ເຮືອນ General ລ້ຽງເປັດລ້ຽງໄກ່ ກໍສາມາດສ້າງລາຍໄດ້ 100 ລ້ານກີບຕໍ່ປີ

ລ້ຽງເປັດລ້ຽງໄກ່ ກໍສາມາດສ້າງລາຍໄດ້ 100 ລ້ານກີບຕໍ່ປີ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄອບຄົວຂອງ ທ່ານ ວຽງແກ້ວ ພັນວິໄລ ແລະ ທ່ານ ຍອດແສງ ແຍນຄຳ ຢູ່ບ້ານພານ ເມືອງ ຍອດອູ ແຂວງຜົ້ງສາລີ ເປັນຄອບຄົວທີ່ຫັນມາເອົາດີກັບການລ້ຽງເປັດ ແລະ ໄກ່ພັນໄຂ່ ຍ້ອນເຫັນວ່າລາຍໄດ້ດີພໍສົມຄວນ ພຽງແຕ່ຮຽນຮູ້ເຕັກນິກເພີ່ມ ເຮັດຢ່າງມີແບບແຜນກໍ່ສາມາດເຫັນເງິນເປັນ 100 ລ້ານໄດ້.

ທ່ານ ວຽງແກ້ວ ພັນວິໄລ ໄດ້ໃຫ້ຮູ້ຕື່ມວ່າ: ຄອບຄົວຂອງເພິ່ນເອງມີສະມາຊິກທັງໝົດ 9 ຄົນ ເຊິ່ງກ່ອນທີ່ຈະຫັນມາລ້ຽງເປັດກາບໄຂ່ຂາຍນີ້ ຕົນເອງ ກໍ່ໄດ້ເຮັດຫຼາຍອາຊີບປະສົມປະສານເພື່ອສ້າງລາຍໄດ້ໃຫ້ແກ່ຄອບຄົວ ແຕ່ກໍຍັງມີລາຍໄດ້ບໍ່ພຽງພໍ, ເພິ່ນຈິ່ງໄດ້ຕັດສິນໃຈຊອກຮູ້ຮໍ່າຮຽນດ້ານເຕັກນິກໃນການລ້ຽງເປັດກາບໄຂ່ ນຳຜູ້ທີ່ເຄີຍມີປະສົບການມາ ກ່ອນ ໂດຍນຳໃຊ້ທຶນ ແລະ ແຮງງານຂອງຕົນເອງມີເຊິ່ງຕົ້ນທຶນທັງໝົດໃນການລ້ຽງເປັດກາບໄຂ່ໃນຈຳນວນ 1.030 ໂຕ ເປັນເງິນ 77.250.000 ກີບ.

ພາຍໃນໜຶ່ງເດືອນກໍ່ໄດ້ສົ່ງໄຂ່ອອກຂາຍແລ້ວ ສາມາດສ້າງລາຍຮັບໄດ້ທັງໝົດ 372 ລ້ານກີບຕໍ່ປີ ພາຍຫຼັງລົບຕົ້ນທຶນອອກກຳໄລໃນການລ້ຽງເປັດກາບໄຂ່ໄດ້ 83 ລ້ານກີບຕໍ່ປີ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄອບຄົວຂອງ ທ່ານ ຍອດແສງ ແຍນຄໍ ກໍໄດ້ຫັນມາລ້ຽງໄກ່ພັນໄຂ່ ເຊິ່ງທຳອິດເພິ່ນມີຕົ້ນທຶນທັງໝົດໃນການລ້ຽງໄກ່ພັນໄຂ່ 204.000.000 ກີບ ສາມາດສ້າງລາຍຮັບໄດ້ທັງໝົດ 240 ລ້ານກີບຕໍ່ປີ ລົບຕົ້ນທຶນອອກໄດ້ກຳໄລໃນການລ້ຽງໄກ່ພັນໄຂ່ໄດ້ 36 ລ້ານກີບຕໍ່ປີ.

ນອກຈາກການລ້ຽງໄກ່ພັນໄຂ່ແລ້ວທາງຄອບຄົວຍັງຜະລິດກະສິກຳອື່ນໆເພີ່ມເພື່ອສ້າງລາຍຮັບເຂົ້າຄອບຄົວເປັນຈຳນວນເງິນ 134 ລ້ານກີບຕໍ່ປີ, ສະເລ່ຍໃສ່ຫົວຄົນໃນຄອບຄົວໄດ້ 33 ລ້ານກີບຕໍ່ຄົນຕໍ່ປີ ຈົນສາມາດຢັ້ງຢືນເປັນຄອບຄົວພົ້ນທຸກ.​

ຂໍ້ມູນຈາກ: ເສດຖະກິດ-ການຄ້າ

ບໍ່​ມີ​ຄໍາ​ເຫັນ

Exit mobile version