ເຮືອນ Food and Healths 4 ສັນຍານສຳຄັນທີ່ບົ່ງບອກວ່າທ່ານກຳລັງກິນເຄັມຫລາຍເກີນໄປ ເຊິ່ງອາດສົ່ງຜົນຕໍ່ສຸຂະພາບໃນໄລຍະຍາວ

4 ສັນຍານສຳຄັນທີ່ບົ່ງບອກວ່າທ່ານກຳລັງກິນເຄັມຫລາຍເກີນໄປ ເຊິ່ງອາດສົ່ງຜົນຕໍ່ສຸຂະພາບໃນໄລຍະຍາວ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ນອກເໜືອຈາກເກືອ, ສະອິວ ແລະ ນຳ້ຊ໊ອດຕ່າງໆທີ່ເຮົາຊິດໃສ່ເພື່ອປຸງລົດຊາດໃຫ້ກັບອາການຂອງເຮົາ ກ່ອນທີ່ອາຫານຈະຖືກເສີບມາຢູ່ຕໍ່ໜ້າຂອງເຮົາ ອາຫານເຫລົ່ານັ້ນກໍມັກຈະມີໂຊດຽມປະລິມານຫລາຍທີ່ປະສົມຢູ່ ຈຶ່ງເຮັດໃຫ້ ເຮົາມັກຈະເຜີກິນເຄັມໂດຍບໍ່ຮູ້ໂຕ.

     ປົກກະຕິເຮົາຄວນກິນໂຊດຽມບໍ່ເກີນມື້ລະ 2.300 ມິນລີກຣາມ ຫລື ປະມານ 1 ບ່ວງຊາ. ວິທີການປ້ອງກັນທີ່ດີທີ່ສຸດແມ່ນກ່ອນທີ່ຈະກິນຫຍັງຄວນເບິ່ງສະຫລາກໂພຊະນາການສາກ່ອນ ວ່າອາຫານນັ້ນມີປະລິມານເປີເຊັນໂຊດຽມຢູ່ເທົ່າໃດ ເພື່ອທີ່ເຮົາຈະສາມາດຄວບຄຸມປະລິມານໂຊດຽມທີ່ກິນໃນແຕ່ລະມື້ໄດ້. ແລ້ວເຮົາຈະຮູ້ໄດ້ແນວໃດວ່າເຮົາເຜີ ກິນເຄັມຫລາຍເກີນໄປຢູ່ຫລືບໍ່ ?

     ເຊິ່ງສາມາດສັງເກດໄດ້ຈາກ 4 ສັນຍານຕໍ່ໄປນີ້ :

ຂໍຂອບໃຈນຳຜູ້ສະໜັບສະໜູນ

     1. ຮູ້ສຶກກະຫາຍນຳ້ : ໂຊດຽມມີໜ້າທີ່ສຳຄັນໃນການປັບຄວາມດຸ່ນດ່ຽງປະລິມານຂອງແຫລວໃນຮ່າງກາຍຂອງເຮົາ ຮ່າງກາຍຂອງເຮົາຈຶ່ງຕ້ອງການໂຊດຽມທຸກມື້ ເພື່ອຊ່ວຍຮັກສາຄວາມດຸ່ນດ່ຽງຂອງນຳ້ໃນຮ່າງກາຍ ເມື່ອເຮົາຮູ້ສຶກກະຫາຍນຳ້ ນັ້ນແມ່ນສັນຍານທີ່ບົ່ງບອກວ່າຮ່າງກາຍຂອງເຮົາມີປະລິມານໂຊດຽມຫລາຍເກີນໄປຈົນຕ້ອງການນຳ້ທີ່ຈະເຂົ້າມາຕື່ມເຕັມຄວາມດຸ່ນດ່ຽງນີ້ ຈຶ່ງສົ່ງສັນຍານໄປຫາສະໝອງຂອງເຮົາໃຫ້ມີການດື່ມນຳ້ຕື່ມເຂົ້າໄປຫລາຍຂຶ້ນ.

