Sunday, February 16, 2025

ຕາດເລາະ-ຕາດຮັງ ກຽມເປີດໃຫ້ບໍລິການນັກທ່ອງທ່ຽວຄືນໃໝ່ ທ້າຍເດືອນກັນຍາທີ່ຈະມາເຖິງນີ້

ແຫຼ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ເປັນໜຶ່ງສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະເນື່ອງໃນໂອກາດວັນສຳຄັນ ຫລື ເທສະການຕ່າງໆ ເຊິ່ງມາຮອດປັດຈຸບັນ, ໄດ້ມີການປັບປຸງສະຖານທີ່ດັ່ງກ່າວ ແລະ ກຽມພ້ອມເປີດໃຫ້ບໍລິການນັກທ່ອງທ່ຽວໃນທ້າຍເດືອນກັນຍາທີ່ຈະມາເຖິງນີ້ ໄດ້ເຂົ້າມາທ່ຽວຫລິ້ນນໍ້າ, ທ່ຽວຊົມ, ພັກຜ່ອນ.

ເຊິ່ງເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງອັນດັບ 1 ເຊິ່ງຕັ້ງຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ ແລະ ຫ່າງຈາກເທສະບານເມືອງສາລະວັນ 31 ກິໂລແມັດ, ຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ; ມີຕົ້ນກຳເນີດເກີດຂຶ້ນຈາກແມ່ນ້ຳເຊເສັດ ແຂວງເຊກອງ ເຊິ່ງເປັນນໍ້າຕົກທີ່ກວ້າງໃຫຍ່ ແລະ ສວຍງາມ

ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວ ຕາດເຍືອງ ຫຼັກ 40 ເມືອງປາກຊ່ອງ ຈໍາກັດ, ທັງເປັນຜູ້ສໍາປະທານລົງທຶນພັດທະນານແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມານີ້ວ່າ: ແຫຼ່ງທ່ອງທ່ຽວນໍ້າຕົກ ຕາດເລາະ-ຕາດຮັງ ຖືວ່າເປັນແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງແຂວງສາລະວັນ ກໍຄື ພາກໃຕ້ຂອງລາວ, ທັງນອນໃນວົງຈອນການທ່ອງທ່ຽວເຂດພູພຽງບໍລະເວນທີ່ສວຍສົດງົດງາມ ເຊິ່ງການລົງທຶນຄັ້ງນີ້ ຈະພັດທະນາຣີສອດ ຕາດເລາະ-ຕາດຮັງ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ໄດ້ມາດຕະຖານ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ, ອະນຸພາກພື້ນ ແລະ ສາກົນ.

ພ້ອມນັ້ນ, ກໍຈະມີການພັດທະນາຄຽງຄູ່ ກັບການອະນຸລັກທຳມະຊາດ ແລະ ເອກະລັກວັດທະນະທຳທ້ອງຖິ່ນ, ຊຸກຍູ້ສົ່ງເສີມການມີສ່ວນຮ່ວມ ຂອງປະຊາຊົນທ້ອງຖິ່ນເຂົ້າໃນທຸກຂະບວນການຂອງການພັດທະນາແຕ່ຫົວທີ, ຍົກລະດັບແຫລ່ງທ່ອງທ່ຽວ ພາຍໃນນ້ໍາຕົກຕາດເລາະ-ຕາດຮັງ ໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ສາມາດບໍລິການ ນັກທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດເພື່ອຊຸກຍູ້ ແລະ ຟື້ນຟູເສດຖະກິດ ດ້ວຍການສ້າງວຽກເຮັດງານທຳ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ແລະ ປະກອບສ່ວນປົກປັກຮັກສາມໍລະດົກທາງວັດທະນາທຳ, ທຳມະຊາດ ແລະ ປະຫວັດສາດໃຫ້ຍືນຍົງ.

ສຳລັບແຫລ່ງທ່ອງທຽວຕາດເລາະ-ຕາດຮັງ, ມາຮອດປັດຈຸບັນ, ໄດ້ມີການຫ້າງຫາກະກຽມຫລາຍກິດຈະກໍາເພື່ອເປີດບໍລິການໃນທ້າຍເດືອນກັນຍາຈະມາເຖິງນີ້ ເປັນຕົ້ນ ສະຖານທີ່ພັກແຮມ, ຫ້ອງປະຊຸມ, ຈັດສັນສະຖານທີ່ບໍລິການຮ້ານອາຫານ, ຈັດສັນບ່ອນຫລິ້ນນໍ້າ, ສ້າງຂົວຍ່າງທ່ຽວຊົມນໍ້າຕົກຕາດໃນຂອບເຂດອ້ອມຮອບຕາດ, ທາງຍ່າງ, ບ່ອນຖ່າຍຮູບ, ຕູບນັ່ງຫລິ້ນ, ຫ້ອງນໍ້າສາທາລະນະ, ຮ້ານຂາຍເຄື່ອງທີ່ລະນຶກຂອງຊຸມຊົນ, ບ່ອນຖິ້ມຂີ້ເຫຍື້ອ-ສິ່ງເສດເຫລືອຕ່າງງໆ ແລະ ອື່ນໆ ເພື່ອຄວາມສະດວກສະບາຍ, ຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ໃຫ້ມີຄວາມແອອັດ.

ຂ່າວ-ພາບ: ຂັນໄຊ

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.