“ຜາຖີ່” ແຫຼ່ງທ່ອງທ່ຽວປະຫວັດສາດ ກັບປະຫວັດຄວາມເປັນມາ

“ຜາຖີ່” ຫຼື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບລັບ USA ໃນລາວ ປັດຈຸບັນ ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທດສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ໃນໄລຍະສົງຄາມຫວຽດນາມ ແລະ ສົງຄາມລັບ ໃນລາວ “ຜາຖີ່” ເປັນທີ່ຕັ້ງຖານທັບລັບຂອງ ສະຫະລັດອາເມລິກາ ເຊິ່ງຮູ້ຈັກກັນໃນຊື່ລະຫັດ ລີມາ 85 ຫຼື LS-85 ( L = Lima = Laos; S=Site ), ຜາຖີ່ ມີຄວາມສູງປະມານ 1.786 ແມັດ ດ້ວຍຄວາມສູງຊັນ ຈຶ່ງຕ້ອງໃຊ້ຍົນເຮລີຄ໋ອບເຕີເທົ່ານັ້ນ! ສໍາລັບລໍາລຽງອາວຸດຍຸດໂທປະກອນຕ່າງໆ ຂຶ້ນໄປຕິດຕັ້ງປະຈໍາການຢູ່ເທິງ ຜາຖີ່ ທີ່ມີລັກສະນະເປັນຜາສູງຊັນ, ມີກ້ອນຫີນຂະໜາດໃຫຍ່ປຽບດັ່ງປ້ອມປາການປ້ອງກັນທີ່ແຂງແກ່ນທີ່ມີຄວາມຍາວປະມານ 8 ກິໂລແມັດ, ນອນໃນເຂດປ່າສະຫງວນແຫ່ງຊາດ ນ້ຳແອດພູເລີຍ ດ້ານຕາເວັນຕົກ ເປັນຫນ້າຜາສູງຊັນເກືອບ 90 ອົງສາ.

ສ່ວນທິດຕາເວັນ ອອກເປັນທົ່ງພຽງ ແຕ່ກໍບໍ່ສາມາດຂຶ້ນໄປໄດ້, ເຣດ້າ ມີຄວາມສູງປະມານ 210 ແມັດ ( ເບິ່ງຈາກໜ້າຜາ ) Lima Site 85 ເປັນເຕັກໂນໂລຊີ ທີ່ລ້ຳສະໄໝທີ່ສຸດໃນເວລານັ້ນ, ເນື່ອງຈາກສາມາດລະບຸພິກັດໄດ້ຢ່າງທ່ຽງຕົງແມ້ນຢຳ ໃນການບັນຊາການໂຈມຕີຝ່າຍກົງກັນຂ້າມທາງອາກາດ ເຄື່ອງມືນີ້ມີຊື່ເອີ້ນຢ່າງເປັນທາງການວ່າ TACAN (Tactical Air Control And Navigation) ແລະ ດ້ວຍຄວາມສຳຄັນທາງທີ່ຕັ້ງຍຸດທະສາດທາງການທະຫານທີ່ສຳຄັນສຸດຍອດນີ້ຈິ່ງເຮັດໃຫ້ ຜາຖີ່ ເປັນສະໝໍລະພູມສູ້ຮົບອັນດຸເດືອດທັງພາກພື້ນດີນ ແລະ ທາງອາກາດ ລະຫວ່າງກອງກຳລັງທັງ 2 ຝ່າຍ.

ໃນວັນທີ 10-11 ມີນາ 1968 ກໍາລັງປະຕິວັດລາວ ໄດ້ປີນຂື້ນຜາຖີ່ ທີ່ມີຄວາມສູງຊັນ 90 ອົງສາ ໄດ້ຢ່າງໜ້າອັດສະຈັນ ແລະ ໄດ້ຂຶ້ນໄປດັບສູນສັດຕູ, ທໍາລາຍຖານເຣດ້າ ແລະ ຄື້ນວິທະຍຸສື່ສານອັນສຳຄັນຂອງສັດຕູໄດ້ ແລະ ສາມາດຍຶດເອົາ ຜາຖີ່ ໄດ້ໃນທີ່ສຸດ ອັນເປັນໄຊຊະນະທີ່ອົງອາດກ້າຫານ, ຍິ່ງໃຫຍ່, ດຸເດືອດທີ່ສຸດ ແລະ ເປັນບັ້ນຮົບທີ່ປະເທດຊາດຕ້ອງຈາລຶກໄວ້ໃນປະຫວັດສາດຊາດລາວຕະຫຼອດໄປ.

ຜາທີ່ ຖືກປົດປ່ອຍສົມບູນໃນວັນທີ 13 ມິຖຸນາ 1968 ແລະ ມາຮອດປີ 2018 ພັກ ແລະ ລັດຖະບານລາວ ໄດ້ຈັດພິທີສະເຫຼີມສະຫຼອງ ວັນປົດປ່ອຍຜາຖີ່ ຄົບຮອບ 50 ປີ ແລະ ພັດທະນາພື້ນຖານໂຄ່ງລ່າງເຊັ່ນ: ສ້າງເສັ້ນທາງປູຢາງ, ສ້າງຂັ້ນໄດເຫຼັກທີ່ມີຫຼາຍກວ່າ 1.000 ຂັ້ນຂຶ້ນສູ່ຍອດ ຜາຖີ່ ເພື່ອເຮັດໃຫ້ ຜາຖີ່ ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ທີ່ທຸກໆທ່ານສາມາດເດີນທາງມາສຳພັດ ແລະ ທ່ຽວຊົມໄດ້.

ພາບຈາກ: ພູນຊັບ ເທວົງສາ

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.