ເຮືອນ General ແຂວງ​ໄຊ​ຍະ​ບູລີ ​ເປີດຕະຫລາດນັດແຮງງານ ຄັ້ງທີ I ສຳລັບຄົນຕ້ອງການມີວຽກເຮັດງານທໍາ

ແຂວງ​ໄຊ​ຍະ​ບູລີ ​ເປີດຕະຫລາດນັດແຮງງານ ຄັ້ງທີ I ສຳລັບຄົນຕ້ອງການມີວຽກເຮັດງານທໍາ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

​ແຂວງ​ໄຊ​ຍະ​ບູລີ ​ເປີດ​ຕະຫລາດນັດແຮງງານ ຄັ້ງທີ I ຂຶ້ນ​ໃນວັນ​ທີ 24 ພຶດສະພາ 2019 ຢູ່ ທະນາຄານ ພົງສະຫວັນ ເພື່ອເປັນການສ້າງໂອກາດ ໃຫ້ຜູ້ທີ່ຕ້ອງການມີວຽກເຮັດງານທໍາໄດ້ເຂົ້າເຖິງ ການຈ້າງງານ ແລະ ບັນດາ ຫົວໜ່ວຍແຮງງານ ທີ່ມີຄວາມຕ້ອງການແຮງງານ, ສາມາດຄັດເລືອກເອົາແຮງງານທີ່ມີຄວາມເໝາະສົມ ກັບຕໍາແໜ່ງງານ, ທັງເປັນການສ້າງໂອກາດໃຫ້ກໍາລັງແຮງງານທີ່ຕ້ອງການ ວຽກເຮັດງານທໍາ ແລະ ຫົວໜ່ວຍແຮງງານຕ່າງໆ ໄດ້ພົບປະ, ປຶກສາຫາລືກັນກ່ຽວກັບການຮັບສະໝັກງານ ແລະ ການພັດທະນາສີມືແຮງງານ ທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

 ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ​​​ໄດ້​ກ່າວ​ວ່າ: ການຈັດຕະຫລາດນັດແຮງງານຄັ້ງນີ້ ນອກຈາກ ເປັນການສ້າງໂອກາດ ໃຫ້ຜູ້ທີ່ຕ້ອງການມີວຽກເຮັດງານທໍາ ໄດ້ເຂົ້າເຖິງການຈ້າງງານ ແລະ ບັນດາຫົວໜ່ວຍແຮງງານ ທີ່ມີຄວາມຕ້ອງການ ແຮງງານ​ແລ້ວ ຍັງເປັນການສ້າງເງື່ອນໄຂໃຫ້ກັບຜູ້ອອກແຮງງານ ທີ່ຕ້ອງການພັດທະນາສືມືແຮງງານ ໄດ້ເຂົ້າເຖິງການສຶກສາຢູ່ບັນດາສະຖາບັນການຝຶກວິຊາຊີບ ແລະ ສູນອົບຮົມຕ່າງໆ ເພື່ອພັດທະນາຄວາມຮູ້, ຄວາມສາມາດໄປຄຽງຄູ່ກັບຄວາມຕ້ອງການ ຂອງຕະຫລາດແຮງງານ ແນໃສ່ເຮັດໃຫ້ອັດຕາການຫວ່າງງານ ແລະ ການເຄື່ອນຍ້າຍແຮງງານ ໄປຕ່າງປະເທດແບບບໍ່ຖືກຕ້ອງ ໃຫ້ລຸດລົງ ເທື່ອລະກ້າວ, ພ້ອມ​ນີ້​ ຍັງເປັນການເປີດກວ້າງດ້ານຂໍ້ມູນຂ່າວສານຕະຫລາດແຮງງານ, ເຮັດໃຫ້ກໍາລັງແຮງ ໄດ້ເຂົ້າເຖິງການມີວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາ.

ການງານຄັ້ງນີ້, ມີບໍລິສັດຈັດຫາງານ, ຫົວໜ່ວຍທຸລະກິດ ຫລື ຫົວໜ່ວຍແຮງງານ 15 ຫົວໜ່ວຍ ເພື່ອຮັບເອົາ ພະນັກງານຢູ່ກັບທີ່, ມີຫລາຍກວ່າ 20 ຕໍາແໜ່ງງານໃຫ້ເລືອກ, ເຊິ່ງມີຄວາມຕ້ອງການ ແຮງງານ 200 ກວ່າຄົນ, ພາຍຫລັງສໍາເລັດງານ​ແລ້ວ ຜູ້​ທີ່​ລົງທະບຽນສະໝັກ​ງານ ຈະ​ຖືກ​ບັນຈຸເຂົ້າເຮັດວຽກ ນໍາບັນດາຫົວໜ່ວຍແຮງງານ ຢ່າງໜ້ອຍ 100 ຄົນ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ທີ່ມາ: ສຳນັກຂ່າວສານປະເທດລາວ

ບໍ່​ມີ​ຄໍາ​ເຫັນ

Exit mobile version