ເຮືອນ General ກອງປະຊຸມທົບທວນຄວາມຄືບໜ້າ ການຈັດຕັ້ງປະຕິບັດຫຼຸດພົ້ນຂອງລາວ.

ກອງປະຊຸມທົບທວນຄວາມຄືບໜ້າ ການຈັດຕັ້ງປະຕິບັດຫຼຸດພົ້ນຂອງລາວ.

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ກອງປະຊຸມລະຫວ່າງລັດ­ຖະ­ບານລາວ ແລະ ບັນ­ດາ​ຄູ່​ຮ່ວມ​ພັດ­ທະ­ນາ​ໃນ​ສະ­ຫະ­ພາບ​ເອີ​ຣົບ ຈັດຂຶ້ນທ້າຍອາທິດຜ່ານມາ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ທ່ານ ກິ​ແກ້ວ ຫຼ້າ​ຈັນ­ທະ​ບູນ​ຣີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ທ່ານ ລີ​ໂອ ຟາ​ເບີ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ­ຫະ­ພາບ​ເອີ​ຣົບ​ປະ­ຈຳ​ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າ​ຮ່ວມ.

ທ່ານ ລີ​ໂອ ຟາ​ເບີ ກ່າວ​ວ່າ: ພວກ​ເຮົາ​ໄດ້​ຮັບ​ຊາບ​ບັນ­ດາ​ໝາກ­ຜົນ​ແຫ່ງ​ການ​ພັດ­ທະ­ນາ​ອັນ​ພົ້ນ​ເດັ່ນ ຕະ­ຫຼອດ​ໄລ­ຍະ​ຜ່ານ​ມາ ໂດຍ​ອີງ​ຕາມ​ຂໍ້​ມູນ​ຈາກ​ຜົນ​ສຳ​ຫຼວດ​ຕົວ​ຊີ້​ວັດ​ສັງ­ຄົມ​ແຫ່ງ​ຊາດ ຄັ້ງ​ທີ 2 ເປັນ​ສ່ວນ​ໃຫຍ່​ສະ­ແດງ​ໃຫ້​ເຫັນ​ແນວ​ໂນ້ມ​ໃນ​ແງ່​ບວກ ແລະ ບາດ­ກ້າວ​ຈຳ­ເປັນ​ໃນ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ ​ດັດ­ຊະ­ນີ​ຊັບ​ສິນ​ມະ­ນຸດ (HAI) ຍັງແຕກໂຕນ ເຊັ່ນ: ພາ­ວະ​ເຕ້ຍ​ຍັງ​ຢູ່​ໃນ​ລະ­ດັບ​ສູງ (ຫຼາຍ​ກວ່າ 40%) ພາຍ​ໃນ 8 ແຂວງ.

ການ​ສະ­ໜອງ​ການ​ບໍ­ລິ­ການ​ໃນ​ເຂດ​ຫ່າງ​ໄກ​ສອກ­ຫຼີກ ຍັງ​ເປັນ​ສິ່ງ​ທ້າ​ທາຍ​ໃຫຍ່​ຫຼວງ​ອັນ​ໜຶ່ງ ເພາະ​ຕ້ອງ​ໄດ້​ໃຊ້​ງົບ­ປະ­ມານ​ສູງ ແລະ ຂີດ​ຄວາມ​ສາ­ມາດ​ຂອງ​ອົງ​ກອນ ກໍ່​ມີ​ຄວາມ​ຈຳ­ເປັນ​ສູງ ຕ້ອງມີການປະ­ຕິຮູບທີ່ຈຳ­ເປັນຕ່າງໆ ເພື່ອ​ໃຫ້​ມີ​ການ​ຈັດ​ສັນ​ຊັບ­ພະ­ຍາ­ກອນ​ທີ່​ມີ​ປະ­ສິດ­ທິ­ພາບ ການ​ຄຸ້ມ​ຄອງ​ການ​ເງິນ​ແຫ່ງ​ລັດ​ທີ່​ດີ ແລະ ສະ­ຖຽນ​ລະ​ພາບ​ທາງ​ເສດ­ຖະ­ກິດ​ມະ­ຫາ​ພາກ ເຊິ່ງ​ລວມ​ເຖິງ​ການ​ຄຸ້ມ​ຄອງ​ໜີ້​ສິນ​ອີກ​ດ້ວຍ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ກ່ຽວ​ກັບ​ວຽກ​ງານ​ຄວາມ​ໝັ້ນ­ຄົງ​ທາງ​ເສດ­ຖະ­ກິດ​ມະ­ຫາ​ພາກ ແລະ ການ​ປະ­ຕິ​ຮູບ​ການ​ຄຸ້ມ​ຄອງ​ການ​ເງິນ​ແຫ່ງ​ຊາດ ຍັງເປັນຫາທ້າທາຍທີ່ສຳ­ຄັນ.

ຄູ່​ຮ່ວມ​ງານ​ເອີ​ຣົບ​ຈະ​ຍັງ​ຄົງ ຮັກ­ສາ​ການ​ມີ​ສ່ວນ​ຮ່ວມ​ຢ່າງ​ໃກ້­ຊິດ ແລະ ສະ­ໜັບ­ສະ­ໜູນ​ການ​ປະ­ຕິ​ຮູບ​ການ​ປົກ­ຄອງ​ທີ່​ຈຳ­ເປັນ​ເຫຼົ່າ​ນີ້ ເຊິ່ງ​ໃນ​ສະ­ພາບ​ການ​ແນວ​ນີ້ ພວກ​ເຮົາ​ຢາກ​ຈະ​ເນັ້ນ​ເຖິງ​ຄວາມ​ສຳ­ຄັນ​ຂອງ​ການ​ມີ​ທັດ­ສະ­ນະ​ທີ່​ເປັນ​ເອ­ກະ​ພາບ​ຕໍ່​ທຸກ​ການ​ລົງ­ທຶນ​ຢູ່​ພາຍ​ໃນ​ປະ­ເທດ ແລະ ປະ​ເມີນ​ຜົນ​ກະ­ທົບ​ຂອງ​ການ​ລົງ­ທຶນ​ເຫຼົ່າ​ນີ້​ຕໍ່​ກັບ​ການ​ເງິນ​ແຫ່ງ​ລັດ.

ສະ­ນັ້ນ​ພວກ​ເຮົາ​ຈຶ່ງ​ຢາກ​ສົ່ງ­ເສີມ​ໃຫ້​ລັດ­ຖະ­ບານ ເຊີນ​ເອົາ​ບັນ­ດາ​ຄູ່​ຮ່ວມ​ງານ​ທັງ​ໝົດ​ລວມ​ທັງ​ຄູ່​ຮ່ວມ​ພັດ­ທະ­ນາ​ລາຍ​ໃໝ່ ເຂົ້າ​ມາ​ຮ່ວມ​ໃນ​ກອງ​ປະ­ຊຸມ​ໂຕະ­ມົນ​ເພື່ອ​ຮ່ວມ​ປຶກ­ສາ​ຫາ­ລື ເນື່ອງ​ຈາກ​ມັນ​ເປັນ​ເວ­ທີ​ທີ່​ມີ​ການ​ປະ­ສານ​ສົມ­ທົບ​ບັນ­ດາ​ວຽກ​ງານ​ທັງ​ໝົດ.

Cr.VientianeMai

ບໍ່​ມີ​ຄໍາ​ເຫັນ

Exit mobile version