Friday, November 14, 2025
Kbank Laos โอน รับ จ่าย

ໄປຊຽງຂວາງ ຢ່າລືມໄປແວ່ “ຕາດຄາ” ເມືອງ ໜອງແຮດ ກັນເດີ້!

ຕາດຄາ ເປັນນ້ຳຕົກຕາດທີ່ເກີດຂຶ້ນຈາກທຳມະຊາດອີກແຫ່ງໜຶ່ງທີ່ສວຍງາມ ແລະ ສູງທີ່ສຸດຂອງ ແຂວງຊຽງຂວາງ ເຊິ່ງຕັ້ງຢູ່ບ້ານ ຄັງພະນຽນ, ເມືອງ ໜອງແຮດ, ແຂວງ ຊຽງຂວາງ ຫ່າງຈາກເທດສະບານ ເມືອງແປກ ປະມານ 104 ກິໂລແມັດ ໄປຕາມທາງເລກ 7 ແລະ ຫ່າງຈາກເສັ້ນທາງດັ່ງກ່າວ ເຂົ້າສູ່ແຫ່ງທ່ອງທ່ຽວ ປະມານ 5 ກິໂລແມັດ.

ຈຸດເດັ່ນຂອງຕາດຄາ ແມ່ນມີນ້ຳທີ່ໃສສະອາດ ທີ່ໄຫຼອອກມາຈາກຮູຜາ ລົງມາໂຕນໃສ່ຕາດ ທີ່ເປັນຫຼາຍຂັ້ນ ກະແຈກກະຈາຍໂດຍມີຄວາມສູງ ປະມານ 141 ແມັດ ແບ່ງເປັນ 3 ຕາດ ໂດຍຈຸດຕົ້ນນ້ຳຫາຈຸດພັກທີ 3 ມີຄວາມສູງປະມານ 81 ແມັດ ແລະ ຕາດທີ 3 ລົງຮອດຕີນຕາດສູງ 60 ແມັດ ກວ້າງ 40-50 ແມັດ, ມີຂັ້ນໄດຢ່າງຕໍ່ກັນ ເປັນຂັ້ນໆ ເຊື່ອມຕໍ່ແຕ່ລະຂັ້ນ.

ນອກຈາກຄວາມງາມທີ່ເກີດຂຶ້ນຈາກທຳມະຊາດຂອງຕາດຄາແລ້ວ, ຍັງມີການເລົ່າຂານຂອງຄົນສະໄໝກ່ອນໃຫ້ຮູ້ວ່າ ຕາດແຫ່ງນີ້ ເປັນຕາດຫວງຫ້າມສຳລັບແມ່ຍິງ ແລະ ຫ້າມຈູງສັດຕ່າງໆ ມາຂ້າມຕາດແຫ່ງນີ້ ເພາະຫາກແມ່ຍິງຄົນໃດໄດ້ຂ້າມຕາດແຫ່ງນີ້ ຈະບໍ່ສາມາດມີລູກໄດ້ ຫຼື ຖ້າມີກໍລຸລູກ.

ນອກຈາກນັ້ນ, ຖ້າໃຜເອົາສັດເຂົ້າໄປໃນເຂດຕາດ ໂດຍສະເພາະແມ່ນ ໝາ ແລະ ແບ້ ຂ້າມຕາດແຫ່ງນີ້ ແມ່ນຈະເກີດໄພພິບັດ ເພາະຜິດກັບພະຍານາກ ດັ່ງນັ້ນ, ຈຶ່ງໃສ່ຊື່ຕາດວ່າ “ຕາດຄາ” ເພາະຜູ້ຍິງ ແລະ ສັດບາງສະນິດບໍ່ສາມາດຂ້າມໄດ້ ແລະ ຕ້ອງຄາຢູ່ທີ່ແຫ່ງນັ້ນ.

ດ້ວຍຄວາມທີ່ເປັນທຳມະຊາດທີ່ອຸດົມສົມບູນ, ມີປ່າໄມ້ທີ່ຂຽວສົດງົດງາມຫຼາຍ, ປະກອບກັບຕົ້ນໄມ້ນ້ອຍໃຫຍ່ ລວມທັງຊີວະນາໆພັນອາໄສຢູ່ ຕາດຄາ ຈຶ່ງກາຍເປັນແຫຼ່ງທ່ອງທ່ຽວ ທີ່ໄດ້ເລີ່ມເປີດບໍລິການ ໃນປີ 2005 ເປັນຕົ້ນມາ.

ສຳລັບລະດູການ ທີ່ນັກທ່ອງທ່ຽວມາຫຼາຍທີ່ສຸດແມ່ນ ໃນລະຫວ່າເດືອນ ມີນາ ຫາ ເດືອນພຶດສະພາ ຫຼື ໄລຍະບຸນປີໃໝ່ລາວ ນອກນັ້ນ ໃນລະດູຝົນຕາດແຫ່ງນີ້ ຍີ່ງມີຄວາມສວຍງາມ ເໝາະສຳລັບການທ່ອງທ່ຽວມັກປະຈົນໄພນຳອີກ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.