ເຮືອນ Education & Sports ຊົ​ມ​ເຊີຍນັກຮຽນລາວ 12 ຄົນ ເຂົ້າຮ່ວມແລກປ່ຽນຫລິ້ນກິລາຣັກບີ້ ຢູ່ປະເທດຍີ່ປຸ່ນ

ຊົ​ມ​ເຊີຍນັກຮຽນລາວ 12 ຄົນ ເຂົ້າຮ່ວມແລກປ່ຽນຫລິ້ນກິລາຣັກບີ້ ຢູ່ປະເທດຍີ່ປຸ່ນ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນວັນທີ 17 ກັນຍາ 2018, ນັກຮຽນມັດທະຍົມຕອນປາຍລາວ ພ້ອມດ້ວຍຄູຝຶກ 15 ຄົນ, ໄດ້ເດີນທາງໄປປະເທດຍີ່ປຸ່ນ ເພື່ອເຂົ້າຮ່ວມການແລກປ່ຽນຣັກບີ້ໄວໜຸ່ມຍີ່ປຸ່ນ-ອາຊຽນ ພາຍໃຕ້ໂຄງການ JENESYS 2018,

ເຊິ່ງໄດ້ຮັບການສະໜັບສະໜູນ ຈາກລັດຖະບານຍີ່ປຸ່ນ. ໃນໂອກາດດຽວກັນ, ບັນດານັກຮຽນລາວ ຈະໄດ້ໄປຢ້ຽມຊົມເມືອງ ໂງເຕັງບະ ແຂວງ ຊິຈຶໂອກະ ເພື່ອເຂົ້າຮ່ວມ ຝຶກຫລິ້ນກິລາແທ໋ກຣັກບີ້ ແລະ ແລກປ່ຽນກັນ ໃນນັດແຂ່ງຂັນມິດຕະພາບ. ພ້ອມກັນນີ້, ພວກເຂົາຍັງຈະໄດ້ເຂົ້າພົບປະຜູ້ຕາງໜ້າ ຈາກກະຊວງການຕ່າງປະເທດ ແລະ ຢ້ຽມຊົມສະຖານທີ່ປະຫວັດສາດທີ່ສໍາຄັນ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ໃນນະຄອນຫລວງໂຕກຽວ.

ອ່ານ​ຕໍ່: http://kpl.gov.la/detail.aspx?id=39031

ບໍ່​ມີ​ຄໍາ​ເຫັນ

Exit mobile version