Wednesday, April 29, 2026
Kbank Laos โอน รับ จ่าย
-->

ປັນຍາປະດິດທີ່ມີຄວາມຮັບຜິດຊອບ (Responsible AI) : ຂີດຄວາມສາມາດທີ່ຜູ້ບໍລິຫານສູງສຸດ (CEOs)ບໍ່ສາມາດລະເລີຍໄດ້ອີກຕໍ່ໄປ

ປັນຍາປະດິດ (AI) ກຳລັງກາຍເປັນຕົວຂັບເຄື່ອນຫຼັກຂອງການແຂ່ງຂັນ, ຜະລິດຕະພັນ ແລະ ຄວາມສົມດຸນຂອງອົງກອນຢ່າງໄວວາ. ສຳລັບ CEOs ແລະ ຜູ້ນຳລະດັບຂັ້ນສູງ, ສິ່ງທ້າທາຍໃນປັດຈຸບັນ ບໍ່ວ່າຈະນຳໃຊ້ AI ຫຼື ບໍ່, ແຕ່ແມ່ນວິທີການນຳໃຊ້ແບບໃດໃຫ້ມີຄວາມປອດໄພ, ມີຄວາມຮັບຜິດຊອບ ແລະ ມີຄວາມໝັ້ນໃຈ.

ນີ້ຄື ຫຼັກສູດ Responsible AI ທີ່ພັດທະນາໂດຍ ສຳນັກງານຄະນະກຳມະການດິຈິຕອລເພື່ອເສດຖະກິດ ແລະ ສັງຄົມແຫ່ງຊາດ (BDE) ເຊິ່ງເປັນສ່ວນໜຶ່ງຂອງ ASEAN AI Transition Innovation Framework (AITIF). AITIF ແມ່ນບົດເລີ່ມຕົ້ນ ລະດັບພາກພື້ນທີ່ອອກແບບມາເພື່ອຊ່ວຍໃຫ້ອົງກອນນຳໃຊ້ AI ຢ່າງມີລະບົບ ແລະ ໜ້າເຊື່ອຖື, ໂດຍສ້າງຄວາມສົມດຸນ ລະຫວ່າງ ນະວັດຕະກຳ ກັບ ຄວາມເຊື່ອໝັ້ນ ແລະ ການເບິ່ງແຍງດູແລ.

AITIF ໄດ້ສະໜອງ 2 ຍຸດທະສາດສໍາລັບຜູ້ນໍາ.

ຍຸດທະສາດທີໜຶ່ງແມ່ນ: AI Literacy Framework (AILF), ເຊິ່ງແມ່ນການກຳນົດທັກສະ ແລະ ຄວາມຮູ້ທີ່ຈຳເປັນໃນທຸກບົດບາດ — ຕັ້ງແຕ່ລະດັບພະນັກງານທົ່ວໄປ, ທີມງານເຕັກນິກ ຈົນໄປເຖິງລະດັບຜູ້ບໍລິຫານ.

ຍຸດທະສາດທີສອງແມ່ນ: AI Readiness Assessment Tool (AIRAT), ເຊິ່ງຊ່ວຍໃຫ້ອົງກອນປະເມີນຄວາມພ້ອມໃນການນຳໃຊ້ AI ຢ່າງເປັນກາງ ທັງໃນດ້ານຍຸດທະສາດ, ບຸກຄະລາກອນ, ການເບີ່ງແຍງດູແລ, ຂໍ້ມູນ ແລະ Platform.  AILF ແລະ AIRAT ຈະຊ່ວຍຕອບສອງຄຳຖາມສຳຄັນຂອງຜູ້ບໍລິຫານວ່າ: “ພວກເຮົາມີຄວາມສາມາດທີ່ຖືກຕ້ອງຫຼືບໍ່?” ແລະ “ພວກເຮົາພ້ອມທີ່ຈະນຳໃຊ້ AI ຢ່າງມີຄວາມຮັບຜິດຊອບໃນລະດັບທີ່ໃຫຍ່ຂື້ນຫຼືບໍ່?”

