ເຮືອນ General ສປປລາວ ເອົາໃຈໃສ່ຄຸ້ມຄອງສື່ສັງຄົມອອນລາຍ ບໍ່ໃຫ້ໃຊ້ເກີນຂອບເຂດ ແລະ ຜິດກົດໝາຍ

ສປປລາວ ເອົາໃຈໃສ່ຄຸ້ມຄອງສື່ສັງຄົມອອນລາຍ ບໍ່ໃຫ້ໃຊ້ເກີນຂອບເຂດ ແລະ ຜິດກົດໝາຍ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ປັດຈຸບັນ, ສື່ສັງຄົມອອນລາຍໄດ້ກາຍເປັນເຄື່ອງມືສື່ສານ ແລະ ແຫລ່ງຂໍ້ມູນຂ່າວສານຂອງສັງຄົມທີ່ຂາດບໍ່ໄດ້, ການບໍລິໂພກສື່ອອນລາຍໄດ້ເພີ່ມຂຶ້ນຢ່າງກ້າວກະໂດດ ເນື່ອງຈາກມັນມີຄວາມຫລາກຫລາຍ, ວ່ອງໄວ, ທັນເຫດການ ແລະ ເປັນສູນລວມຄວາມບັນເທິງຕ່າງໆ, ຄຽງຄູ່ກັນນັ້ນ ມັນກໍມີຂໍ້ເສຍຫລາຍດ້ານທີ່ເປັນໄພອັນຕະລາຍຕໍ່ຜູ້ໃຊ້, ສົ່ງຜົນກະທົບບໍ່ດີຕໍ່ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ສະນັ້ນຈຶ່ງຕ້ອງມີການຄຸ້ມຄອງຢ່າງຮັດກຸມທີ່ສຸດ.

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ຮູ້ວ່າ: ສໍາລັບ ສປປ ລາວເຮົາ, ເຖິງວ່າບໍ່ທັນອອກມາດຕະການຄວບຄຸມແບບເຂັ້ມງວດຄືກັບຫລາຍປະເທດ, ແຕ່ກໍມີນິຕິກໍາຈໍານວນໜຶ່ງເພື່ອຄຸ້ມຄອງການນໍາໃຊ້ສື່ສັງຄົມອອນລາຍ ເຊັ່ນ: ດໍາລັດວ່າດ້ວຍການຄຸ້ມຄອງຂ່າວສານຜ່ານອິນເຕີເນັດ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພີວເຕີ ແລະ ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນອີເລັກໂຕຣນິກ ແລະ ມີສູນສະກັດກັ້ນ ແລະ ແກ້ໄຂສຸກເສີນທາງລະບົບຄອມພີວເຕີ, ເຊິ່ງເປັນໜ່ວຍງານເຄື່ອນໄຫວຕິດຕາມກວດກາການນໍາໃຊ້ສື່ອອນລາຍຂອງສັງຄົມ ເພື່ອໃຫ້ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ.

ໃນນີ້, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພີວເຕີ ມາດຕາ 11 ລະບຸວ່າ: ການຕັດຕໍ່ເນື້ອໃນ, ຮູບ, ພາບເຄື່ອນໄຫວ, ສຽງ ແລະ ວີດີໂອ ໂດຍບໍ່ໄດ້ຮັບອະນຸຍາດ ເພື່ອເຜີຍແຜ່ຜ່ານລະບົບຄອມພີວເຕີຊຶ່ງສ້າງຄວາມເສຍຫາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ເພື່ອວິຈານ ແລະ ສ້າງຄວາມເຊື່ອມເສຍ, ໃສ່ຮ້າຍປ້າຍສີ ແລະ ອື່ນໆ ຈະຖືກລົງໂທດຕັດອິດສະຫລະພາບແຕ່ 3 ເດືອນຫາ 2 ປີ ແລະ ຖືກປັບໃໝແຕ່ 3-10 ລ້ານກີບ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ການສ້າງຄວາມເສຍຫາຍຜ່ານສື່ອອນລາຍມີຫຍັງແດ່:

(1) ແມ່ນການນໍາເອົາຂໍ້ມູນຄອມພີວເຕີທີ່ມີລັກສະນະໃສ່ຮ້າຍປ້າຍສີ, ໝີ່ນປະໝາດ, ໃຊ້ສັບບໍ່ສຸພາບເຂົ້າສູ່ລະບົບຄອມພີວເຕີ.

