ເຮືອນ Arts and Cultures ເມືອງຊົນນະບູລີ ຈັດພິທີຮັບຮອງເອົາບ້ານລໍາທວາຍ ເປັນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ

ເມືອງຊົນນະບູລີ ຈັດພິທີຮັບຮອງເອົາບ້ານລໍາທວາຍ ເປັນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ຢູ່ທີ່ບ້ານລໍາທວາຍ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດພິທີຮັບຮອງເອົາບ້ານລໍາທວາຍເປັນບ້ານໃຫຍ່ຄ້າຍຄືຕົວເມືອງໃນຊົນນະບົດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈໍາພັກແຂວງປະທານກວດກາພັກ-ລັດແຂວງ, ທ່ານ ຄໍາພັນ ຄູນສັກສີ ກໍາມະການພັກແຂວງເລ ຂາພັກເມືອງເຈົ້າເມືອງຊົນນະບູລີ, ມີຮອງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງ, ມີກໍາມະການພັກເມືອງ, ຫົວ ໜ້າຫ້ອງການ-ຄະນະຫ້ອງການ, ແຂກຖຶກເຊີນຈາກເມືອງອ້ອມຂ້າງທີ່ມີຊາຍແດນຕິດຈອດຕະຫຼອດຮອດອໍານາດການປົກຄອງພໍ່ແມ່ປະຊາຊົນບ້ານດັ່ງກ່າວເຂົ້າຮ່ວມ.

ໃນພິທີທ່ານ ສຸລິພົນ ນາຍບ້ານລາໍທວາຍ ກໍ່ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດການສ້າງບ້ານ ລໍາທວາຍ ເປັນບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ໂດຍໃຫ້ຮູ້ວ່າ:

ບ້ານ ລໍາທວາຍ ເປັນບ້ານທີ່ຂຶ້ນກັບກຸ່ມບ້ານທີ 8 ຫ່າງຈາກເທດສະບານເມືອງໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 47 ກິໂລແມັດ, ມີເນື້ອທີ່ 9,800 ເຮັກຕາ, ມີພົນລະເມືອງ 3,751 ຄົນ ຍິງ 1,867 ຄົນ, ມີ 493 ຫຼັງ ຄາ, ມີ 709 ຄອບຄົວ, ແບ່ງອອກເປັນ 16 ໜ່ວຍຄຸ້ມຄອງ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ອາຊີບຕົ້ນຕໍຂອງປະຊາຊົນສ່ວນໃຫຍ່ແມ່ນການເຮັດນາຖືເອົາການປູກພຶດ ແລະການລ້ຽງສັດເປັນສໍາຮອງ, ບ້ານ ລໍາທວາຍ ມີລະບົບການເມືອງທີ່ເຂັ້ມແຂງຮູ້ນໍາພາຮອບດ້ານ ອົງການປົກຄອງໄດ້ຮັບການປັບປຸງຕາມມະຕິ 08/ກມສພ ທີ່ເຂັ້ມແຂງ ມີການຈັດຕັ້ງແນວລາວສ້າງຊາດ, ຊາວໜຸ່ມ, ແມ່ຍິງ ມີການເຄື່ອນໄຫວຕາມສິດ ແລະພາ ລະບົດບາດຂອງຕົນເປັນຢ່າງດີ, ມີສະມາຊິກພັກທັງໝົດ 32 ສະຫາຍ ຍິງ 3 ສະຫາຍ.

ສໍາລັບວຽກງານເສດຖະ ກິດ ແລະຊີວິດການເປັນຢູ່ຂອງປະຊາຊົນພາຍໃນບ້ານ ທາງຄະນະພັກ-ອໍານາດການປົກຄອງບ້ານກໍ່ໄດ້ເອົາໃຈໃສ່ຊີ້ນໍານາພາໃນການຈັດຕັ້ງກຸ່ມການຜະລິດ, ຍົກສະມັດຕະພາບການຜະລິດໃຫ້ສູງ ແລະທັນສະໄໝຂຶ້ນ, ໂດຍມີ ການປະຕິບັດໂຄງການພັດທະນາໂຄງລ່າງ, ໂຄງການຍົກສະມັດຕະພາບຂອງການຜະລິດເຂົ້າ, ຈັດຕັ້ງກຸ່ມຊາວນາ, ໂຄງການສົ່ງເສີມການປູກພຶດລະດູແລ້ງ, ສົ່ງເສີມແນະນໍາການໃຊ້ແນວພັນເຂົ້າປັບປຸງ, ຈັດຕັ້ງກຸ່ມລ້ຽງສັດ, ປະ ຊາຊົນພາຍໃນບ້ານໄດ້ເຂົ້າເຖີງກອງທຶນພັດທະນາບ້ານ ແລະສິນເຊື່ອຂອງທະນາຄານນະໂຍບາຍຫຼາຍຂຶ້ນ, ຜ່ານການປະເມີນຕົວຈິງໃນ 12 ມາດຖານການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດເຫັນວ່າບ້ານ ລໍາທວາຍ ປະຕິບັດໄດ້ຄົບທຸກມາດຖານທີ່ກໍານົດໄວ້.

ຈາກນັ້ນ ໃນພິທີທ່ານ ທອງຄໍາ ແກ້ວອາສາ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະຫວັນນະເຂດ ວ່າດ້ວຍການຮັບຮອງເອົາບ້ານ ລໍາທວາຍເປັນບ້ານໃຫຍ່ເປັນຕົວເມືອງໃນຊົນ ນະບົດ, ຂໍ້ຕົກລົງຂອງທ່ານເຈົ້າເມືອງ ຊົນນະບູລີ ວ່າດ້ວຍການຮັບຮອງເອົາບ້ານ ນາສະໂນ ເປັນບ້ານພົ້ນທຸກ, ຂໍ້ ຕົກລົງຂອງທ່ານເຈົ້າເມືອງວ່າດ້ວຍການຮັບຮອງເອົາບ້ານພັດທະນາດ້ານສີມືແຮງງານ ແລະສະຫວັດດີການສັງ ຄົມ ຈໍານວນ 10 ບ້ານ, ຂໍ້ຕົກລົງຂອງປະທານສະຫະພັນແມ່ຍິງເມືອງ ວ່າດ້ວຍການຮັບຮອງເອົາ 19 ບ້ານ ເປັນບ້ານສະຫະພັນແມ່ຍິງ 3 ດີ, ແລະຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງ ວ່າດ້ວຍການອອກໃບຢັ້ງຢືນຮາກຖານຊາວໜຸ່ມຕົວແບບ 4 ບຸກ, ໃຫ້ກຽດມອບໃບຢັ້ງຢືນບ້ານ ລໍາທວຍເປັນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ ໂດຍທ່ານ ນາງບຸນ ເຍື້ອນ ທິດພຸດທະວົງ ປະທານກວດກາພັກ-ລັດແຂວງ ມອບໃຫ້ນາຍບ້ານລໍາທວາຍຢ່າງສົມກຽດ.

ໂອກາດດັ່ງກ່າວໃນຕອນທ້າຍຂອງພິທີບັນດາຄະນະປະທານພ້ອມດ້ວຍແຂກ ແລະທຸກພາກສ່ວນໄດ້ພ້ອມກັນເປິດປ້າຍ ແລະລັ້ນຄ້ອງ 9 ບາດ ເພື່ອຮັບຮອງເອົາບ້ານ ລໍາທວາຍເປັນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະ ບົດຢ່າງເປັນທາງການ.

ແຫຼ່ງຂໍ້ມູນ: Midia Laos

ບໍ່​ມີ​ຄໍາ​ເຫັນ

Exit mobile version