ພາຍໃຕ້ຂອບການຮຽນຮູ້ AI (AILF) ແມ່ນຫຼັກສູດ Responsible AI. ມັນປ່ຽນທັກສະ ແລະ ຄວາມຮູ້ຂອງ AILF ໃຫ້ເປັນການຮຽນຮູ້ທີ່ໃຊ້ໄດ້ຈິງສຳລັບຜູ້ບໍລິຫານ. ໂດຍຜ່ານ 5 ບົດຮຽນທີ່ກະທັດຮັດ, ຫຼັກສູດນີ້ຈະຊ່ວຍໃຫ້ຜູ້ນຳ ແລະ ທີມງານເຂົ້າໃຈຢ່າງຈະແຈ້ງກ່ຽວກັບຄວາມສ່ຽງຂອງ AI, ຄວາມຄາດຫວັງໃນການເບິ່ງແຍງດູແລ ແລະ ແນວທາງການປະຕິບັດຕົວຈິງ — ກວມເອົາການຕັດສິນໃຈກ່ຽວກັບການນໍາໃຊ້ AI ໃນຊີວິດປະຈຳວັນ, ການເບິ່ງແຍງດູແລ ລະດັບອົງກອນ ແລະ ການຮ່ວມມືໃນອະນາຄົດ ລະຫວ່າງມະນຸດ ກັບ AI.

ສິ່ງສຳຄັນສຳລັບ CEOs ແມ່ນຫຼັກສູດ ເນັ້ນຜົນລັບເປັນຫຼັກ. ຜູ້ເຂົ້າຮ່ວມຈະຖືກປະເມີນຜ່ານ 3 ລະດັບຄວາມພ້ອມຄື: ຄວາມຮັບຜິດຊອບ AI ຕໍ່ພົນລະເມືອງ, ພະນັກງານ, ຜູ້ປະຕິບັດງານ ແລະ ຜູ້ນຳ — ເພື່ອຮັບປະກັນວ່າການຮຽນຮູ້ນັ້ນ, ສາມາດສະໜັບສະໜູນຄວາມເຂັ້ມແຂງ, ຄວາມເຊື່ອໝັ້ນ ແລະ ການສ້າງມູນຄ່າ ຂອງ ອົງກອນໃນໄລຍະຍາວໄດ້ຢ່າງແທ້ຈິງ.

ໃນສະພາບແວດລ້ອມທີ່ຄວາມສ່ຽງດ້ານ AI ທີ່ສາມາດກາຍມາເປັນຄວາມສ່ຽງດ້ານຊື່ສຽງ, ລະບຽບການ ແລະ ຄວາມສ່ຽງດ້ານຍຸດທະສາດໄດ້ຢ່າງໄວວາ, AITIF ໄດ້ສະເໜີແນວທາງທີ່ຊັດເຈນ. ໂດຍມີ BDE ເປັນຫຼັກ ແລະ  ການເຊື່ອມໂຍງຂອງ AIRAT ສຳລັບຄວາມພ້ອມ, AILF ສຳລັບຂີດຄວາມສາມາດ ແລະ ຫຼັກສູດ ປັນຍາປະດິດ ທີ່ມີຄວາມຮັບຜິດຊອບ (Responsible AI) ສຳລັບການລົງມືປະຕິບັດ, ດັ່ງນັ້ນ ຂໍ້ລິເລີ່ມນີ້ ຈຶ່ງເປັນແມ່ແບບທີ່ໃຊ້ໄດ້ຈິງສຳລັບການນຳໃຊ້ AI ຢ່າງຍືນຍົງ.

ຫຼັກສູດ Responsible AI ເປີດໃຫ້ຮຽນ ຟຣີໂດຍບໍ່ມີຄ່າໃຊ້ຈ່າຍ. ສໍາລັບ CEOs ແລະ ຜູ້ນໍາລະດັບຂັ້ນສູງທີ່ມີຄວາມຕ້ອງການສ້າງອົງກອນໃຫ້ມີຄວາມພ້ອມສຳລັບອະນາຄົດ, ພ້ອມທັງຮັກສາຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບ ແລະ ການຄວບຄຸມທາງຍຸດທະສາດ, ນີ້ຄືໂອກາດທີ່ຈະເປັນຜູ້ນຳ — ບໍ່ແມ່ນຜູ້ຕາມ — ໃນຍຸກ AI.

ຮ່ວມສ້າງນະວັດຕະກຳທີ່ມີຈັນຍາບັນ: ພວກເຮົາຂໍເຊີນທ່ານເຂົ້າຮ່ວມໂຄງການອົບຮົມອອນລາຍໃນຫຼັກສູດ Responsible AI. ຮຽນຮູ້ນຳໃຊ້ພະລັງຂອງເຕັກໂນໂລຊີຢ່າງມີປະສິດທິພາບ ພ້ອມທັງຮັບປະກັນຄວາມປອດໄພ, ຄວາມໂປ່ງໃສ ແລະ ກວດສອບ ໄດ້ທີ່: https://aitif.bde.go.th/

ສາມາດສຶກສາເພີ່ມເຕີມກ່ຽວກັບໂຄງການໄດ້ທີ່: https://youtu.be/xPRGcHr1UrQ

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.