະຍະພາບຂອງຕົນເອງ ພ້ອມປູກຝັງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ເພື່ອໃຫ້ເຍົາວະຊົນເຕີບໂຕເປັນກຳລັງສຳຄັນໃນການພັດທະນາປະເທດ ສະທ້ອນຄວາມຕັ້ງໃຈຂອງ ເອັສຊີຈີ ໃນການຮ່ວມຂັບເຄື່ອນເສດຖະກິດ ແລະ ສັງຄົມຂອງພູມິພາກອາຊຽນໃຫ້ເຕີບໂຕໄປນຳກັນຢ່າງຍືນຍົງ.

ສຳລັບທີ່ ສປປ ລາວ ນອກຈາກໂຄງການມອບທຶນການສຶກສາ SCG Sharing the Dream ໃນຊ່ວງທີ່ຜ່ານມາ SCG ຍັງໄດ້ຮ່ວມສະໜັບສະໜູນໂຄງການປັບປຸງໂຮງຮຽນປະຖົມສົມບູນເພຍໃໝ່, ເມືອງລະມາມ, ແຂວງເຊກອງ ສປປ ລາວ ເພື່ອປັບປຸງອາຄານຮຽນ-ຫ້ອງນ້ຳ ແລະ ສ້ອມແປງເບຕົງເສີມເຫຼັກອ່າງລ້າງມື ໃຫ້ປອດໄພເໝາະສົມຕໍ່ສະພາບແວດລ້ອມການຮຽນຮູ້ ແລະ ໂຄງການສ້ອມແປງ ແລະ ປັບປຸງອາຄານໂຮງຮຽນປະຖົມທົ່ງນາມີ ເມືອງປາກກະດິງ ແຂວງບໍລິຄຳໄຊ ເພື່ອສ້ອມແປງ ແລະ ປັບປຸງອາຄານ ເຊິ່ງດຳເນີນການໂດຍ ບໍລິສັດ ຄຳມ່ວນ ຊີເມັນ ຈຳກັດ (KCL).

More from author

Related posts

Latest posts

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.