ຂໍ້ສັງເກດ! ລູກເຈົ້າເວົ້າຊ້າຜິດປົກກະຕິ ຫຼື ບໍ່?

ນີ້ອາດເປັນຄຳຖາມຈາກພໍ່ແມ່ຫຼາຍທ່ານ ທີ່ກັງວົນກ່ຽວກັບບັນຫາ “ລູກນານເວົ້າ ຫຼື ເວົ້າຊ້າ”

ແຕ່ບໍ່ຮູ້ວ່າຊ້າສ່ຳໃດຈຶ່ງເອີ້ນວ່າຜິດປົກກະຕິ ເຊິ່ງຕໍ່ໄປນີ້ ແມ່ນການປະເມີນງ່າຍໆ ເພື່ອໃຫ້ທ່ານໄດ້ລອງກວດເບິ່ງວ່າ ຖ້າລູກຂອງທ່ານອາຍຸ 4 ປີ ແລ້ວ ແຕ່ຍັງ:

1️⃣ ເວົ້າເປັນປະໂຫຍກບໍ່ໄດ້: ລູກຍັງເວົ້າໄດ້ແຕ່ຄຳສັ້ນໆ (1-2 ຄໍາ), ບໍ່ສາມາດຕໍ່ເປັນປະໂຫຍກທີ່ມີ 3-4 ຄໍາໄດ້.

2️⃣ ຄົນອື່ນຟັງບໍ່ຮູ້ເລື່ອງ: ຄົນນອກຄອບຄົວຫຼື ຄູຢູ່ໂຮງຮຽນ ຟັງລູກເວົ້າແລ້ວບໍ່ເຂົ້າໃຈ (ເກີນ 50%).

3️⃣ ເລົ່າເລື່ອງບໍ່ເປັນ: ບໍ່ສາມາດເລົ່າເຫດການງ່າຍໆ ທີ່ຫາກໍ່ເກີດຂຶ້ນໄດ້ (ເຊັ່ນ: ມື້ນີ້ກິນເຂົ້າກັບຫຍັງ? ຫຼິ້ນກັບໃຜແດ່?).

4️⃣ ບໍ່ເຂົ້າໃຈຄໍາສັ່ງ: ລູກເຮັດຕາມຄໍາສັ່ງທີ່ຊັບຊ້ອນບໍ່ໄດ້ ເຊັ່ນ: “ໄປເອົາເກີບແລ້ວມາຫາແມ່”.

5️⃣ ຕອບຄໍາຖາມບໍ່ຕົງປະເດັນ: ມັກຈະເວົ້າທວນຄຳຖາມຄືນ ຫຼື ຕອບບໍ່ກົງກັບສິ່ງທີ່ຖາມ.

📊 ສະຫຼຸບຜົນ:

ຫາກທ່ານຕອບວ່າ “ແມ່ນ” ເກີນ 2 ຂໍ້ ນັ້ນຄືສັນຍານທີ່ລູກຕ້ອງການການກະຕຸ້ນພັດທະນາການຢ່າງໃກ້ຊິດ

ຢ່າປ່ອຍໃຫ້ຄຳວ່າ “ຖ້າກ່ອນ” ມາເຮັດໃຫ້ລູກເສຍໂອກາດໃນການຮຽນຮູ້ ການຊ່ວຍເຫຼືອທີ່ໄວ ຄືຂອງຂວັນທີ່ດີທີ່ສຸດສຳລັບອະນາຄົດຂອງລູກ.

ຂໍຂອບໃຈຂໍ້ມູນດີໆຈາກ: Better Me ທີ່ປຶກສາຄອບຄົວແລະໄວໜຸ່ມ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...