ຄວາມອົດທົນມີ ຜົນດີ ຫຼື ຜົນເສຍ?

ເຈົ້າເຄີຍຕັ້ງຄຳຖາມກັບໂຕເອງບໍວ່າ ຄວາມອົດທັນມີຜົນດີແທ້ບໍ? ບາງທີ່ຄົນເຮົາກໍມັກເປັນແບບນີ້ ຫຼັງຈາກທີ່ເຮັດຫຍັງບໍ່ສຳເລັດ ຫຼື ມີສິ່ງບໍ່ຖືກໃຈກໍມັກຈະໂມໂຫຮ້າຍ ເຮັດໃຫ້ເລື່ອງນ້ອຍກາຍເປັນເລື່ອງໃຫຍ່ ເພາະຂາດຄວາມອົດທົນ ແຕ່ຖ້າເຮົາມີຄວາມອົດທົນແລ້ວຈະເຮັດໃຫ້ເລື່ອງໃຫຍ່ກາຍເປັນເປັນເລື່ອງນ້ອຍໄດ້ ແຕ່ຖ້າອົດທົນຫຼາຍເກີນໄປກັບບາງເລື່ອງທີ່ບໍ່ໃຫ້ຜົນດີກໍອາດຈະເມື່ອຍລ້າໄດ້.

ໃນການໃຊ້ຊີວິດບໍ່ມີສິ່ງໃດທີ່ຈະເປັນໄປຕາມໃຈເຮົາໝົດ ຕ້ອງພົບປະກັບບັນຫາຕ່າງໆທີ່ຈຳເປັນຕ້ອງອົດທົນ, ຖືກຄົນວ່າຮ້າຍນິນທາກໍຈຳຕ້ອງອົດທົນ, ເມື່ອມີຄົນເຮັດໃຫ້ໃຈຮ້າຍເລືອດຂຶ້ນໜ້າກໍຈໍາເປັນຕ້ອງອົດທົນ, ເມື່ອພົບກັບບັນຫາ ຫຼື ຄວາມທຸກ ກໍຈຳເປັນຕ້ອງອົດທົນ, ແມ່ນແຕ່ເວລາທີ່ມີຄວາມມຸ່ງມາດປາຖະໜາຈະເຮັດສິ່ງໃດໜຶ່ງກໍຈໍາເປັນຕ້ອງອົດທົນ ເພາະຫົນທາງດຽວທີ່ຈະນຳພາໄປສູ່ຄວາມສຳເລັດ ນັ້ນຄື ໃຈທີ່ພາກພຽນ ແລະ ມີຄວາມອົດທົນ.

ອົດທົນຮຽນຮູ້, ສູ້ສຶກສາ, ທຳຄວາມເຂົ້າໃຈ ແລະ ແກ້ໄຂມັນໃຫ້ໄວ ຖ້າຂາດໃຈທີ່ໜັກແໜ້ນ ເມື່ອພໍ້ບັນຫາແລ້ວແລ່ນໜີ ຄິດວ່າຈະໄປໃຫ້ໄກແລ້ວຈະພົ້ນ ສຸດທ້າຍຕ້ອງມາທຸກທົນກັບຜົນທີ່ຕົນບໍ່ໄດ້ແກ້. ຄວາມອົດທົນເປັນສິ່ງທີ່ເວົ້າໄດ້ງ່າຍ ແຕ່ເຮັດໄດ້ຍາກ ມີຫຼາຍຄົນມັກບອກວ່າ ໃຫ້ຮູ້ຈັກອົດທົນ ແຕ່ພໍມີຄົນວ່າເວົ້າຮ້າຍໃສ່ກໍຕອບໄປໂດຍບໍ່ຄິດ ບໍ່ແປກທີ່ມັກເກີດເຫດການ ຕີກັນຍ້ອນຫຼົງຢຽບຕີນ ເພາະແສງໄຟໃນພັບທີ່ແຈ້ງພໍກະເທີນ, ເອີ້ນຮ້າຍໃສ່ກັນຍ້ອນລັດຄິວຈ່າຍເງິນຫຼັງຊື້ເຄື່ອງ, ມີເລື່ອງກັນພຽງເພາະແນມເບິ່ງໜ້າ ແລະ ເຮັດເປັນຕາຊັງ, ຫັກຫຼັງກັນຍ້ອນຄິດວ່າເຂົາບໍ່ສັດຊື່ ຫຼື ເລີກລາກັນຍ້ອນຄູ່ຮັກຫຼົງເຮັດຜິດ….ບລາໆ

