ເຮືອນ General ຍ້ອງຍໍຜົນງານລວມໝູ່ ແລະ ບຸກຄົນທີ່ປະກອບສ່ວນໃນມື້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

ຍ້ອງຍໍຜົນງານລວມໝູ່ ແລະ ບຸກຄົນທີ່ປະກອບສ່ວນໃນມື້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະດັບຫຼຽນໄຊ ແລະ ໃບຍ້ອງຍໍຜົນງານໃຫ້ແກ່ກົມກອງລວມໝູ່ ແລະ ພະນັກງານທະນາຄານ ແຫ່ງ ສປປ ລາວ ທີ່ມີຜົນງານປະກອບສ່ວນໃນການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະ ການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຄະນະນຳກົມໃຫຍ່ການເມືອງກອງທັບ, ຫ້ອງ ວ່າການກະຊວງປ້ອງກັນປະເທດ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງກະ ຊວງປ້ອງກັນປະເທດວ່າດ້ວຍການຍ້ອງຍໍສັນລະເສີນຜົນງານ ໃຫ້ແກ່ກົມກອງລວມໝູ່ ແລະ ພະນັກງານທະນາຄານ ແຫ່ງ ສປປ ລາວ ທີ່ເປັນເຈົ້າການໃນການປະກອບສ່ວນຢ່າງຕັັ້ງໜ້າ ເຂົ້າໃນການຫ້າງຫາກະກຽມ ແລະ ຕັ້ງຈັດງານສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ທີ່ຜ່ານມາ ດ້ວຍຜົນສຳເລັດຢ່າງຈົບງາມ.

ຜົນງານດັ່ງກ່າວ ເປັນການປະ ກອບສ່ວນອັນສຳຄັນເຂົ້າໃນວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເພື່ອປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ ກະຊວງປ້ອງກັນປະ ເທດ ຈຶ່ງຕົກລົງປະດັບຫຼຽນໄຊ ພິລາດອາດຫານຊັ້ນ II ໃຫ້ແກ່ ທະນາຄານ ແຫ່ງ ສປປ ລາວ 1 ໜ່ວຍ,ປະດັບຫຼຽນພິລາດອາດ ຫານຊັ້ນ II ໃຫ້ແກ່ບຸກຄົນຈຳນວນ 5 ສະຫາຍ, ປະດັບຫຼຽນໄຊພິລາດ ອາດຫານຊັ້ນ III ແກ່ບຸກຄົນ ຈຳ ນວນ 3 ສະຫາຍ ແລະ ປະດັບ ຫຼຽນກາລະນຶກ 70 ປີ ກອງທັບ ໃຫ້ແກ່ການນຳ ແລະ ພະນັກງານ ທະນາຄານ ແຫ່ງ ສປປ ລາວ ຈຳ ນວນ 35 ສະຫາຍ ໂດຍການຂຶ້ນ ປະດັບ ຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ຢ່າງສົມກຽດ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ໂອກາດດັ່ງກ່າວ, ສະຫາຍ ພົນ ໂທ ປອ ທອງລອຍ ສີລິວົງ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະ ນະນຳທະນາຄານ ແຫ່ງ ສປປ ລາວ, ບັນດາກົມກອງ, ສະຖາບັນ ການເງິນ, ໜ່ວຍງານບໍລິການ ຕ່າງໆທີ່ໄດ້ສຸມທຸກເຫື່ອແຮງເຂົ້າ ໃນການປະກອບສ່ວນດຫ້າງຫາ ກະກຽມ ແລະ ຈັດຕັ້ງງານສະ ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບ ປະຊາຊົນ ລາວ ຄົບຮອບ 70 ມີຜົນສຳເລັດຢ່າງຈົບງາມ ເວົ້າລວມ, ເວົ້າສະເພາະ ປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຮັດໃຫ້ ປະເທດຊາດມີຄວາມສະຖຽນ ລະພາບ, ມີຄວາມສະຫງົບສຸກ ແລະ ມີຄວາມຈະເລີນກ້າວໜ້າ ຂຶ້ນເລື້ອຍໆ.

ໂດຍ: ໂຊເລ້ ບຸນເຮືອງ Lao people’s Army News

ບໍ່​ມີ​ຄໍາ​ເຫັນ

Exit mobile version