Friday, April 17, 2026
Kbank Laos โอน รับ จ่าย
-->

Vietjet ລາຍງານຜົນການປະກອບການທີ່ເກີນຄາດໄວ້ ດ້ວຍຜົນກຳໄລເຄິ່ງປີທຳອິດຂອງປີ 2024 ຢູ່ທີ່ 21% ເກີນລະດັບຄາດໝາຍ

(ນະຄອນຫຼວງວຽງຈັນ, ວັນທີ 01 ສິງຫາ 2024) – ບໍລິສັດການບິນ Vietjet (HOSE: VJC) ໄດ້ອອກຖະແຫຼງການການເງິນໃນໄລຍະເຄິ່ງຕົ້ນປີ 2024 (H1/2024) ໂດຍລາຍງານເປັນບັນທຶກການເຕີບໂຕຂອງລາຍຮັບ.

​ໃນໄລຍະ 6 ເດືອນ​ທຳອິດຂອງປີ 2024, ຜົນປະກອບການ​ຂອງ Vietjet ເພີ່ມຂຶ້ນແຊງໜ້າໄລຍະ​ກ່ອນ​ໂລກ​ລະບາດ​ໃນປີ ​​2019 ໂດຍສາຍ​ການ​ບິນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ​ທັງ​ໝົດ 13.1 ລ້ານ​ຄົນ ດ້ວຍ 70.154 ຖ້ຽວ​ບິນ​ທີ່​ປອດ​ໄພໃນລະຫວ່າງເຄິ່ງຕົ້ນປີ 2024  (H1/2024)​.

​ໃນ​ຊ່ວງ 6 ເດືອນ​ນີ້, ລາຍ​ຮັບ​ສະສົມຈາກການ​ຂົນ​ສົ່ງ​ທາງ​ອາກາດ​ລວມຢູ່ທີ່​ 32.893 ພັນຕື້​ດົ້ງ (ປະມານ 28.000 ພັນຕື້​ກວ່າ​ກີບ), ​ເພີ່ມ​ຂຶ້ນ 31% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ທີ່ແລ້ວ. ກໍາໄລ​ກ່ອນ​ຫັກອາກອນໃນ​ຊ່ວງໄລ​ຍະ​ນີ້ຢູ່ທີ່ 1.174 ພັນ​ຕື້​ດົ້ງ (ປະ​ມານ 1 ພັນ​ຕື້​ກີບ​), ເພີ່ມ​ຂຶ້ນເຖິງ 690% ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ.

ລາຍຮັບລວມຂອງ Vietjet ໃນເຄິ່ງປີ 2024 (H1/2024) ຢູ່ທີ່ 34.016 ພັນຕື້ດົ້ງ (ປະມານ 30.000 ພັນຕື້ກີບ), ດ້ວຍກໍາໄລກ່ອນຫັກອາກອນແມ່ນ 1.311 ພັນຕື້ດົ້ງ (ປະມານ 1.16 ພັນຕື້ກີບ), ກວມເອົາ 15% ແລະ 433% ເມື່ອທຽບປີຕໍ່ປີ. ກໍາໄລຖືວ່າເກີນຄາດໝາຍໃນຊ່ວງເຄິ່ງປີທຳອິດ 2024 (H1/2024)  ເຖິງ 21%.

ການຂະຫຍາຕົວສູ່ສາກົນດ້ວຍເສັ້ນທາງການບິນໃໝ່ ແລະ ຄວາມຮ່ວມມືເຊີງຍຸດທະສາດໃນລາວ

Vietjet ໄດ້ດໍາເນີນງານບໍລິການເສັ້ນທາງການບິນຫຼາຍກວ່າ 149 ເສັ້ນທາງພາຍໃນປະເທດຫວຽດນາມ ແລະ ຕ່າງປະເທດ, ໃນນັ້ນເສັ້ນທາງພາຍໃນປະເທດມີ 38 ເສັ້ນທາງ ແລະ ເສັ້ນທາງລະຫວ່າງປະເທດມີ 111 ເສັ້ນທາງ.

ໃນເດືອນ ກຸມພາ, Vietjet ໄດ້ເປີດສາຍການບິນໃໝ່ທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນ ກັບ ນະຄອນຫຼວງວຽງຈັນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ອີກທັງໄດ້​ນຳ​ເອົາ​ເສັ້ນທາງ​ການບິນຕ່າງໆ​ສຳລັບ​ນັກທ່ອງທ່ຽວ​ຈາກ​ລາວ ​ທີ່ຈະເດີນທາງ​ຕໍ່​ໄປ​ຍັງຈຸດໝາຍປາຍທາງອື່ນໆ ບໍ່ວ່າຈະເປັນ​ປະ​ເທດ​ອົດສະຕາລີ, ອິນ​ເດຍ, ​ເກົາຫຼີ​ໃຕ້, ຍີ່​ປຸ່ນ, ຈີນ, ອິນ​ໂດ​ເນ​ເຊຍ, ​ໄທ, ສິງກະ​ໂປ, ມາ​ເລ​ເຊຍ, ກາ​ຊັກ​ສະຖານ ​ແລະ ​ອື່ນໆ.