(2) ການນໍາເອົາຂໍ້ມູນທີ່ມີລັກສະນະໃຊ້ຄວາມຮຸນແຮງ, ຂໍ້ມູນເທັດ, ຂໍ້ມູນຫລອກຫລວງ, ຂໍ້ມູນທີ່ບໍ່ເປັນຄວາມຈິງເຂົ້າສູ່ລະບົບຄອມພີວເຕີ.

(3) ການນໍາເອົາຂໍ້ມູນຄອມພີວເຕີທີ່ເປັນການທໍາລາຍຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ວັດທະນະທໍາ ແລະ ຮີດຄອງປະເພນີຂອງຊາດ.

(4) ການນໍາເອົາຂໍ້ມູນຄອມພີເຕີທີ່ມີລັກສະນະຊວນເຊື່ອ, ຍຸຍົງ ແລະ ສົ່ງເສີມປະຊາຊົນຕ້ານລັດຖະບານ ຫລື ແບ່ງແຍກຄວາມສາມັກຄີ.

(5) ການໂຄສະນາຄ້າຂາຍຢາເສບຕິດ, ອາວຸດເສິກ, ອາວຸດເຄມີ, ຄ້າມະນຸດ, ຄ້າປະເວນີ, ຄ້າໂສເພນີ ແລະ ສິ່ງຜິດກົດໝາຍອື່ນໆ ແລະ (6) ຫ້າມເຜີຍແຜ່ ຫລື ສົ່ງຕໍ່ຂໍ້ມູນຄອມພີວເຕີຕາມທີ່ກົດໝາຍໄດ້ກໍານົດໄວ້.

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ຮູ້ວ່າ: ໃນເມື່ອເກີດກໍລະນີຈໍາເປັນຮີບດ່ວນ ໜ່ວຍງານກ່ຽວຂ້ອງສາມາດດໍາເນີນການແກ້ໄຂທາງດ້ານເຕັກນິກທັນທີ ຕາມການແຈ້ງເຫດຂອງຜູ້ກ່ຽວຂ້ອງຢ່າງທັນການ ແລະ ໃນກໍລະນີມີພຶດຕິກໍາແຕະຕ້ອງເຖິງຄວາມໝັ້ນຄົງຂອງຊາດ ຕ້ອງໄດ້ມີການຕອບໂຕ້ຕາມແຕ່ກໍລະນີ.

ທ່ານ ປີ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ຍຸກ 4.0 ຫລື ຍຸກດີຈີຕອນ ຂໍ້ມູນຂ່າວສານໄດ້ແຊກແຊງເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມ, ຂະນະດຽວກັນຜູ້ໃຊ້ສື່ອອນລາຍຈໍານວນໜຶ່ງໄດ້ສວຍໂອກາດເຮັດໜ້າທີ່ຄືກັບສື່ທາງການ, ເຊິ່ງຂັດຕໍ່ລະບຽບກົດໝາຍ, ບາງຄັ້ງກໍນໍາເອົາເນື້ອໃນ ແລະ ຮູບພາບປອມແປງ ມານໍາສະເໜີ ເຮັດໃຫ້ສັງຄົມເກີດຄວາມສັບສົນດັ່ງນີ້ເປັນຕົ້ນ. ສະນັ້ນການຕິດຕາມກວດກາການເຄື່ອນໄຫວຂອງຜູ້ໃຊ້ສື່ອອນລາຍຈຶ່ງມີຄວາມຈໍາເປັນ ເພື່ອແນະນໍາໃຫ້ຊັ້ນຄົນຕ່າງໆ, ໂດຍສະເພາະແມ່ນຊາວໜຸ່ມ, ນັກຮຽນ-ນັກສຶກສາທີ່ເປັນອານາຄົດຂອງຊາດໄດ້ເຂົ້າໃຈຢ່າງຖືກຕ້ອງເຖິງຄຸນປະໂຫຍດ ແລະ ຜົນຮ້າຍຂອງສື່ສັງຄົມອອນລາຍ ຫລື ອິນເຕີເນັດ.  

ທີ່ມາ: ໜັງສືພິມລາວພັດທະນາ

ບໍ່​ມີ​ຄໍາ​ເຫັນ

Exit mobile version