“ຕາດຜາຫວ່າງ” ມົນສະເໜ່ເມືອງເໜືອ

ເມື່ອທ່ານເດີນທາງໄປທີ່ແຂວງຫົວພັນ ໂດຍສະເພາະແມ່ນຢູ່ທີ່ເມືອງຊຳໃຕ້ ກໍຢ່າລືມຢຸດແວ່ພັກຜ່ອນຢ່ອນໃຈ, ຊົມວິວທິວທັດທຳມະຊາດ ຂອງນໍ້າຕົກຕາດຜາຫວ່າງ ເຊິ່ງເປັນນ້ຳຕົກທີ່ສວຍສົດງົດງາມ ເປັນມົນສະເໜ່ຂອງເມືອງເໜືອ ກໍວ່າໄດ້.

ນໍ້າຕົກຕາດຜາຫວ່າງ ເປັນນໍ້າຕົກຫີນເກັດ ຕັ້ງຢູ່ບ້ານປາວເໜືອ, ເມືອງຊຳໃຕ້, ແຂວງ ຫົວພັນ ຫ່າງຈາກເທສະບານເມືອງຊຳໃຕ້ 30 ກິໂລແມັດ ເປັນນໍ້າຕົກຕາດ ໄຫຼອອກຈາກຮູຜາຫີນທີ່ຍາວຢຽດໄປຕາມສາຍພູສູງ ແລະ ມີນໍ້າໄຫຼຕະຫຼອດປີ ເປັນນໍ້າຕົກຕາດທຳມະຊາດທີ່ສວຍງາມ ເຊິ່ງອາດເປັນອັນດັບຫນຶ່ງຂອງປະເທດລາວ ກໍວ່າໄດ້ ໂດຍມີຄວາມຍາວທັງໝົດ 700 ແມັດ, ກວ້າງສະເລ່ຍ 15-20 ແມັດ ມີ 21 ພັກ, ແຕ່ລະພັກມີຄຸນລັກສະນະຄວາມງາມທີ່ແຕກຕ່າງກັນ.

ສະຖານທີ່ແຫ່ງນີ້, ເປັນຕາດທີ່ມີສະເໜ່ດຶງດູດຈິດໃຈຜູ້ມາທ່ຽວຊົມຍ້ອນ ຄວາມງາມຂອງທໍາມະຊາດ ທີ່ອຸດົມສົມບູນໄປດ້ວຍຊີວະນາໆ ພັນອາໄສຢູ່ຫຼາກຫຼາຍ, ອາກາດສົດຊື່ນເຢັນສະບາຍ, ສອງຝາກຫ້ວຍມີຕົ້ນໄມ້ນາໆຊະນິດທີ່ຂຽວງາມ, ມີສັດສາວາສິ່ງຫຼາຍຊະນິດເປັນຕົ້ນ ນົກ, ກະຮອກ ແລະ ສັດຊະນິດອື່ນໆຢ່າງຫຼວງຫຼາຍ.

ພິເສດ ບໍລິເວນດັ່ງກ່າວ ນອກຈາກໃນຂອບເຂດ ນໍ້າຕົກຕາດຜາຫວ່າງ ຍັງມີຮ່ອງຮອຍທາງປະຫວັດສາດ, ວັດທະນະທຳ ຫຼາຍຢ່າງ ທີ່ເປັນຕາງຶດງໍ້ອັດສະຈັນ ເຊັ່ນ: ຫີນຕັ້ງ, ຫີນໜູນີກາ, ມີຮອຍຕີນເຢື້ອຍ, ເຕົ່າຫີນຕີນຜາຮໍ ແລະ ຖໍ້າມ້າຫີນ ຜູ້ເຖົ້າຜູ້ແກ່ບູຮານເພີ່ນເຄີຍ ເວົ້າກັນວ່າ: “ຖໍ້າມ້າສາລີກາບຜາຮໍ” ເຊິ່ງມີຄວາມເໝາະສົມແກ່ການໄປທ່ຽວຊົມ ແລະ ພັກຜ່ອນໃນມື້ວັນພັກຕ່າງໆ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...