ເຮືອນ General ຂໍ້ຫ້າມຕ່າງໆ ໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ປີນີ້!

ຂໍ້ຫ້າມຕ່າງໆ ໃນງານບຸນນະມັດສະການພຣະທາດຫຼວງວຽງຈັນ ປີນີ້!

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນໄດ້ອອກແຈ້ງການເຖິງພາກສ່ວນຕ່າງໆ ຕະຫຼອດຮອດ ມວນຊົນລາວ ແລະ ຊາວຕ່າງປະເທດທີ່ຈະມາທ່ຽວງານບຸນນະມັດສະການພຣະທາດຫຼວງວຽງຈັນ ໃນວັນທີ 05-11 ພະຈິກ 2019 ງານວາງສະແດງສິນຄ້າທີ່ສູນການຄ້າລາວ-ໄອເຕັກ ວັນທີ 06-17 ພະຈິກ 2019 ແລະ ພິທີສະຫຼຸບຜົນການປະຕິສັງຂອນພິພິທະພັນພຣະທາດຫຼວງວຽງຈັນ ຄັ້ງທີ IV; ໃນນີ້ ໄດ້ກໍານົດການນໍາໃຊ້ເສັ້ນທາງ, ສະຖານທີ່ຈອດລົດ ແລະ ຂໍ້ຫ້າມຕ່າງໆໄວ້ 13 ຂໍ້ຄື:

1. ຫ້າມໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ.
2. ຫ້າມຂາຍ ຫຼື ນຳເອົາອາວຸດທຸກປະເພດລວມທັງ ມິດ-ພ້າ, ງ້າວ, ກະຖຸນ, ສະໜັບມື, ສາຍແອວຫົວໃຫຍ່ ເຂົ້າໄປໃນງານບຸນໂດຍເດັດຂາດ ( ຍົກເວັ້ນໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ ).
3. ຫ້າມຂາຍ ແລະ ນຳເອົາຢາເສບຕິດ, ທາດລະເບີດ, ທາດແຕກ, ທາດເບື່ອ, ສານເຄມີ ທີ່ອອກລິດຕໍ່ລະບົບປະສາດທຸກຊະນິດເຂົ້າມາໃນງານຢ່າງເດັດຂາດ.

4. ຫ້າມນຳເອົາຜະລິດຕະພັນທີ່ຮຽນແບບ, ສີ້ນລາວນຳເຂົ້າມາວາງຂາຍພາຍໃນງານຢ່າງເດັດຂາດ.
5. ຫ້າມນຳເຂົ້າ, ຊື້-ຂາຍ ຈູດໂຄມໄຟລອຍຟ້າ ແລະ ຈູດໝາກກະໂພກທຸກຊະນິດ, ທຸກລະດັບ.
6. ຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານທີ່ຄະນະກຳມະການຈັດງານຕະຫຼາດນັດກຳນົດໄວ້.
7. ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເຊື່ອມຊາມຕ່າງໆເຂົ້າມາໃນງານຢ່າງເດັດຂາດ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

8. ຫ້າມຫຼີ້ນການພະນັນທຸກປະເພດ.
9. ຫ້າມຂາຍເຄື່ອງໃສ່ລໍ້ຍູ້ຊະຊາຍໃນງານບຸນຢ່າງເດັດຂາດ.
10. ຫ້າມດື່ມເຫຼົ້າ, ເບຍ ແລະ ສິ່ງມືນເມົາ ແລ້ວກໍ່ອາລະວາດຜິດຖຽງກັນ, ຕີກັນ, ສ້າງຄວາມບໍ່ສະຫງົບໃນງານບຸນເດັດຂາດ.
11. ສຳລັບນັກສະແດງສິລະປະຢູ່ໃນງານບຸນ, ວາງສະແດງສິນຄ້າ, ຕະຫຼາດນັດແຕ່ລະຈຸດຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍໃຫ້ຖືກຕ້ອງຕາມຮີດຄອງປະເພນີລາວ.

12. ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນເດີ່ນພຣະທາດຫຼວງຢ່າງເດັດຂາດ.
13. ຫ້າມນຳໃຊ້ໂດຼນ ຫຼື ອຸປະກອນຖ່າຍພາບທາງອາກາດ, ຍົກເວັນແຕ່ທາງການອະນຸຍາດໃຫ້ພາກສ່ວນກ່ຽວຂ້ອງເທົ່ານັ້ນ

ແຫຼ່ງຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບໍ່​ມີ​ຄໍາ​ເຫັນ

Exit mobile version