Sunday, November 16, 2025
Kbank Laos โอน รับ จ่าย

“ຂັນຫ້າ” ກັບຄວາມໝາຍ ແລະ ຄວາມສຳຄັນ

ພຣະພຸດທະເຈົ້າໄດ້ກ່າວເຖິງຂັນຫ້າແທ້! ແຕ່ບໍ່ແມ່ນ ທຽນຫ້າຄູ່ ແລະ ດອກໄມ້ ຫ້າຄູ່. ຂັນຫ້າຕາມຄວາມໝາຍຂອງ ພຣະພຸດທະເຈົ້າ ແມ່ນ ເລື່ອງຂອງ ອະລິຍະສັດ ໂດຍໝາຍເຖິງ ຮູບປະທັມ ແລະ ນາມມະທັມ ທັງຫ້າ ທີ່ພາໃຫ້ເກີດເປັນຊີວິດຄົນເຮົານັ້ນເອງ ເຊິ່ງປະກອບມີ 5 ຂັນ ດັ່ງລຸ່ມນີ້:

1. ຮູບຂັນ: ໝາຍເຖິງ ສ່ວນທີ່ເປັນຮ່າງກາຍ, ພຶດຕິກຳ, ຄຸນລັກຊະນະຕ່າງໆ ຂອງຮ່າງກາຍ ແລະ ສ່ວນປະກອບທີ່ເປັນຮູບປະທັມທັງໝົດ.

2. ເວທະນາຂັນ: ໝາຍເຖິງ ກອງເວທະນາ ທີ່ເປັນຄວາມສຸກ, ຄວາມທຸກ, ຄວາມພໍໃຈ, ຄວາມບໍ່ພໍໃຈ.

3. ສັນຍາຂັນ: ໝາຍເຖິງ ກອງສັນຍາ ທີ່ເປັນຄວາມຈື່ຈຳໃນອາດີດທີ່ໄດ້ຮັບ.

4. ສັງຂານຂັນ: ໝາຍເຖິງ ກອງສັງຂານ ສ່ວນທີ່ເປັນການປຸງແຕ່ງຂອງຈິດ, ຄິດມະໂນໄປເອງວ່າ ສິ່ງນີ້ອາດຈະເກີດ ສິ່ງນັ້ນອາດຈະເກີດ.

5. ວິນຍານຂັນ: ໝາຍເຖິງ ກອງວິນຍານ ຫຼື ຈິດ ທີ່ເປັນການຮູ້ແຈ້ງຜ່ານ ຫູ, ຕາ, ດັງ, ລີ້ນ, ກາຍ ແລະ ໃຈ.​

ເຊິ່ງຂັນທັງ 5 ຢ່າງນີ້ ຈະມີການເກີດຂື້ນ, ຕັ້ງຢູ່ ແລະ ດັບໄປ ຕະຫຼອດເວລາ ເຮົາບໍ່ສາມາດບັງຄັບມັນໄດ້ ແຕ່ເຮົາສາມາດຮັບຮູ້ມັນໄດ້ ແລະ ຢູ່ກັບມັນໃຫ້ໄດ້. ສິ່ງເລົ່ານີ້ແມ່ນທາດແທ້ຂອງຂັນ 5 ຕາມຫຼັກຄຳສອນຂອງພຣະພຸດທະເຈົ້າ.

ແຕ່ປັດຈຸບັນ ເຫັນຫຼາຍຄົນນຳໃຊ້ຂັນ 5 ທີ່ປະກອບດ້ວຍ ດອກໄມ້ ແລະ ທຽນ 5 ຄູ່ ເພື່ອນຳໃຊ້ໃນການປະກອບພິທີກຳຕ່າງເຊັ່ນ: ການຂໍຂະມາ, ການນິມົນຕ່າງໆ ເຊິ່ງທາດແທ້ຂອງການຂໍຂະມາດ້ວຍການຍົກຂັນ 5 ກາບນັ້ນ ແມ່ນການເອົາຂັນທັງ 5 ຄື ຮູບ, ເວທະນາ, ສັນຍາ, ສັງຂານ ແລະ ວິນຍານ ນອບນ້ອມໃສ່ຜູ້ທີ່ເຮົາຕ້ອງການຂໍຂະມາ.

ສະນັ້ນ, ການຂໍຂະມາ ໃນບາງເທື່ອ ແມ່ນບໍ່ຈຳເປັນຕ້ອງມີຂັນ 5 ທີ່ເປັນດອກໄມ້ 5 ​ຄູ່ ທຽນ 5 ຄູ່ກໍໄດ້, ສິ່ງທີ່ເຈົ້າຄວນມີແມ່ນ ຮູບ, ເວທະນາ, ສັນຍາ, ສັງຂານ ແລະ ວິນຍານ.

ແຕ່ຖ້າມີກໍດີ ເພາະເປັນການຮັກສາ ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ.

ໂດຍ: ພຸດທະໂອດ

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.