ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນສັກຂີພະຍານໃນຄວາມຮ່ວມມືດ້ານການສຶກສາລະຫວ່າງ ວິທະຍາໄລເຕັກນິກ ປາກປ່າສັກ ແລະ ວິທະຍາໄລ ເຕັກໂນໂລຊີ ປັນຍາພິວັດຂອງໄທ.

ເມື່ອວັນທີ 28 ກຸມພາ ທີ່ຜ່ານມາ ທ່ານ ປອ. ສຸລິອຸດົງ ສຸນດາລາ  ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ, ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມ​ດ້ວຍ​ ທ່ານ ກໍ່ສັກ ໄຊລັດສະໝີສັກ ປະທານກຳມະການບໍລິຫານ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ຮ່ວມເປັນກຽດ ແລະ ເປັນສັກຂີພະຍານການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ດ້ານຄວາມຮ່ວມມືທາງການສຶກສາ ລະຫວ່າງ ວິທະຍາໄລເຕັກນິກ ປາກປ່າສັກ ສປປ ລາວ ແລະ ວິທະຍາໄລ ເຕັກໂນໂລຊີ ປັນຍາພິວັດ ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມປັນຍາງາມ ວິທະຍາໄລເຕັກໂນໂລຊີ ປັນຍາພິວັດ ປະເທດໄທ 

ໂດຍຜູ້ແທນທັງສອງຝ່າຍໄດ້ແກ່ ທ່ານ ປອ. ສາຍສະໝອນ ງາມສີ ຜູ້ອໍານວຍການ ວິທະຍາໄລເຕັກນິກ ປາກປ່າສັກ ແລະ ທ່ານ ປິຍະວັດ ທິຕະສັດທາວໍລະກຸນ  ຜູ້ຮັບໃບອະນຸຍາດ ວິທະຍາໄລ ເຕັກໂນໂລຊີ ປັນຍາພິວັດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຂັບເຄື່ອນການດໍາເນີນງານການຈັດການສຶກສາອາຊີວະສຶກສາ ລະບົບທະວີພາຄີ ໃຫ້ແກ່ຜູ້ຮຽນ ລະດັບປະກາດຊະນີຍະບັດ ວິຊາຊີບ (ປວຊ) ແລະ ລະດັບປະກາດຊະນີຍະບັດ ວິຊາຊີບຊັ້ນສູງ (ປວສ) ປະເພດວິຊາບໍລິຫານທຸລະກິດ, ສາຂາການຈັດການທຸລະກິດການຄ້າຍ່ອຍ, ສາຂາການທຸລະກິດການຄ້າຍ່ອຍສະໄໝໃໝ່ ແລະ ສາຂາອື່ນໆ ທີ່ກົງກັບຄວາມຕ້ອງການຂອງສະຖານທີ່ປະກອບການ ຕະຫຼອດຈົນສົ່ງເສີມສະໜັບສະໜູນໃຫ້ຜູ້ຮຽນໄດ້ພັດທະນາການຮຽນຮູ້ທັກສະ ແລະ ປະສົບການຈິງຈາກການຝຶກປະຕິບັດ ການຝຶກອາຊີບໃນສະຖານທີ່ປະກອບການ.

ໂດຍຈະຮ່ວມມືກັນພັດທະນາຫຼັກສູດການຮຽນການສອນ ການຝຶກອົບຮົມ ຕາມຫຼັກສູດອາຊີວະສຶກສາ ລະບົບທະວີພາຄີ ພ້ອມທັງປະສານຄວາມຮ່ວມມືໃນການຝຶກອົບຮົມພັດທະນາຄູ ແລະ ບຸກຄະລາກອນທາງການສຶກສາ ເພື່ອມຸ່ງເນັ້ນຜະລິດ ແລະ ພັດທະນາກຳລັງຄົນທີ່ມີປະສິດທິພາບສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ສະຖານທີ່ປະກອບການທັງພາຍໃນ ແລະ ຕ່າງປະເທດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...