ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ນາຊາຍທອງ ເນັ້ນສົ່ງເສີມວັດທະນະທຳ-ຮີດຄອງປະເພນີ ຂອງລາວ

ສະຖານທີທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ຕັ້ງຢູ່ບ້ານນາຊາຍທອງເໜືອ ເມືອງນາຊາຍທອງ, ນະຄອນຫຼວງ ວຽງຈັນ ເປັນອີກສະຖານທີ່ທ່ອງທ່ຽວໜຶ່ງ ທີ່ເນັ້ນການອະນຸລັກວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ຂອງຊາດລາວ, ໂດຍໄດ້ສ້າງເຮືອນຊົງລາວ ເພື່ອສະແດງເຖິງວິຖີການດຳລົງຊີວິດຂອງຊາວລາວ ໃນເມື່ອກ່ອນ ເຊິ່ງໄດ້ຈັດໃຫ້ມີຫຼາຍກິດຈະກຳ ທີ່ສ່ອງແສງໃຫ້ເຫັນເຖິງ ວັດທະນະທຳ, ຮີດຄອງປະເພນີ, ຕິດພັນກັບການນຸ່ງຖື ຂອງປະຊາຊົນລາວບັນດາເຜົ່າ ໃນເມື່ອກ່ອນ, ທັງຕິດພັນການອະນຸລັກ, ຮັກສາສິ່ງແວດລ້ອມ ແລະ ອື່ນໆອີກ.

ທ່ານ ນາງ ນິດຕະຍາ ບຸດປະເສີດ ເຈົ້າຂອງສະຖານທີ່ທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ໄດ້ໃຫ້ສຳພາດ ໃນວັນທີ 28 ກໍລະກົດ 2024 ນີ້ວ່າ: ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ເລີ່ມເປີດໃຫ້ບໍລິການ ມາແຕ່ເດືອນເມສາ 2019 ເປັນຕົ້ນມາ ໂດຍຈຸດເລີ່ມຕົ້ນ ໄດ້ເລີ່ມສະສົມໄມ້ຊະນິດຕ່າງໆ ຢູ່ຕາມຮົ່ວສວນຂອງປະຊາຊົນ. ຫລັງຈາກນັ້ນ, ໄດ້ນຳມາປະດິດເປັນຜະ ລິດຕະພັນ ໄມ້ແກະສະຫລັກ, ພ້ອມທັງສ້າງເຮືອນໄມ້ ແບບບູຮານ ເພື່ອນຳເອົາຜະລິດຕະພັນໄມ້ ແລະ ອື່ນໆ ມາວາງສະແດງ ໃຫ້ມວນຊົນ ໄດ້ເບິ່ງ, ໄດ້ຊົມ, ໄດ້ຮຽນຮູ້ ແລະ ສ້າງເປັນ ໝູ່ບ້ານ 8 ແສນ ກໍຄື ສ້າງເຮືອນຊົງລາວ 8 ຫລັງ ທີ່ມີຄວາມສວຍງາມ, ໃນເຮືອນແຕ່ລະຫລັງສະແດງໃຫ້ເຫັນຮີດຄອງປະເພ ນີ, ວັດທະນະທຳ ອັນດີງາມຂອງຊາດລາວເຮົາ ເຊິ່ງປະກອບມີຫລາຍກິດຈະກຳທີ່ຈັດຂຶ້ນ ເປັນຕົ້ນ ກິດ ຈະກຳບາສີສູ່ຂວັນ, ວິຖີການດຳລົງຊີວິດ ຂອງຊາວລາວ ຕິດພັນກັບເຄື່ອງຫັດຖະກຳ, ຕ່ຳຫູກ, ທໍ່ຜ້າ, ການຈັກສານ, ເຮັດດອກໄມ້, ການຄ້າຂາຍ, ການທຳມະຫາກິນ ຂອງຄົນໃນສະໄໝບູຮານ ລວມເຖິງສະກຸນເງິນກີບ ທີ່ໃຊ້ໃນຮູບແບບເງິນລາວບູຮານ.

