ເຮືອນ Education & Sports ມຊ ແລະ ບໍລິສັດຮັບພັດທະນາລາວ ເຊັນ MOU ເພື່ອພັດທະນາລະບົບບໍລິຫານແບບອີເລັກໂຕຣນິກ

ມຊ ແລະ ບໍລິສັດຮັບພັດທະນາລາວ ເຊັນ MOU ເພື່ອພັດທະນາລະບົບບໍລິຫານແບບອີເລັກໂຕຣນິກ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະບໍລິສັດພັດທະນາລາວ ແລະທີ່ປຶກສາຈໍາກັດຜູ້ດຽວ. ຝ່າຍ ມຊ. ເຊັນ ໂດຍທ່ານ ສຈ. ປອ. ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ຝ່າຍບໍລິສັດພັດທະນາລາວ ແລະທີ່ປຶກສາຈຳກັດຜູ້ດຽວເຊັນໂດຍທ່ານ ຄະຈອນສັກ ດວງພຸດທາ ຜູ້ອໍານວຍການບໍລິສັດພັດທະນາລາວ ແລະທີ່ປຶກສາຈຳກັດຜູ້ດຽວ, ເຂົ້າຮ່ວມເປັນສັກຂີ່ພະຍານມີທ່ານ ຮອງອະທິການບໍດີ ມຊ, ບັນດາທ່ານຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຂອງທັງສອງຝ່າຍຄັ້ງນີ້, ແມ່ນເພື່ອຢືນຢັນຄວາມເຂົ້າໃຈ ແລະເປັນບ່ອນອີກໃນການເຄື່ອນໄຫວເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາລະບົບບໍລິຫານແບບອີເລັກໂຕຣນິກໃຫ້ເໜາະສົມກັບກົນໄກການບໍລິຫານຂອງມະຫາວິທະຍາໄລແຫ່ງຊາດ ແລະກ້າວໄປສູ່ການຮ່ວມມືພັດທະນາ ແລະສ້າງຜົນປະໂຫຍດຕໍ່ກັນໃນຂັ້ນຕໍ່ໄປ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ຂອບເຂດການເຊັນສັນຍາຄັ້ງນີ້ແມ່ນທັງສອງຝ່າຍຈະຮ່ວມກັນສຶກສາຄວາມເປັນໄປໄດ້ ໃນການພັດທະນາລະ ບົບບໍລິຫານແບບອີເລັກໂຕຣນິກໃຫ້ເໜາະສົມກັບກົນໄກການບໍລິຫານມະຫາວິທະຍາໄລແຫ່ງຊາດ, ຝ່າຍມະຫາວິທະຍໄລແຫ່ງຊາດຈະແຕ່ງຕັ້ງຄະນະກຳມະການ ຫຼືຕົວແທນຂອງຕົນເພື່ອໃຫ້ການຮ່ວມມືກັບຝ່າຍບໍລິສັດພັດທະນາລາວ ແລະທີ່ປຶກສາຈຳກັດຜູ້ດຽວ ໃນການສຶກສາ ແລະຈະຈັດຫາສະຖານທີ່ບ່ອນເຮັດວຽກທີ່ເໜາະສົມໃຫ້ກັບພະນັກງານຂອງຝ່າຍບໍລິສັດພັດທະນາລາວ ແລະທີ່ປຶກສາຈຳກັດຜູ້ດຽວ.່

ຄ່າໃຊ້ຈ່າຍໃນການສຶກສາ ແລະຮັບໃຊ້ວຽກທີ່ກ່ຽວຂ້ອງແມ່ນພາລະຂອງຝ່າຍບໍລິສັດພັດທະນາລາວ ແລະທີ່ປຶກ ສາຈຳກັດຜູ້ດຽວ, ພາຍຫຼັງການສຶກສາສຳເລັດແລ້ວຝ່າຍບໍລິສັດພັດທະນາລາວ ແລະທີ່ປຶກສາຈຳກັດຜູ້ດຽວ ຈະຕ້ອງເຮັດບົດສະຫຼຸບ ແລະລາຍງານຜົນການສຶກສາໃຫ້ກັບຝ່າຍ ມະຫາວິທະຍາໄລແຫ່ງຊາດ. ໄລຍະການເຊັນສັນ ຍາຄັ້ງນີ້ ໃຊ້ເວລາ 12 ເດືອນ ນັບຈາກມື້ທີ່ສອງຂອງການເຊັນສັນຍາເປັນຕົ້ນໄປ.

ທີ່ມາ: www.nuol.edu.la

ບໍ່​ມີ​ຄໍາ​ເຫັນ

Exit mobile version