ເຮືອນ General ສອງປະເທດ ລາວ-ອັງກິດ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ສອງປະເທດ ລາວ-ອັງກິດ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານ ນາງ ຮິດເທີ ວີນເລີ (Heather Wheeler), ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງ ເໜືອ ພ້ອມດ້ວຍຄະນະ ໄດ້ດຳເນີນການຢ້ຽມຢາມເຮັດວຽກ ຢູ່ ສາທາລະ ນະລັດປະຊາທິປະໄຕປະ ຊາຊົນລາວ.

ການຢ້ຽມຢາມຂອງທ່ານ ນາງ Heather Wheeler ຮອງລັດຖະມົນຕີກະຊວງການຕ່າງ ປະ ເທດອັງກິດໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງ ສອງປະເທດໃຫ້ມີບາດກ້າວໃໝ່.

ໃນໂອກາດດັ່ງກ່າວ ຄະນະຜູ້ແທນອັງກິດ ໄດ້ພົບປະກັບ ທ່ານ ແສງ ເພັດ ຮຸ່ງ ບຸນຍວງ, ໃນການພົບປະທັງສອງຝ່າຍ ໄດ້ຮ່ວມກັນປຶກສາຫາລື ກ່ຽວກັບວິທີທາງຊຸກ ຍູ້ສົ່ງເສີມການພົວພັນຮ່ວມມືທີ່ດີໃນປັດຈຸບັນ ໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆ ຂຶ້ນໃນຕໍ່ໜ້າທັງ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄຽງຄູ່ກັນນັ້ນ ກໍໄດ້ມີການປ່ຽນທັດສະນະ ຕໍ່ ສະພາບການ ພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ເຊິ່ງສອງຝ່າຍມີຄວາມສົນໃຈ ແລະ ຜົນປະໂຫຍດຮ່ວມກັນ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

ບໍ່​ມີ​ຄໍາ​ເຫັນ

Exit mobile version