ໃນລະດູຝົນ ເປັນປັດໄຈທີ່ມີສ່ວນເຮັດໃຫ້ເກີດອຸບັດເຫດຕາມເສັ້ນທາງ ເພາະຝົນທີ່ຕົກລົງມາເຮັດໃຫ້ທາງມື່ນ ແລະ ຍັງຫຼຸດທັດສະນະໃນການເບິ່ງເຫັນຂອງຜູ້ຂັບຂີ່. ເຊິ່ງນັກຂັບຂີ່ເອງຕ້ອງເພີ່ມຄວາມລະມັດລະວັງໃຫ້ຫຼາຍຂຶ້ນ ທີ່ສຳຄັນແມ່ນຕ້ອງປັບວິທີການຂັບລົດໃຫ້ສອດຄ່ອງກັບສະພາບໃນແຕ່ລະໄລຍະ.
ດັ່ງນັ້ນ, ສິ່ງທີ່ເຮົາຄວນເຮັດໃນການຂັບຂີ່ລົດໃນໄລຍະຝົນຄວນປະຕິບັດດັ່ງນີ້:
- ຄວນກວດສອບຄວາມພ້ອມຂອງລົດ ເປັນຕົ້ນແມ່ນລະບົບໄຟເຍືອງທາງ ແລະ ໄຟສັນຍານຕ່າງໆ, ກວດເບິ່ງຢາງປັດນ້ຳຝົນ, ລະດັບນ້ຳລ້າງແວ່ນລົດ, ກວດເຊັກລະບົບເບຣກ ລົດ, ສະພາບຢາງຕີນລົດ, ລົມຢາງ ( ລົມຢາງທີ່ອ່ອນເກີນໄປ ແລະ ດອກຢາງທີ່ມີໜ້ອຍເກີນໄປ ພາໃຫ້ປະສິດທິພາບໃນການຮີດນ້ຳໄດ້ໜ້ອຍລົງຈະເຮັດໃຫ້ເກີດການມື່ນໄດ້ງ່າຍ ).
- ເມື່ອຝົນຕົກແຮງໃຫ້ເປີດໄຟໜ້າ ແລະ ໄຟຕັດໝອກ (ຖ້າມີ) ບໍ່ຄວນເປີດໄຟສຸກເສີນ.
- ໃນໄລຍະ 5 ນາທີທຳອິດທີ່ຝົນຕົກໃໝ່ໆ ໃຫ້ເພີ່ມຄວາມລະມັດລະວັງເປັນພິເສດເພາະເສັ້ນທາງຈະມື່ນ ເນື່ອງຈາກດິນມີການສະສົມຄວາມຮ້ອນ ຖ້າເກີດມີຝົນຕົກຈະເຮັດໃຫ້ຄວາມຮ້ອນກັບເຢັນມາກະທົບໃສ່ກັນ ຈະພາໃຫ້ໜ້າຢາງປູທາງມື່ນໃນໄລຍະ 5 ນາທີທໍາອິດ.
- ໃຊ້ຄວາມໄວໃຫ້ເໝາະສົມກັບສະພາບເສັ້ນທາງ ແລະ ວິໄສທັດໃນການເບິ່ງເຫັນ, ຈົ່ງໄລຍະຫ່າງລະຫວ່າງຂັບລົດຕາມຫຼັງລົດຄັນທາງໜ້າໃຫ້ຫຼາຍກວ່າປົກກະຕິ 2 ເທົ່າ.
- ຫຼີກຫຼ່ຽງການເບຣກລົດຢ່າງກະທັນຫັນ ແລະ ການໃຊ້ເບຣກໂດຍບໍ່ຈຳເປັນ.
- ເພີ່ມການສັງເກດການຈຸດທີ່ມີນ້ຳຫົ້ງຕາມເສັ້ນທາງ, ຫຼຸດຄວາມໄວເມື່ອຂັບຜ່ານຈຸດທີ່ນ້ຳຫົ້ງ ເພາະຈະເກີດການເຫີນນ້ຳ ເຮັດໃຫ້ລົດມື່ນ (ເຈືອກ) ໄດ້ ຖ້າຂັບມາດ້ວຍຄວາມໄວສູງ.
- ໃນກໍລະນີຂັບໄປໃນເສັ້ນທາງນ້ຳຖ້ວມຂັງ ຫຼື ນໍ້າໄຫຼແຮງ ໃຫ້ສັງເກດລະດັບຄວາມເລິກຂອງນ້ຳຈາກລົດຄັນທາງໜ້າ ຫຼື ຂອບທາງເພື່ອປະເມີນສະຖານະການ.
- ຂະນະທີ່ຂັບຜ່ານນ້ຳຖ້ວມຂັງຄວນປິດແອ ແລະ ໃຊ້ເກຍຕໍ່າ ຫຼື ເກຍ 1 ເພື່ອບໍ່ໃຫ້ຮອບເຄື່ອງຈັກຕໍ່າເກີນໄປ ເພື່ອຫຼີກຫຼ່ຽງບໍ່ໃຫ້ຈັກດັບກາງນໍ້າ ເພາະນ້ຳອາດຈະໄຫຼເຂົ້າທໍ່ຄວັນໄດ້.
- ຫຼັງຈາກທີ່ຜ່ານຈຸດນ້ຳຖ້ວມຂັງແລ້ວ ໃຫ້ຢຽບເບຣກເລື້ອຍໆເພື່ອຮີດນ້ຳໃຫ້ຝາເບຣກແຫ້ງ ປ້ອງກັນອາການເບຣກມື່ນ, ແຕ່ຖ້າຕ້ອງຈອດລົດເປັນເວລາດົນ ຄວນຫຼີກຫຼ່ຽງການໃຊ້ເບຣກມືຈອດລົດ ເພື່ອປ້ອງກັນອາການເບຣກ ຕິດ.
- ຖ້າຝົນຕົກແຮງຈົນບໍ່ສາມາດເບິ່ງເຫັນທາງຂ້າງໜ້າໃນໄລຍະ 10 ແມັດ ຄວນຫາບ່ອນຈອດລົດທີ່ປອດໄພ, ຖ້າຝົນເຊົາຕົກ ຫຼື ຕົກໃນປະລິມານເບິ່ງເຫັນຈຶ່ງເດີນທາງຕໍ່.
- ຕ້ອງໄດ້ກວດສອບສະພາບເສັ້ນທາງກ່ອນທີ່ຈະອອກເດີນທາງ ໂດຍສະເພາະແມ່ນໃນໄລຍະທີ່ມີຝົນຕົກຫຼາຍ ເນື່ອງຈາກເສັ້ນທາງບາງສາຍນ້ຳອາດຈະຖ້ວມ, ຖ້າບໍ່ມີວຽກຈໍາເປັນກໍຄວນຫຼີກຫຼ່ຽງເສັ້ນທາງດັ່ງກ່າວນັ້ນ.