ເມື່ອບໍ່ດົນມານີ້, ບໍລິສັດ Vietjet ​ແລະ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ ​ໄດ້​ປະກາດ​ຂໍ້​ຕົກລົງ​ຊຸກຍູ້​ການ​ເຊື່ອມຕໍ່​ທາງ​ອາກາດ​ລະຫວ່າງ ຫວຽດນາມ ​ແລະ ລາວ. ໃນປັດຈຸບັນສາຍການບິນກຳລັງດຳເນີນການປະກອບສ້າງສູນບຳລຸງຮັກສາເຮືອບິນທີ່ທັນສະໄໝໃນລະດັບພາກພື້ນ ໂດຍຮ່ວມມືກັບສາຍການບິນລາວຢູ່ທີ່ສະໜາມບິນສາກົນວັດໄຕ.

ການຂະຫຍາຍຕົວຂອງເຮືອບິນທີ່ທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ

Vietjet Aviation Academy (VJAA) ໄດ້ຍຶດໝັ້ນຍຸດທະສາດ ແລະ ສ້າງວິໄສທັດ ພັດທະນາບຸກຄາລະກອນດ້ານການບິນຕາມມາດຕະຖານສາກົນ ໄດ້ກາຍເປັນຄູ່ຝຶກຊ້ອມຂອງສະມາຄົມຂົນສົ່ງທາງອາກາດສາກົນ (IATA). ໃນເຄິ່ງປີທຳອິດ, VJAA ໄດ້ຝຶກອົບຮົມຫຼາຍກວ່າ 43,000 ຄົນໃນ 3,898 ຫຼັກສູດ, ລວມມີຫຼັກສູດນັກບິນ ແລະ ວິສະວະກອນເຮືອບິນ (CRS). ສະຖາບັນຍັງໄດ້ມອບໃຫ້ຫ້ອງນັກບິນຈໍາລອງທີ່ສາມ ເພື່ອເສີມຂະຫຍາຍສະຖານະພາບຂອງຕົນເປັນສູນຝຶກອົບຮົມນັກບິນສາກົນຊັ້ນນໍາໃນລະດັບພາກພື້ນ.

Vietjet ໄດ້ຕ້ອນຮັບນັກສຶກສາເຝິກງານຫຼາຍຄົນມາສຶກສາໃນສະພາບແວດລ້ອມໃນການເຮັດວຽກລະດັບປະເທດ, ເພື່ອມອບຄວາມຮູ້ ແລະ ປະສົບການຕົວຈິງໃຫ້ກັບເຂົາເຈົ້າ. ສາຍ​ການ​ບິນ​ຍັງ​ໄດ້ກຽມຄວາມພ້ອມ​ກັບ​ບັນ​ດາ​ ມະ​ຫາ​ວິ​ທະ​ຍາ​ໄລ​ກ່ຽວ​ກັບ​ການ​ປະ​ຖົມ​ນິ​ເທດ​ການ​ເຮັດ​ວຽກ​ໃຫ້ກັບ​ນັກ​ສຶກ​ສາ, ໂດຍແນະ​ນໍາ​ກາ​ລະ​ໂອ​ກາດ​ເຮັດ​ວຽກ​ຢູ່ Vietjet.

ເພື່ອສະໜັບສະໜູນການຂະຫຍາຍຕົວການບິນທົ່ວໂລກ, Vietjet ໄດ້ລົງນາມກັບບໍລິສັດ Airbus ສັ່ງຊື້ເຮືອບິນ A330neo ຈຳນວນ 20 ລຳ ມູນຄ່າ 7.4 ຕື້ໂດລາສະຫະລັດ ທີ່ງານວາງສະແດງການບິນສາກົນ Farnborough ໃນເດືອນ ກໍລະກົດ 2024 ທີ່ຜ່ານມາ.

Vietjet ໄດ້ຮັບກຽດຈາກວາລະສານການເງິນສາກົນ International Finance ໃຫ້ເປັນ “ສາຍການບິນລາຄາທີ່ປະຢັດທີ່ດີທີ່ສຸດໃນອາຊີຕາເວັນອອກສຽງໃຕ້” ແລະ “ສາຍການບິນດີທີ່ສຸດດ້ານການບໍລິຫານການເງິນ ການບິນຂອງຫວຽດນາມ”;  “ສາຍການບິນລາຄາທີ່ປະຢັດສຸດພິເສດ” ແລະ “ສາຍການບິນດ້ານການບໍລິການເທິງຖ້ຽວບິນໃນລາຄາດີທີ່ສຸດ” ໂດຍຈັດອັນດັບໃນ Airline Ratings ແລະ ຕິດຢູ່ໃນລາຍຊື່ 50 ບໍລິສັດທີ່ດີທີ່ສຸດຂອງ Forbes ໃນຫວຽດນາມປະຈຳປີ 2024.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.