     2. ພະເຊີນກັບອາການບວມໃຄ່: ອາຫານເຄັມໆຈະເຮັດໃຫ້ຮ່າງກາຍຂອງເຮົາບວມ – ໃຄ່ ເນື່ອງຈາກເມື່ອມີປະລິມານໂຊດຽມຈຳນວນຫລາຍຢູ່ອ້ອມໆເມັດເລືອດຈະເຮັດໃຫ້ນຳ້ແຜ່ອອກຈາກແຊນ ຈົນເຮັດໃຫ້ເກີດອາການບວມ ເມື່ອມີໂຊດຽມປະລິມານຫລາຍ ຮ່າງກາຍຂອງເຮົາຈຶ່ງຕ້ອງການຂອງແຫລວຈຳນວນຫລາຍເພື່ອປັບຄວາມດຸ່ນ ດ່ຽງ ຈົນເຮັດໃຫ້ຮ່າງກາຍຂອງເຮົາບວມ ໂດຍສະເພາະບໍລິເວນໜ້າທ້ອງ ຫລັງຈາກທີ່ກິນອາຫານເຄັມຫລາຍ ເຮົາອາດສັງເກດເຫັນວ່ານິ້ວມື ແລະ ນິ້ວຕີນຂອງເຮົາບວມຫລາຍຂຶ້ນ ເປັນຕົ້ນ.

     3. ຮູ້ສຶກເຈັບຫົວ : ທ່ານເຄີຍຮູ້ສຶກເຈັບຫົວໂດຍບໍ່ຮູ້ສາເຫດຫລືບໍ່ ? ລອງກວດເບິ່ງວ່າອາຫານຄາບສຸດທ້າຍ ເຮົາກິນຫຍັງເຂົ້າໄປ ປະລິມານເກືອທີ່ຫລາຍເກີນໄປຈະເຮັດໃຫ້ຫລອດເລືອດໃນສະໝອງຂະຫຍາຍໂຕ ຈົນເຮັດໃຫ້ຮູ້ສຶກເຈັບຫົວໄດ້.

     4. ກິນຫຍັງກໍບໍ່ແຊບ : ໃນບັນດາສັນຍານສ່ຽງທັງຫລາຍທີກ່າວມາ ຂໍ້ນີ້ມີຜົນກະທົບຕໍ່ສຸຂະພາບຂອງເຮົາຫລາຍທີ່ສຸດ ເພາະການກິນອາຫານທີ່ເຄັມຫລາຍຈົນເກີນໄປ ຈະເຮັດໃຫ້ຕ່ອມຮັບລົດຊາດອາຫານເທິງລີ້ນຂອງເຮົາເຮັດວຽກຜິດປົກກະຕິໄປຈາກເກົ່າ, ຮູ້ສຶກບໍ່ດີ, ບໍ່ແຊບເມື່ອກິນອາຫານທີ່ບໍ່ມີລົດຊາດເຄັມ ຫລື ມີຄວາມເຄັດໜ້ອຍ,  ຍິ່ງເຮົາກິນເຄັມຫລາຍເທົ່າໃດ ເຮົາກໍຍິ່ງຮູ້ສຶກວ່າອາຫານລົດຊາດບໍ່ແຊບຂຶ້ນເທົ່ານັ້ນ ຈຶ່ງເຮັດໃຫ້ຕ້ອງເພີ່ມຄວາມເຄັມຂຶ້ນເລື້ອຍໆ.

     ການກິນອາຫານທຸກລົດຊາດ ບໍ່ວ່າຈະແມ່ນເຄັມ, ຫວານ, ນົວ, ເຜັດ ຫລື ສົ້ມ ທຸກໆລົດຊາດຫາກກິນໃນທາງສາຍກາງ ຄືບໍ່ກິນອາຫານທີ່ມີການປຸງແຕ່ງລົດຊາດຈາງ ຫລື ເຂັ້ມຂຸ້ນຈົນເກີນໄປ ທ່ານກໍຈະລຶ້ງເຄີຍກັບລົດຊາດທີ່ທ່ານກິນເປັນປະຈຳນັ້ນ, ແຕ່ຫາກທ່ານປຸງແຕ່ງໃຫ້ລົດຊາດໄປຕາມໃຈປາກ ກໍຍ່ອມໄດ້ໂທດຫລາຍກ່ວາປະໂຫຍດ. ສະນັ້ນ ກ່ອນຈະບໍລິໂພກອາຫານທຸກປະເພດ ຄວນຄຳນຶງເຖິງຜົນຮ້າຍທີ່ຈະມີຕໍ່ສຸຂະພາບໃນໄລຍະຍາວນຳ.

ບໍ່​ມີ​ຄໍາ​ເຫັນ

Exit mobile version