ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

“ພຣະກິ່ວ” ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິ່ວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິ່ວ ຫຼວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຣະ ແລະ ໄດ້ພົບເຫັນພຣະ ຫຼັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ເມື່ອນຳກັບມາ ໄດ້ມີພໍ່ຄ້າ ຈາກຫຼວງພະບາງ ໄປທຳການຄ້າຂາຍ ແລະ ໄປພົບ ຈຶ່ງໄດ້ທຳການແລກປ່ຽນກັບ ເຄື່ອງຂອງ. ຫຼັງຈາກນັ້ນພໍ່ຄ້າໄດ້ ທີ່ໄປຄ້າທີ່ ຫຼວງນ້ຳທາ ໄດ້ລ່ອງໄຫຼແພລົງມາ ຮອດເຂດ ເມືອງ ຫຼວງພະບາງ.

ປັດຈຸບັນ ອົງພຣະພຸດທະຮູບ ປະດິດສະຖານທີ່ວັດຄົກຫວ້າ ຄຸນວິເສດ ໃນແຂວງ ຫຼວງພະບາງ ແລະ ຂວບໜຶ່ງປີ ຈະໄດ້ນຳອອກມາຮົດສົງພຣະກິວ ເປັນພຣະທີ່ສັກສິດ ອີກອົງໜຶ່ງ ເຊັ່ນ: ກັບພຣະພຸດທະຮູບ ອົງອື່ນໆ ເຊັ່ນ: ພຼະບາງ, ພຣະມ່ານ, ພຣະເຈົ້າອົງແສນ ແລະ ແນ່ນອນ ກໍແມ່ນພຣະກິວ ທີ່ມີພຸດທະລັກສະນະທີ່ງົດງາມ ສາມາດດົນບັນດານໃຫ້ຜູ້ທີ່ໄດ້ສັກກະລະບູຊາ ປະສົບຜົນສຳເລັດສະເໝີ.

ແຫຼ່ງຂໍ້ມູນ: Anousone Manisouk

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...