ນັກທ່ອງທ່ຽວທີ່ເຂົ້າມາ ສະຖານທີ່ທ່ອງທ່ຽວແຫ່ງນີ້, ຈະຮູ້ສຶກວ່າ ຕົນເອງໄດ້ຍ້ອນກັບໄປສູ່ຍຸກບູຮານ ຂອງລາວ ໂດຍສະແດງຜ່ານຜູ້ທີ່ເຂົ້າມາທ່ຽວ ຈະໄດ້ແຕ່ງກາຍແບບປະເພນີລາວ, ແມ່ຍິງ ຈະໄດ້ ນຸ່ງສິ້ນ, ບ່ຽງແພ ແລະ ຜູ້ຊາຍນຸ່ງຜ້າກະຕ້ຽວ, ຜ້າສະໂລ່ງ ເຊິ່ງທາງສະຖານທີ່ທ່ອງທ່ຽວ ໄດ້ຈັດກຽມຊຸດໄວ້ໃຫ້ ຢ່າງພຽງພໍ ແລະ ຮ້ານຄ້າ ຢູ່ໃນສະຖານທີ່ທ່ອງທ່ຽວ ມີລັກສະນະແບບສະໄໝບູຮານ ແລະ ຈະໄດ້ນຳໃຊ້ເງິນກີບລາວ ທີ່ຜະລິດໃນປີ 1979 ໂດຍການແລກປ່ຽນ ເພື່ອນຳໄປຊື້ສິນຄ້າ ໂດຍບໍ່ໄດ້ຄິດໄລ່ກຳໄລ ຈາກການແລກປ່ຽນ. ພ້ອມນີ້, ນັກທ່ອງທ່ຽວ ຍັງຈະໄດ້ສຶກສາຮຽນຮູ້ກ່ຽວກັບວັດທະນະ ທຳ, ຮີດຄອງປະເພນີລາວ, ການນຸ່ງຖື, ວິຖີການດຳລົງຊີວິດ, ວິຖີການທຳມະຫາກິນ, ການຄ້າ-ຂາຍ ຂອງປະຊາຊົນ ໃນເມື່ອກ່ອນ, ຕິດພັນກັບການອະນຸລັກ, ຮັກສາສິ່ງແວດລ້ອມ ເຊິ່ງສະຖານນທີ່ທ່ອງທ່ຽວດັ່ງກ່າວ, ໄດ້ເນັ້ນໜັກບໍ່ໃສ່ປລາສຕິກ, ນຳໃຊ້ວັດສະດຸແບບທຳມະຊາດແທນ ຄື: ຕົ້ນກ້ວຍ, ກາບ ກ້ວຍ, ໄມ້ປ່ອງ, ໄມ້ໄຜ່ ເພື່ອຫຸ້ມຫໍ່ອາຫານ ແລະ ອື່ນໆ. ພ້ອມນີ້, ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ຍັງໄດ້ກໍານົດການສະແດງ ຕາມລະດູການປະເພນີ ຂອງລາວ ເປັນຕົ້ນ ການສະ ແດງແຫ່ນາກ, ແຫ່ເຂີຍ, ຕີຄີ, ບຸນບັ້ງໄຟ ແລະ ສະແດງ ຂະບວນຊົນເຜົ່າຕ່າງໆ ເຊິ່ງທຸກລາຍການສະ ແດງ ບັນດານັກທ່ອງທ່ຽວ ສາມາດມີສ່ວນຮ່ວມນໍາໄດ້.

ນອກຈາກນີ້, ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ຍັງໄດ້ຜະລິດກະເປົາ, ຖ້ວຍ, ບ່ວງ, ຈານ ທີ່ເຮັດຈາກພືດ ເປັນຕົ້ນ ແມ່ນຕົ້ນກ້ວຍ ແລະ ຈະຜະລິດສະບູ, ນ້ຳຫ້ອມ ແລະ ອື່ນໆ ທີ່ເຮັດຈາກສະໝູນໄພ ຕື່ມອີກ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...