ລະດູຝົນກ້າວເຂົ້າມາແລ້ວ ແລະ ມັນກໍຈະມີນ້ຳຖ້ວມຂັງ ຊຶ່ງອາດເຮັດໃຫ້ເກີດໂຣກຜິວໜັງໄດ້ຫຼາຍຊະນິດ ຊຶ່ງແຕ່ລະຊະນິດຈະມີຄວາມແຕກຕ່າງກັນໄປ. ຊະນິດທຳອິດທີ່ຈະເກີດ ຫຼັງການສຳຜັດກັບນ້ຳເປື້ອນຢ່າງຕໍ່ເນື່ອງ ຄື: ໂຣກນ້ຳກັດຕີນ ເນື່ອງຈາກສິ່ງສົກກະປົກ ແລະ ສານເຄມີຕ່າງໆ ທີ່ປະປົນຢູ່ໃນນ້ຳຖ້ວມຂັງ ຜິວໜັງຈະມີອາການເປັນຝື່ນສີແດງ, ແສບ, ຄັນ ແລະ ອາດມີຂຸຍລອກໄດ້ ໂດຍສະເພາະຢູ່ບໍລິເວນຂໍ້ນິ້ວຕີນ.
ສຳລັບການປິ່ນປົວເບື້ອງຕົ້ນ ແມ່ນການໃຊ້ຢາທາແກ້ຝື່ນຄັນ ເພື່ອຊ່ວຍເພີ່ມຄວາມຊຸ່ມຊື່ນຂອງຜິວໜັງ ຈະຊ່ວຍຫຼຸດອາການຂຸຍຄັນໄດ້, ແຕ່ບໍ່ຄວນໃຊ້ຂີ້ເຜິ້ງປິ່ນປົວໂຣກເຊື້ອລາຊະນິດທີ່ມີລິດກັດ ເພາະຈະເພີ່ມຄວາມລະຄາຍເຄືອງຕໍ່ຜິວໜັງ ເຮັດໃຫ້ແສບ ແລະ ຄັນຫຼາຍຂຶ້ນ.
ຖ້າມີອາການຂອງນ້ຳກັດຕີນຕໍ່ເນື່ອງ ຜິວທີ່ເປື່ອຍລອກຈະຕິດເຊື້ອລາໄດ້ ແລະ ມີອາການຝື່ນແດງ, ມີຂຸຍຂາວລອກບໍລິເວນຂໍ້ນິ້ວຕີນ ຫຼື ເປັນຊະນິດຝື່ນໜາເປື່ອຍ ລອກເປັນຂຸຍທັງຝາຕີນ ແລະ ຂໍ້ນິ້ວໄດ້, ມີກິ່ນເໝັນ, ຖ້າເປັນຊຳເຮື້ອ ຝື່ນຈະໜາຂຶ້ນເລື້ອຍໆ ແລະ ປິ່ນປົວຍາກ.
ການປິ່ນປົວເຊື້ອລາທີ່ຜິວໜັງໃຫ້ໄດ້ຜົນນັ້ນ ຕ້ອງທາຢາຂ້າເຊື້ອລາຢ່າງສະໝ່ຳສະເໝີ ແລະ ຄວນທາຢາຢ່າງຕໍ່ເນື່ອງຢ່າງໜ້ອຍ 4 ອາທິດ, ຫຼີກເວັ້ນການໃຊ້ແອວກໍຮໍເຊັດບໍລິເວນຝື່ນແດງ ເພາະຈະເຮັດໃຫ້ຜິວແຫ້ງ ແລະ ຄັນຂຶ້ນກວ່າເກົ່າ. ທີ່ສຳຄັນ ຄວນຮັກສາຄວາມສະອາດ ແລະ ໃຫ້ຕີນແຫ້ງຢູ່ສະເໝີ ຈະຊ່ວຍປ້ອງກັນການກັບມາເປັນຊ້ຳອີກ.
ນອກຈາກການຕິດເຊື້ອລາແລ້ວ ພາວະທີ່ຜິວໜັງມີການປຽກຊຸ່ມຢູ່ເປັນເວລາດົນ ຈະເຮັດໃຫ້ເກີດການຕິດເຊື້ອແບັກທີເຣຍໄດ້ ຊຶ່ງສ່ວນໃຫຍ່ຈະເປັນການຕິດເຊື້ອທີ່ຜິວໜັງຊັ້ນຕື້ນໆ ເຮັດໃຫ້ຜິວໜັງເປື່ອຍເປັນຂຸມນ້ອຍ ຊຶ່ງຈະບໍ່ເປັນອັນຕະລາຍຮ້າຍແຮງນອກຈາກຈະມີກິ່ນເໝັນ. ແຕ່ຖ້າເປັນການຕິດເຊື້ອແບັກທີເຣຍ ທີ່ຜິວໜັງຊັ້ນເລິກ ຊຶ່ງມັກຈະເກີດຕາມຫຼັງການມີບາດແຜລອກ ຫຼື ຜິວໜັງຖືກຕຳສິ່ງທີ່ມີຄົມ ມັນກໍຈະບວມແດງຮ້ອນ, ກົດເຈັບ ແລະ ຕໍ່ມາ ກໍຈະແພ່ລາມໄປຍັງບໍລິເວນໃກ້ຄຽງ ແລ້ວອາດມີໄຂ້ສູງ ແລະ ມີຕ່ອມນ້ຳເຫຼືອງ ທີ່ບໍລິເວນຫວ່າງຂາໃຫຍ່. ສະນັ້ນ ການຮັກສາໂຕເອງໃນເບື້ອງຕົ້ນທີ່ຖືກວິທີ ຈະຊ່ວຍຫຼຸດການເກີດພາວະແຊກຊ້ອນຮຸນແຮງທີ່ຈະຕາມມາໄດ້.