ເຮືອນ Technology ລວມຟິວເຈີໃຫມ່ ທີ່ຈະໄດ້ມາຫຼັງຈາກອັບເດດ Android 12

ລວມຟິວເຈີໃຫມ່ ທີ່ຈະໄດ້ມາຫຼັງຈາກອັບເດດ Android 12

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

Android 12 ມາພ້ອມກັບຟິວເຈີໃຫມ່ໆຫຼາກຫຼາຍ ບາງຟິວເຈີກໍ່ໃຫມ່ບໍ່ເຄີຍມີມາກ່ອນ ແລະບາງຟິວເຈີກໍ່ອັບເດດມາໃຫ້ ເຊິ່ງເຮົາໄດ້ລວບລວມບາງສ່ວນມາໃຫ້ເບິ່ງດັ່ງນີ້

UI ອອກແບບໃຫມ່

ການອອກແບບໃຫມ່ຈະປ່ຽນຄວາມເປັນເອກະລັກໄປເລີຍ ເຊິ່ງລະບົບຈະປັບໂທນສີຂອງ UI ໃຫ້ແບບອັດຕະໂນມັດ ເຊັ່ນສີຂອງ:  Icon, Notification, Lock Screen, Widget ແລະໂຕປັບລະດັບສຽງ

ແຖບ QUICK TILE ແບບໃຫມ່

QUICK TILE ຄືບ່ອນປຸ່ມກົດຟັງຊັນຕ່າງໆ ທີ່ເຮົາລາກລົງມາຈາກທາງເທິງ ເຊັ່ນ: Wifi, Sound, Internet, Bluetooth ຫຼື Airplane Mode ປົກກະຕິແລ້ວຈະເປັນແບບວົງມົນນ້ອຍໆ ແຕ່ໃນ Andriod 12 ຈະເປັນແບບສີ່ຫ່ຽມທີ່ໃຫຍ່ ເບິ່ງງ່າຍຂຶ້ນ ແຕ່ກໍ່ກິນພື້ນທີ່ຫຼາຍຂຶ້ນເຊັ່ນດຽວກັນ

ປັບປຸງຄວາມປອດໄພ ແລະຄວາມເປັນສ່ວນໂຕ

ຂໍຂອບໃຈນຳຜູ້ສະໜັບສະໜູນ

ມີການເພີ່ມ Privacy Dashboard ເພື່ອສະແດງໃຫ້ເຫັນການອະນຸຍາດຂອງແອັບໃຫ້ເຮົາເຫັນ ແລະບອກເຖິງການໃຊ້ງານຂອງແອັບຕ່າງໆໃນໂທລະສັບ ແລະຍັງສາມາດຄວບຄຸມການເຂົ້າເຖິງຂອງແອັບໃນ Dashboard ດັ່ງກ່າວ

ແຄັບໜ້າຈໍແບບເລື່ອນລົງມາຍາວໆໄດ້

ບາງລຸ້ນໃນໂທລະສັບກໍ່ອາດຈະມີມາໃຫ້ເລີຍ ແຕ່ວ່າລຸ້ນໃດທີ່ບໍ່ມີຟິວເຈີນີ້ບໍ່ຕ້ອງເປັນຫ່ວງ ເພາະ Andriod 12 ມີຟິວເຈີດັ່ງກ່າວມາໃຫ້ໃນໂຕເລີຍ

ໃຊ້ງານມືດຽວ One-hand Mode

ມີມືຖືຫຼາຍໆລຸ້ນທີ່ໃຊ້ກັນມາດົນແລ້ວ ເປັນຟິວເຈີທີ່ຊ່ວຍໃຫ້ໃຊ້ງານມືຖືໃຫຍ່ໆໄດ້ງ່າຍຂຶ້ນ ເມື່ອເຮົາເປີດໃຊ້ງານໂມດນີ້ ມັນຈະຫົດຂະໜາດລົງມາດ້ານລຸຸ່ມປະມານເຄິ່ງຈໍ ເຊິ່ງຈະເຮັດໃຫ້ສາມາດໃຊ້ນິ້ວໂປ້ກົດປຸ່ມຕ່າງໆໄດ້ງ່າຍກວ່າເກົ່າ

ລະບົບສັ່ນຕາມສຽງ

ເປັນລະບົບທີ່ເພີ່ມຄວາມຕື່ນເຕັ້ນໃຫ້ກັບສາຍເກມ ແລະຜູ້ທີ່ມັກເບິ່ງໜັງ ເຊິ່ງລະບົບຈະຈັບສຽງທີ່ອອກມາພ້ອມກັບເປີດເຄື່ອງສັ່ນໄປຕາມຈັງຫວະ ເຊັ່ນ: ຖ້າເຮົາຫຼິ້ນເກມຍິງປືນ ລະບົບກໍ່ຈະຈັບສຽງຂອງປືນແລ້ວສັ່ນໄປຕາມຈັງຫວະຂອງສຽງປືນ

ການຍົກເລີກການເຂົ້າເຖິງແອັບທີ່ບໍ່ໄດ້ໃຊ້ດົນ

ເປັນຟິວເຈີທີ່ຈະຊ່ວຍເຄີຍ Cache ເພື່ອເພີ່ມພື້ນທີ່ໃຫ້ຫຼາຍຂຶ້ນ ໂດຍລະບົບຈະກວດແອັບທີ່ບໍ່ໄດ້ໃຊ້ງານດົນເພື່ອປິດການອະນຸຍາດເຂົ້າເຖີິງ ໃຫ້ແບບອັດຕະໂນມັດ

Emoji ໃຫມ່ໆ

ໃນ Adroid 12 ຈະມີການເພີ່ມ Emoji ແບບໃຫມ່ໆ ເຂົ້າມາໃຫ້ພ້ອມເຖິງ 389 ແບບ

ສຳລັບຟິວເຈີໃນ Android 12 ນີ້ເປັນສ່ວນໜຶ່ງທີ່ເຮົານໍາສະເໜີໃຫ້ເຫັນເທົ່ານັ້ນ ເຊິ່ງຍັງມີຟິວເຈີໃຫມ່ໆເພີ່ມອີກຫຼາຍຫຼາຍກວ່ານີ້ໃນອະນາຄົດ

ບໍ່​ມີ​ຄໍາ​ເຫັນ

Exit mobile version