Sunday, April 19, 2026
Kbank Laos โอน รับ จ่าย
-->

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ສາຍການບິນດັ່ງກ່າວໄດ້ຮັບລາງວັນສູງສຸດໃນງານມອບລາງວັນທຸລະກິດອາຊຽນ (ASEAN Business Awards)

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ປີ້ໂປຣໂມຊັ່ນແມ່ນມີໃຫ້ຈອງຜ່ານ www.vietjetair.com ຫຼື ແອັບພລິເຄຊັນ Vietjet Air mobile, ສາມາດໃຊ້ໄດ້ກັບທຸກເສັ້ນທາງບິນຂອງສາຍການບິນ, ລວມທັງຖ້ຽວບິນພາຍໃນປະເທດຫວຽດນາມ, ສໍາລັບໄລຍະເວລາເດີນທາງແຕ່ວັນທີ 1 ທັນວາ 2025 ຫາ 27 ພຶດສະພາ 2026 (ໄລຍະເວລາເດີນທາງສະເພາະອາດແຕກຕ່າງກັນໄປຕາມເສັ້ນທາງບິນ). ນັກທ່ອງທ່ຽວລາວສາມາດສວຍໂອກາດນີ້ ເພື່ອເພີດເພີນກັບການປະຢັດຄ່າໃຊ້ຈ່າຍຫຼາຍສຳລັບ ຖ້ຽວບິນໂດຍກົງລະຫວ່າງວຽງຈັນ ແລະ ຮ່າໂນ້ຍ/ນະຄອນໂຮ່ຈີມິນ ຫຼື ເຊື່ອມຕໍ່ຖ້ຽວບິນໄປຍັງຈຸດໝາຍປາຍທາງຊັ້ນນໍາໃນທົ່ວພາກພື້ນອາຊີ-ປາຊີຟິກ ສໍາລັບການພັກຜ່ອນທ້າຍປີ ແລະ ປີໃໝ່.

ນອກຈາກນັ້ນ, Vietjet ຍັງສະເໜີສ່ວນຫຼຸດສູງສຸດ 20% ສໍາລັບປີ້ Business ແລະ SkyBoss ໃນທຸກວັນທີ 2 ແລະ ວັນທີ 20 ຂອງແຕ່ລະເດືອນ, ພ້ອມດ້ວຍໂປຣໂມຊັ່ນພິເສດອີກຫຼາກຫຼາຍໃນວັນທີ່ມີຕົວເລກຄູ່ຕະຫຼອດປີ.

ໂປຣໂມຊັ່ນນີ້ແມ່ນສືບເນື່ອງມາຈາກຜົນງານລ່າສຸດຂອງ Vietjet ທີ່ໄດ້ ເສີມສ້າງການເປັນຜູ້ນໍາໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຂອງຕົນ. ໃນພິທີມອບລາງວັນທຸລະກິດອາຊຽນ (ASEAN Business Awards – ABA) 2025, ທີ່ຈັດຂຶ້ນພາຍໃຕ້ງານກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ທີ່ປະເທດມາເລເຊຍ, ສາຍການບິນດັ່ງກ່າວໄດ້ຮັບນາມວ່າ ຜູ້ຊະນະເລີດ (Grand Winner) ໃນໝວດໝູ່ການທ່ອງທ່ຽວ (Tourism category).

ດ້ວຍການກ້າວຂ້າມຄູ່ແຂ່ງໃນພາກພື້ນ, Vietjet ໄດ້ຮັບກຽດໃນງານ ABA, ທີ່ຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນຄັ້ງທີ 47 ທີ່ປະເທດມາເລເຊຍ, ສຳລັບຮູບແບບສາຍການບິນຍຸກໃໝ່, ກອງເຮືອບິນທີ່ທັນສະໄໝ, ການບໍລິການທີ່ສ້າງສັນ, ແລະ ການດຳເນີນງານທີ່ປອດໄພແລະມີປະສິດທິພາບ. ລາງວັນອັນຊົງກຽດນີ້ໄດ້ເນັ້ນໃຫ້ເຫັນບົດບາດຂອງ Vietjet ໃນການສົ່ງເສີມການທ່ອງທ່ຽວ, ການແລກປ່ຽນວັດທະນະທຳ, ແລະ ຄວາມຍືນຍົງ, ເປັນການສະເຫຼີມສະຫຼອງຜົນງານທີ່ໂດດເດັ່ນຂອງສາຍການບິນໃນການເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ກັບທົ່ວໂລກ.

ທ່ານ Ho Ngoc Yen Phuong, ຮອງປະທານ ແລະ ຫົວໜ້າຝ່າຍການເງິນ (Chief Financial Officer) ຂອງ Vietjet, ໄດ້ກ່າວວ່າ: “ດ້ວຍຄວາມປາຖະໜາທີ່ຈະເຮັດໃຫ້ການບິນເຂົ້າເຖິງທຸກຄົນໄດ້, Vietjet ຍັງສືບຕໍ່ຂະຫຍາຍເຄືອຂ່າຍການບິນຂອງຕົນ, ປະດິດສ້າງການບໍລິການ, ແລະ ສົ່ງເສີມພາບພົດຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ມີຄວາມຄຶກຄັກແລະມີພະລັງໃນເວທີສາກົນ.”

ນອກຈາກນັ້ນ, ເພື່ອເປັນການສະເຫຼີມສະຫຼອງ, Vietjet ຍັງໄດ້ເປີດຖ້ຽວບິນປະຈໍາວັນ ດານັງ–ກົວລາລຳເປີ ເຊິ່ງເປັນເສັ້ນທາງທີສາມລະຫວ່າງຫວຽດນາມ ແລະ ມາເລເຊຍ. ເສັ້ນທາງບິນໃໝ່ນີ້ໄດ້ເຮັດໃຫ້ຄວາມສຳພັນດ້ານການທ່ອງທ່ຽວແລະການຄ້າເລິກເຊິ່ງຂຶ້ນ, ເປັນການຢໍ້າຄືນຄວາມມຸ່ງໝັ້ນຂອງ Vietjet ໃນການສົ່ງເສີມການເຊື່ອມຕໍ່ລະດັບພາກພື້ນທີ່ເຂັ້ມແຂງແລະຈະເລີນຮຸ່ງເຮືອງໃນທົ່ວອາຊີຕາເວັນອອກສຽງໃຕ້.

Vietjet ສືບຕໍ່ຂະຫຍາຍເຄືອຂ່າຍສາກົນຂອງຕົນ, ເສີມສ້າງບົດບາດຂອງຕົນໃນຖານະເປັນຂົວຕໍ່ສໍາລັບການຄ້າໂລກ ແລະ ການແລກປ່ຽນວັດທະນະທຳ. ສາຍການບິນດັ່ງກ່າວຍັງຄົງຮັກສາການເຕີບໂຕທີ່ເຂັ້ມແຂງ ແລະ ມີການປະກົດຕົວໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ກໍາລັງກະກຽມການຂະຫຍາຍຕົວຕື່ມອີກໄປສູ່ຕະຫຼາດທີ່ສໍາຄັນໃນເອີຣົບ ແລະ ອາເມຣິກາ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.