ເຮືອນ General ຈຳ​ປາ​ສັກ ຝຶກອົບຮົມທີມງານຢາຍຢາປິ່ນປົວ ກ່ຽວກັບພະຍາດໃບໄມ້ໃນເລືອດ

ຈຳ​ປາ​ສັກ ຝຶກອົບຮົມທີມງານຢາຍຢາປິ່ນປົວ ກ່ຽວກັບພະຍາດໃບໄມ້ໃນເລືອດ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ເມື່ອທ້າຍເດືອນຜ່ານມາ ທີ່ເມືອງໂຂງ ແຂວງຈຳປາສັກ, ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ໄດ້ຈັດຊຸດຝຶກອົບຮົມ ທີມງານຢາຍຢາປີ່ນປົວ ທົ່ວປວງຊົນກ່ຽວກັບ ພະຍາດໃບໄມ້ໃນເລືອດ ແລະ ພະຍາດກາຝາກ ທີ່ຕິດຕໍ່ຈາກໜ້າດິນ ໃຫ້ແກ່ບັນດາ ຄູ-ອາຈານ ແລະ ພະນັກງານແພດໝໍທີ່ກ່ຽວຂ້ອງ ຢູ່ສຸກສາລາ, ພະແນກສາທາ ແລະ ພະແນກສຶກສາ ແຂວງດັ່ງກ່າວ.

 
ທ່ານ ດຣ.ວຽງໄຊ ວະນິສະເວດ ຮອງຫົວໜ້າສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ກ່າວ່າ: ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້, ເພື່ອໃຫ້ຄວາມຮູ້ແກ່ ນັກຝຶກອົບຮົມກ່ອນ ການຢາຍຢາປິ່ນປົວ ພະຍາດໃບໄມ້ໃນເລືອດ ແລະ ການຢາຍຢາລຳໃສ້ ທີ່ຕິດຕໍ່ຈາກໜ້າດິນ ໃນ 105ບ້ານ ຂອງເມືອງໂຂງ ແລະ ເມືອງມູນລະປະໂມກ ເພື່ອຮັບປະກັນວ່າອັດຕາ ການປົກຄຸມ ຂອງການກິນຢາ ຕໍ່ໜ້າແພດ ຢ່າງໜ້ອຍໃຫ້ໄດ້ 75%.


ທ່ານ ດຣ.ວຽງໄຊ ວະນິສະເວດ ກ່າວຕື່ມວ່າ: ສຳມະນາກອນ ຍັງໄດ້ສົນທະນາ ແລກປ່ຽນຄຳຄິດເຫັນ ແລະ ຖອດຖອນບົດຮຽນ ໃນການກະກຽມ ການຈັດຕັ້ງປະຕິບັດ ການຢາຍຢາ ແລະ ໄດ້ນຳສະ ເໜີການສາທິດ, ໂດຍທີມງານຂັ້ນສູນກາງ. ພ້ອມກັນນີ້, ໃນວັນທີ 29 ພະຈິກ 2018 ກໍ່ໄດ້ເປີດຂະ ບວນການກິນຢາທົ່ວປວງຊົນ ເພື່ອປິ່ນປົວ, ຄວບຄຸມພະຍາດໃບໄມ້ໃນເລືອດ ແລະ ພະຍາດກາຝາກ ທີ່ຕິດຕໍ່ຈາກໜ້າດິນຂຶ້ນ. ໂອກາດດຽວກັນ ກໍ່ໄດ້ມີການຢາຍຢາ ແລະ ກິນຢາຕໍ່ໜ້າແພດອີກດ້ວຍ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

#insidelaos

#ອິນ​ໄຊ​ລາວ

Cr.KPL

ບໍ່​ມີ​ຄໍາ​ເຫັນ

Exit mobile version