Sunday, May 25, 2025
Kbank Laos โอน รับ จ่าย

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ສຳລັບປະຫວັດຄວາມເປັນມາຂອງ “ພຣະເຈົ້າແສນແຊ່” ອົງນີ້ ແມ່ນໄດ້ອັນເຊີນມາຈາກແມ່ນ້ຳຂອງ ຕາມຄຳບອກເລົ່າຈາກເຖົ້າແກ່ອາວຸໂສຂອງບ້ານໄດ້ເລົ່າໄວ້ວ່າ: ມີຊາວບ້ານຄວ້ານ ໄດ້ໄປພົບເຫັນ ພຣະເຈົ້າແສນແຊ່ ຢູ່ກາງປ່າໄມ້ໃຫຍ່ ທີ່ເປັນວັດຮ້າງ ຊຶ່ງເອີ້ນວ່າ “ວັດຮ້າງປ່າໄມ້ຫວານ” ຢູ່ແຄມແມ່ນ້ຳຂອງປະຈຸບັນນີ້ ແມ່ນວັດບ້ານມອມ ປະຊາຊົນໄດ້ອັນເຊີນພຣະເຈົ້າແສນແຊ່ ໃສ່ເຮືອກາບລ່ອງແມ່ນ້ຳຂອງລົງມາ ແລະໄດ້ໂອ້ລົມກັນວ່າ ຈະເອົາໄປປະດິດສະຖານຢູ່ວັດບ້ານຄວ້ານ ແຕ່ພໍລ່ອງເຮືອມາຮອດກ້ອງບ້ານມ່ວງຄຳທ່າຫີນ ຫຼື ເອີ້ນວ່າຫາດຄວາຍ ຂອງບ້ານສີບຸນເຮືອງ ພຣະເຈົ້າແສນແຊ່ ກໍໄດ້ເກີດປະຕິຫານອັດສະຈັນ ເໝືອນມີຈິດວິນຍານ ຢູ່ໆເຮືອກາບກໍໄດ້ ເບ່ງຊ້າຍ ເບ່ງຂວາ ຢ່າງແຮງເຮັດໃຫ້ພຣະເຈົ້າແສນແຊ່ ຕົກອອກຈາກເຮືອກາບຈົມຫາຍລົງໄປໃນແມ່ນ້ຳຂອງ ໂດຍທີ່ວ່າເຮືອບໍ່ໄດ້ຄວ້ຳ ຫຼືຈົມລົງແຕ່ຢ່າງໃດ ເພາະວ່າບໍລິເວນນັ້ນແຕ່ກ່ອນເປັນວັງນ້ຳລຶກ ເອົາໄມ້ສຸດກົກສຸດປາຍຍັ່ງລົງກໍ່ບໍ່ເຖິງ ປະຊາຊົນຈຶ່ງພາກັນກັບບ້ານເຮືອນ ໂດຍໝົດຄວາມສາມາດທີ່ຈະເອົາພຣະເຈົ້າແສນແຊ່ກັບຄືນມາໄດ້.

ຕໍ່ມາຫຼາຍປີ ບໍລິເວນທີ່ພຣະເຈົ້າແສນແຊ່ຕົກລົງນ້ຳທີ່ເປັນວັງລຶກນັ້ນ ກໍ່ໄດ້ຕື້ນເຂີນຂື້ນມາ ຢູ່ມາມື້ໜຶ່ງກໍ່ໄດ້ມີຊາວບ້ານສຼີບຸນເຮືອງ ເອົາເຮືອກາບຂຶ້ນໄປເຮັດໄຮ່ເຮັດສວນຢູ່ທາງເໜືອ ມີມື້ໜຶ່ງມີປະຊາຊົນຈຳນວນໜຶ່ງກໍ່ໄດ້ເອົາເຮືອຂຶ້ນໄປ ພໍໄປເຖິງບ່ອນທີ່ພຣະເຈົ້າແສນແຊ່ ບ່ອນທີ່ຕົກລົງນ້ຳນັ້ນ ກໍ່ໄດ້ເຫັນມີນ້ຳເປັນຟອງຜຸດຂຶ້ນມາ ຈຶ່ງລົມກັນວ່າແຕ່ກ່ອນມີພຣະພຸດທະຮູບເຈົ້າຕົກລົງບໍລິເວນນີ້ ຈຶ່ງພາກັນໄປເບິ່ງພໍໄປຮອດກໍ່ໄດ້ພາກັນລົງໄປງົມເບິ່ງ ກໍ່ໄດ້ພົບເຫັນພຣະເຈົ້າແສນແຊ່ອົງນີ້ແທ້ໆ ຢູ່ໃນແມ່ນ້ຳຂອງ ໂດຍທີ່ວ່າພຣະເຈົ້າແສນແຊ່ອົງນີ້ຕັ້ງຢູ່ ປິ່ນໜ້າລ່ອງທາງໃຕ້ຢູ່ ຈຶ່ງໄດ້ພາກັນອະຣາດທະນາ ນິມົນຂຶ້ນມາປະດິດສະຖານຢູ່ທີ່ວັດສຼີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວແຫ່ງນີ້ ໃນປີພຸຸດທະສັງກາດ 2386 / ຄິດຕະສັກກະຣາຊ 1843 / ຈຸລະສັງກາດໄດ້ 1205 ເປັນຕົ້ນມາ.