ບັນຫາເຫຼົ່ານີ້ຈະບໍ່ເກີດຖ້າເຮົາມີຄວາມອົດທົນຈັກໜ້ອຍໜຶ່ງ ເພາະມັນສາມາດຊ່ວຍເຮົາລ່ຽງບັນຫາໄດ້

  • ຄວາມອົດທົນເຮັດໃຫ້ໃຈສະຫງົບໄດ້
  • ຄວາມອົດທົນສາມາດປ່ຽນອັນຕະລາຍໃຫ້ກາຍເປັນຄວາມປອດໄພໄດ້
  • ຄວາມອົດທົນປ່ຽນໂຊກຮ້າຍໃຫ້ກາຍເປັນໂຊກດີໄດ້
  • ຄວາມອົດທົນປ່ຽນສິ່ງທີ່ວ່າເປັນໄປບໍ່ໄດ້ໃຫ້ເປັນໄປໄດ້

ທຸກເທື່ອທີ່ເຮົາຕ້ອງອົດທົນ ໃຫ້ຄິດວ່າມັນເປັນການຝຶກຝົນຕົນເອງເພື່ອໄປສູ້ຄວາມສຳເລັດ ແຕ່ຖ້າເມື່ອໃດທີ່ເຮົາອົດທົນຫຼາຍເກີນໄປ ບາງຄົນອາດຈະເກີດ “ການທົນບໍ່ໄຫວ” ເຮັດຫຍັງແບບພິລຶກພິລໍ້າໄປໂດຍບໍ່ຄາດຄິດເຊິ່ງຜົນເສຍມັນອາດຈະຄູນສອງຄູນສາມຕາມມາ. ສະນັ້ນ, ຄວາມອົດທົນມັນມີຜົນດີ ຫຼາຍກວ່າຜົນເສຍ ແຕ່ຕ້ອງອົດທົນໃຫ້ເປັນ ອົດທົນແຕ່ບໍ່ແມ່ນກົດດັນຕົນເອງໃຫ້ຈົມຢູ່ກັບທີ່ ແຕ່ຈົ່ງອົດທົນແບບຄົນທີ່ມີເປົ້າໝາຍ ເບິ່ງກວ້າງມອງໄກ ເຕືອນຕົນເອງໄວ້ວ່າ ອົດທົນເພື່ອຜົນຮັບຕາມທີ່ຫວັງໄວ້.

More from author

Related posts

Latest posts

ຊຳຊຸງ ເປີດຕົວ Galaxy Z Series ແລະ Galaxy Watch ຮຸ່ນໃໝ່ ທີ່ສຸດຂອງໜ້າຈໍພັບ, ກ້ອງລະດັບເຮືອທຸງ ແລະ ການເບິ່ງແຍງສຸຂະພາບອັດສະລິຍະດ້ວຍ AI

ຊຳຊຸງ ສ້າງປາກົດການໃໝ່ໃຫ້ແກ່ວົງການເຕັກໂນໂລຊີອີກຄັ້ງ ດ້ວຍສະມາດໂຟນໜ້າຈໍພັບຂະໜາດໃໝ່ Galaxy Z Fold8, Galaxy Z Fold8 Ultra ແລະ Galaxy Z Flip8 ເພີ່ມປະສົບການການໃຊ້ງານໃຫ້ກວ້າງຂວາງຍິ່ງຂຶ້ນ ພ້ອມດ້ວຍ Galaxy Watch Ultra2 | Watch9 ຮຸ່ນໃໝ່ ສຸດຍອດນະວັດຕະກຳ ທີ່ປະສົມປະສານ...

ປະຫວັດ “ບຸນເຂົ້າພັນສາ”

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.