ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າໃນທ້າຍເດືອນຕຸລາ (ເດືອນ 10) ຈະເຂົ້າສູ່ຕົ້ນລະດູໜາວ ແຕ່ບາງເຂດໃນປະເທດລາວ ໂດຍສະເພາະແມ່ນພາກເໜືອ ກໍເລີ່ມມີອາກາດໜາວເຢັນແລ້ວ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

1. ໄຂ້ຫວັດ

ເກີດຈາກ ອາກາດທີ່ປ່ຽນແປງຕະຫຼອດ ເມື່ອຮ່າງກາຍອ່ອນແອ ເຊື້ອໄວຣັສກໍເຂົ້າສູ່ດຮ່າງກາຍໄດ້ງ່າຍ.
ອາການ ໄຂ້ບໍ່ສູງ, ມີນ້ຳມູກໄຫຼ, ຄັດດັງ ແລະ ມັກຈາມ.

ວິທີປິ່ນປົວ: ຖ້າເປັນໄຂ້ຫວັດຈາກເຊື້ອໄວຣັສ ການພັກຜ່ອນໃຫ້ພຽງພໍ ດື່ມນ້ຳຫຼາຍໆ ກິນອາຫານໃຫ້ຄົບ 5 ໝູ່ ກໍສາມາດເຊົາເອງໄດ້ ໂດຍບໍ່ຕ້ອງກິນຢາ.

2. ໄຂ້ຫວັດໃຫຍ່

ເກີດຈາກ ເຊື້ອໄວຣັສ ອິນຟລູເອັນຊາ (influenza virus) ທີ່ມັກພົບຫຼາຍໃນລະດູໜາວ.
ອາການ ມີໄຂ້ປານກາງ ເຖິງ ໄຂ້ສູງ, ມີອາການອ່ອນເພຍ, ປວດຕາມກ້າມຊີ້ນຫຼາຍ, ເຈັບຫົວ, ໄອ ແລະ ມີນ້ຳມູກ.

ວິທີປິ່ນປົວ ຄວນໄປພົບແພດ ເພື່ອຮັບການປິ່ນປົວທີ່ເໝາະສົມ ຫຼື ປ້ອງກັນໂດນການສັກວັກຊີນປ້ອງກັນໂຣກ.

3. ປອດບວມ ຫຼື ປອດອັກເສບ

ເກີດຈາກ ປອດຂອງເຮົາມີເຊື້ອໄວຣັສ ຫຼື ແບັກທີ່ເຣຍ ເຂົ້າໄປຢູ່ຕາມຖົງລົມ ເຮັດໃຫ້ເນື້ອປອດບໍລິເວນນັ້ນ ບໍ່ສາມາດຮັບອົກຊີໄດ້ຕາມປົກກະຕິ.
ອາການ ແໜ້ນໜ້າເອິກ ຫາຍໃຈບໍ່ອອກ, ໄອ, ມີກະເທີ່, ມີໄຂ້ສູງ ມັກພົບໃນຄົນເຈັບທີ່ເປັນໂຣກລະບົບທາງເດີນຫາຍໃຈ ຫຼື ຜູ້ທີ່ມີພູມຄຸ້ມກັນຕ່ຳລົງ.

ວິທີປິ່ນປົວ ຄວນໄປພົບແພດ ເພື່ອຮັບຢາປິ່ນປົວ ແລະ ຢາຫຼຸດໄຂ້ຕາມຄວາມເໝາະສົມຂອງອາການ, ນອກຈາກນີ້ ການດື່ມນ້ຳຫຼາຍໆ ກໍຊ່ວຍຫຼຸດຂີ້ກະເທີ່ໄດ້ເຊັ່ນກັນ.

4. ໂຣກຖອກທ້ອງ ຈາກໄວຣັສໂຣຕ້າ

ເກີດຈາກ ໄວຣັສໂຣຕ້າ (Rota Virus) ທີ່ພົບໄດ້ງ່າຍໃນລະດູໜາວ ແລະ ຜູ້ປ່ວຍສ່ວນໃຫຍ່ຈະເປັນເດັກນ້ອຍອາຍຸຕ່ຳກວ່າ 5 ປີ.

ວິທີປ້ອງກັນ ໃນປັດຈຸບັນ ໄດ້ມີວັກຊີນປ້ອງກັນໄວຣັສນີ້ແລ້ວ ໂດຍໃຫ້ທາງປາກຂອງເດັກນ້ອຍ (ບໍ່ໄດ້ສັກຄືກັບວັກຊີນຊະນິດອື່ນໆ)

5. ໂຣກຫັດ

ເກີດຈາກ ໄວຣັສຣູບີໂອຣາ (Rubeola Virus) ມັກພົບໃນເດັກນ້ອຍທີ່ຍັງບໍ່ທັນມີພູມຄຸ້ມກັນ ຫຼາຍກວ່າຜູ້ໃຫຍ່ ສາມາດຕິດຕໍ່ໄດ້ຈາກການໄອ, ຈາມ, ນ້ຳລາຍຂອງຜູ້ປ່ວຍ, ມີໄລຍະຟັກຕົວປະມານ 10-14 ມື້.

ອາຫານ ມີໄຂ້, ໄອຫຼາຍ, ຕາແດງ, ນ້ຳຕາໄຫຼ, ມີຕຸ່ມນ້ອຍໆ ສີແດງກ່ຳ ຂຶ້ນຕາມຜິວໜັງ ແລະ ມັກຈະຫາຍໄປເອງພາຍໃນ 7 ມື້ ບາງຄົນຕ່ອມນ້ຳເຫຼືອງຫຼັງໃບຫູບວມ.
ວິທີປິ່ນປົວ ເນື່ອງຈາກວ່າ ໂຣກຫັດ ບໍ່ແມ່ນໂຣກຮ້າຍແຮງ ການປິ່ນປົວຈຶ່ງສາມາດປິ່ນປົວຕາມອາການຈົນກວ່າຈະເຊົາ, ນອກຈາກນີ້ ຍັງມີວັກຊີນທີ່ສາມາດປ້ອງກັນໄດ້ຕັ້ງແຕ່ນ້ອຍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...