Sunday, April 12, 2026
Kbank Laos โอน รับ จ่าย
-->

VietJetນຳ​ເອົາ​ເທດສະການງານ “Joyful Elephant” ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນມອບ​ໃຫ້​ຜູ້​ໂດຍ​ສານ​ຢູ່​ໃນນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ນະ​ຄອນ​ໂຮ່​ຈິີມິນ

(ນະຄອນຫຼວງວຽງຈັນ, ວັນທີ 14 ສິງຫາ 2024) – VietJet ໄດ້ສືບຕໍ່ຍົກລະດັບປະສົບການຂອງລູກຄ້າຢ່າງຕໍ່ເນື່ອງດ້ວຍການເປີດຕົວໄກ້ນໍາທ່ຽວສະເໝືອນຈິງ “Joyful Elephant” (ຊ້າງທີ່ມີຄວາມສຸກ) ເພື່ອເປັນການສະແດງຕ້ອນຮັບຜູ້ໂດຍສານໃນຖ້ຽວບິນຂອງຕົນ ເຊິ່ງກົງກັບພິທີສະເຫຼີມສະຫຼອງ 200 ລ້ານຜູ້ໂດຍສານຂອງຕົນ.

ຜູ້​ໂດຍ​ສານ​ໃນ​ຖ້ຽວ​ບິນ VietJet ນະຄອນຫຼວງ​ວຽງ​ຈັນ​ໄປ​ນະຄອນ​ໂຮ່ຈິີມິນ​ໄດ້​ຊື່ນຊົມ​ການ​ສະ​ແດງ​ທີ່​ມີ​ຊີວິດ​ຊີວາ ແລະ ຄວາມເບີກບານ.

ໃນ​ທ້າຍ​ອາທິດ​ຜ່ານ​ມາ​ຂອງ​ຖ້ຽວ​ບິນ​ຈາກ​ນະຄອນຫຼວງ​ວຽງ​ຈັນ, ເມືອງຫຼວງ​ແຫ່ງ “​ແຜ່ນດິນ​ລ້ານ​ຊ້າງ” ​ໄປ​ນະຄອນ​ໂຮ່ຈິີມິນ. ບໍລິສັດ Vietjet ​ໄດ້​ສ້າງສັນ​ບັນຍາກາດ​ຄວາມມ່ວນຊື່ນ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ຊ້າງ​ໂລກ (12 ສິງຫາ) ວັນຊ້າງໂລກແມ່ນເປັນການເຕືອນໃຈຄົນທົ່ວໂລກກ່ຽວກັບຄວາມສໍາຄັນຂອງການປົກປັກຮັກສາ ແລະ ອະນຸລັກຊ້າງ ຖ້ຽວບິນຂອງ Vietjet ໄດ້ເຮັດໃຫ້ວັນສຳຄັນນີ້ກາຍເປັນປະສົບການທີ່ມີຄວາມມ່ວນຊື່ນ ແລະ ມີຄວາມໝາຍສຳຄັນສຳລັບຜູ້ໂດຍສານ  ໂດຍມອບການສະແດງທີ່ໜ້າຕື່ນເຕັ້ນ, ການວາງພວງດອກໄມ້ ແລະ ຂອງຂວັນສຸດພິເສດ ທີ່ຈະເຮັດໃຫ້ທຸກຄົນຮູ້ສຶກວ່າເປັນສ່ວນໜຶ່ງຂອງງານທີ່ແທ້ຈິງ.

ຫ້ອງໂດຍສານຂອງເຮືອບິນໄດ້ຖືກຕົບແຕ່ງຢ່າງເປັນເອກະລັກດ້ວຍຮູບແບບຂອງ “Joyful Elephant” ຢູ່ທົ່ວທຸກແຫ່ງຕັ້ງແຕ່ເຄື່ອງໃຊ້ໃນຫ້ອງອາຫານຈົນເຖິງບ່ອນນັ່ງ ການສໍາພັດທີ່ໃສ່ໃຈເຫຼົ່ານີ້ໄດ້ເພີ່ມບັນຍາກາດໃຫ້ເບີກບານມ່ວນຊື່ນ ແລະ ເປັນກັນເອງ ເຮັດໃຫ້ການເດີນທາງໄດ້ປະສົບການທີ່ມີຄວາມສຸກ.

ຜູ້ໂດຍສານໄວໜຸ່ມບາງຄົນຮູ້ສຶກດີໃຈທີ່ໄດ້ຮັບຕຸກກະຕາຊ້າງ ແລະ ສະແດງຄວາມຕື່ນເຕັ້ນຕໍ່ກັບເຄື່ອງຂອງຕົກແຕ່ງເປັນຮູບແບບຊ້າງຢູ່ໃນຖ້ຽວບິນ. ປະສົບການນີ້ຍັງໄດ້ກະຕຸ້ນຄວາມສົນໃຈຂອງເຂົາເຈົ້າໃນການຮຽນຮູ້ເພີ່ມເຕີມກ່ຽວກັບສັດເຫຼົ່ານີ້ ແລະ ຄວາມປາຖະໜາທີ່ຈະຊ່ວຍປົກປ້ອງພວກມັນໃນອະນາຄົດ.