ພຣະເຈົ້າແສນແຊ່ອົງນີ້ ມາປະດິດສະຖານທີ່ວັດສີຼບຸນເຮືອງ ເມືອງຕົ້ນເຜິງ ແຂວງບໍ່ແກ້ວ ຈົນມາຮອດດຽວນີ້ ປີ ຄສ 2025 ກໍນັບວ່າເປັນເວລາ 182 ປີ ຜ່ານມາແລ້ວ (ປີ ຄສ 2025-1843 = 182 ປີ)

ຫຼັງຈາກນັ້ນພຣະເຈົ້າແສນແຊ່ໄດ້ຂຶ້ນມາປະດິດສະຖານຢູ່ວັດບ້ານສີບຸນເຮືອງແລ້ວກໍໄດ້ມີປະຊາຊົນຜູ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາພາກັນມາຂາບໄຫວ້ບູຊາ ເຮັດໃຫ້ບ້ານສຼີບຸນເຮືອງ ມີຄວາມຮຸ່ງເຮືອງສີວິໄລມາຈົນເຖິງປະຈຸບັນນີ້ ກໍ່ດ້ວຍພຣະບາຣະມີຂອງພຣະເຈົ້າແສນແຊ່ອົງນີ້ມາປະດິດສະຖານ ເຮັດໃຫ້ເປັນສູນລວມຈິດໃຈຂອງປະຊາຊົນມີຄວາມສາມັກຄີກັນຕະຫຼອດມາ.

ນັບແຕ່ມາປະດິດສະຖານຢູ່ທີ່ເມືອງຕົ້ນເຜິ້ງ ກໍ່ຍັງບໍ່ທັນໄດ້ສົມໂພດຈັກເທື່ອ ເທື່ອນີ້ຈຶ່ງເປັນບຸນທີ່ຍິ່ງໃຫຍ່ທີ່ສຳຄັນ ທີ່ໄດ້ມີການສົມໂພດພຣະເຈົ້າແສນແຊ່ ໄປພ້ອມກັບການສະຫລອງພຣະທາຕຸຫລວງຣັດຕະນະເຈດີສີຼບຸນເຮືອງ ຫລັງຈາກທີ່ມີການກໍ່ສ້າງພຣະທາຕຸມາໄດ້ 5 ປີ ຈົນສຳເລັດບໍຣິບູນ .

ພຣະອົງນີ້ເປັນພຣະພຸທທະຮູບທີ່ມີລັກສະນະທີ່ງົດງາມ ແລະເປັນພຣະພຸທທະຮູບທີ່ມີຜູ້ຄົນເຄົາຣົບນັບຖືເປັນຢ່າງສູງ ເຊັ່ນດຽວກັນ ຖ້າໃຜໄປເມືອງຫລວງພຣະບາງ ບໍ່ໄດ້ໄປໄຫວພຣະບາງ ແລະພຣະຫມ່ານ… ກໍ່ຄົງບໍ່ຮອດຫລວງພຣະບາງ , ຖ້າໃຜໄປອຸດົມໄຊ ບໍ່ໄດ້ໄຫວພຣະເຈົ້າສິງຄຳ ເມືອງຫລາ ກໍ່ຄົງບໍ່ຮອດ ແຂວງອຸດົມໄຊ ແລະຖ້າໃຜໄປເມືອງຕົ້ນເຜິ້ງ ຫລືແຂວງບໍ່ແກ້ວ ບໍ່ໄດ້ໄປຂາບໄຫວ ພຣະເຈົ້າແສນແຊ່ ກໍ່ຄົງບໍ່ຮອດເມືອງຕົ້ນເຜິງ ແຂວງບໍ່ແກ້ວ ນອກນັ້ນເມືອງຕົ້ນເຜິ້ງຍັງມີພຣະເຈົ້າອົງຫລວງ ແລະພຣະອົງອື່ນໆທີ່ມີການຂຸດພົບຢູ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນເດືອນມີນາແລະເມສາ 2024 ເຊິ່ງທາງການເພິ່ນໄດ້ນຳໄປປະດິດສະຖານຢູ່ທີ່ວັດທອງທິບ ພັດທະນາຣາມ ນັ້ນແລ.

ຂໍ້ມູນ: Houmphet Manisouk 

ຮູບພາບຈາກ: Houmphet Manisouk, ສາທຸ ຂັດຕິຍະບາຣະມີ

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.