Tag: Travel

ເຈົ້າເປັນນັກທ່ອງທ່ຽວສາຍໃດ? ໄປແລ້ວມ່ວນສຸດບໍ່ເສຍດາຍເງິນ

ການທີ່ຈະໄປທ່ຽວແບບໄດ້ອັດທະລົດຄວາມມ່ວນຊື່ນ ແລະ ອີ່ມອົກອີ່ມໃຈ ໄປແລ້ວບໍ່ຄິດເສຍດາຍເງິນທີ່ເສຍໄປນັ້ນ ເຮົາຕ້ອງມາສັງເກດຕົນເອງໃຫ້ດີ ແລະ ວາງແຜນທ່ຽວກ່ອນວ່າ ເຮົາ, ຄູ່ຮັກ ຫຼື ໝູ່ເພື່ອນນັ້ນແມ່ນມັກທ່ຽວສາຍໃດກັນແທ້?

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່:

“ຜາຖີ່” ແຫຼ່ງທ່ອງທ່ຽວປະຫວັດສາດ ກັບປະຫວັດຄວາມເປັນມາ

“ຜາຖີ່” ຫຼື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບລັບ USA ໃນລາວ ປັດຈຸບັນ ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທດສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ນ້ຳແອດ-ພູເລີຍ ແຂວງຫົວພັນ! ແຫຼ່ງທ່ອງທ່ຽວທຳມະຊາດຂອງແທ້.

ຫຼາຍຄົນມັກຄິດວ່າ “ການທ່ອງທ່ຽວ” ຄືການໄປເບິ່ງນ້ຳຕົກຕາດ, ໄປເບິ່ງວັດວາອາຮາມ ແລະ ຮີດຄອງປະເພນີ. ແຕ່ວ່າ ໂຄງການ ທ່ອງທ່ຽວແບບອະນຸລັກ ຢູ່ປ່າສະຫງວນ ນ້ຳແອດ-ພູເລີຍ ມີຫຼາຍກວ່ານັ້ນ ຄື ເອົາຂຸມຊັບທາງທຳມະຊາດ ມາເປັນຈຸດຂາຍ ແລະ ເພີ່ມການອະນຸລັກທຳມະຊາດ ໄປໃນຕົວ.

“ຕາດຜາຫວ່າງ” ມົນສະເໜ່ເມືອງເໜືອ

ເມື່ອທ່ານເດີນທາງໄປທີ່ແຂວງຫົວພັນ ໂດຍສະເພາະແມ່ນຢູ່ທີ່ເມືອງຊຳໃຕ້ ກໍຢ່າລືມຢຸດແວ່ພັກຜ່ອນຢ່ອນໃຈ, ຊົມວິວທິວທັດທຳມະຊາດ ຂອງນໍ້າຕົກຕາດຜາຫວ່າງ ເຊິ່ງເປັນນ້ຳຕົກທີ່ສວຍສົດງົດງາມ ເປັນມົນສະເໜ່ຂອງເມືອງເໜືອ ກໍວ່າໄດ້.

ພຣະທາດສີໂຄດຕະບອງ

ພຣະທາດ​ສີ​ໂຄດ​ຕະບອງ ພຣະທາດເມືອງເກົ່າ​ ທີ່ຕັ້ງ​ຢູ່ບ້ານ​ ມ່ວງສຸມ, ເມືອງ ທ່າແຂກ, ແຂວງຄຳມ່ວນ ຕາມ​ທາງ​ ເລກທີ 11 ​ໃຕ້, ຫ່າງ​ຈາກ​ຕົວເມືອງ ​ທ່າ​ແຂກ ໄປທາງທິດໃຕ້ປະມານ 6 ກິ​​ໂລ​ແມັດ, ທິດຕາເວັນຕົກຂອງທາດ ຕິດກັບແຄມຝັ່ງແມ່ນ້ຳຂອງ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງ ຂອງອະດີດເມືອງຫຼວງ ທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ.

ກະຊວງ ຖວທ​ ຄັດເລືອກ​ ເອື້ອຍຖີ ອ້າຍສົມປອງເຊື່ອມໂຍງການທ່ອງທ່ຽວວັດທະນະທຳ ໄທ-​​​​ ອາຊຽນໃນແຄມເປນ​ “Experiencing ASEAN POP Culture”

ກະຊວງຖະແຫຼງຂ່າວ​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ (ຖວທ) ໄດ້ໃຫ້ກຽດເຂົ້າຮ່ວມສົ່ງ​ເສີມ​ກິດຈະກຳ​ ການເຮັດ​ Workshop​ ປະດິດ​ໜ້າກາກທີ່ເຮັດດ້ວຍວັດຖຸດິບຫາງ່າຍໃນທ້ອງຖິ່ນ ແລະ​ ຈັດການສະແດງໜ້າກາກ ທີ່​ ສານເຈົ້າພໍ່ພະຍາແກ້ວ ອຳເພີ ຊຽງຂອງ ຈັງຫວັດ​ ຊຽງລາຍ ເພື່ອຖ່າຍທອດເລື່ອງລາວຂອງຫຸ່ນກະບອກຈາກຮຸ່ນສູ່ຮຸ່ນ​ ຜ່ານຄະນະນັກສະແດງຫຸ່ນກະບອກຂອງ​ ປະເທດລາວ​