Vietjet ຂະຫຍາຍການສະເຫຼີມສະຫຼອງຖ້ຽວບິນ ເຊິ່ງໄດ້ສ້າງຄວາມຍິນດີໃຫ້ແກ່ຜູ້ໂດຍສານ ທີ່ຢູ່ໃນສະໜາມບິນTON SON NHAT (ນະຄອນໂຮ່ຈີມິນ) ແລະ ສະໜາມບິນນະຄອນຫຼວງວຽງຈັນ (ປະເທດລາວ) ດ້ວຍລະຫັດ AR ທີ່ຮ່ວມລາຍການ. ສິ່ງເຫຼົ່ານີ້ເຮັດໃຫ້ຜູ້ໂດຍສານສາມາດຖ່າຍຮູບກັບ “Joyful Elephant” ເປັນການສ້າງຊ່ວງເວລາທີ່ສະໜຸກສະໜານ ແລະ ກະຕຸ້ນໃຫ້ທຸກຄົນ “CHECK-IN.” ແມ່ນແຕ່ຜູ້ໂດຍສານສູງອາຍຸກໍ່ຍັງເພີດເພີນກັບການໄດ້ຫຼິ້ນຕຸກກະຕາຂອງ Joyful Elephant  ເປັນຄັ້ງທໍາອິດ.

ຜູ້ໂດຍສານຖ່າຍຮູບກັບຊ້າງສະເໝືອນຈິງ ແລະ Amy mascot ຂອງ Vietjet ຢູ່ສະໜາມບິນໃນນະຄອນໂຮ່ຈີມິນແລະ ນະຄອນຫຼວງວຽງຈັນ.

ເນື່ອງໃນໂອກາດວັນຊ້າງໂລກ, Vietjet ຂໍເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໃນລະດູຮ້ອນເພື່ອປົກປັກຮັກສາສັດປ່າ, ເຫດການໃນວັນຊ້າງໂລກໄດ້ນຳມາເຊິ່ງຄວາມເບີກບານມ່ວນຊື່ນ ແລະ ສ້າງຄວາມຜູກພັນໃຫ້ແກ່ຜູ້ໂດຍສານຂອງ Vietjet. ກິດຈະກຳດັ່ງກ່າວຈັດຂຶ້ນຕໍ່ເນື່ອງຈາກກິດຈະກຳຂອງຫົວຂໍ້ທີ່ຜ່ານມາທີ່ມີນົກຍູງໃນປະເທດອິນເດຍ ແລະ Panda ໃນປະເທດຈີນ, ການສະຫຼອງໃນຄັ້ງນີ້ຍັງສືບຕໍ່ຄໍາໝັ້ນສັນຍາຂອງສາຍການບິນເພື່ອປູກຈິດສໍານຶກໃນການອະນຸລັກສັດປ່າ. ​ໂດຍ​ການ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ຜູ້​ໂດຍສານ VietJet ສາມາດ​ໄດ້​ສຳພັດປະສົບ​ການ​ສຸດພິເສດ ​ພ້ອມທັງມີສ່ວນຮ່ວມ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ແລະ ພັດທະນາ​ແບບ​ຍືນ​ຍົງ, ເພື່ອເປັນການສະໜັບສະໜູນຊ່ວຍໃຫ້​ເປົ້າ​ໝາຍ​ຂອງ​ສາຍ​ການບິນ​ບັນລຸ​ການ​ຫຼຸດຜ່ອນການປ່ອຍ​ອາຍມົນລະ​ພິດ​ສຸດ​ທິ​ ຮອດ​ປີ 2050 ​ເພື່ອ​ອານາຄົດ​ທີ່​ດີກ​ວ່າ​ເກົ່າ.

ສາຍ​ການ​ບິນ​ດັ່ງ​ກ່າວ​ແມ່ນ​ມີຖ້ຽວບິນຈາກ​ນະ​ຄອນ​ຫຼວງ​ວຽງ​ຈັນ ​ຫາ​ ນະ​ຄອນ​ໂຮ່​ຈິີມິນ, ໂດຍ​ມີ 4 ຖ້ຽວ​ບິນ​ໄປກັບ​ໃນ​ວັນ​ຈັນ, ວັນ​ພຸດ, ວັນ​ສຸກ ແລະ ​ວັນ​ອາ​ທິດ ເຊິ່ງໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ນອກຈາກນັ້ນ, ນັກ​ທ່ອງ​ທ່ຽວ​ຍັງ​ສາ​ມາດ​ໄປ​ເຖິງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອື່ນໆ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ​ໄດ້​ຢ່າງ​ງ່າຍ​ດາຍ​ໂດຍ​ຜ່ານ​ຈຸດເຊື່ອມຕໍ່ຢູ່​ນະ​ຄອນ​ໂຮ່​ຈິີມິນ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.