ເຮືອນ Arts and Cultures ມຊ ແລະ ສປ ຈີນ ຮ່ວມຈັດງານສະແດງສິລະປະວັດທະນະທຳຜູກສຳພັນອາຊຽນ

ມຊ ແລະ ສປ ຈີນ ຮ່ວມຈັດງານສະແດງສິລະປະວັດທະນະທຳຜູກສຳພັນອາຊຽນ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ມະຫາວິທະຍາໄລແຫ່ງຊາດຮ່ວມກັບ ອົງການປົກຄອງທ້ອງຖິ່ນເມືອງໜານໜິງ ສປ ຈີນ, ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ແລະກົມທ່ອງທ່ຽວ, ວິທະຍຸກະຈາຍສຽງ-ໂທລະພາບ ແລະວັດທະນະທຳເມືອງ​ໜານໜິງ ຈັດງານເດີນສາຍສະແດງວັດທະນະທຳຜູກສຳພັນອາຊຽນ ໂດຍສະເພາະຢູ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ.

ແມ່ນໄດ້ສະແດງໃຫ້ເຫັນຫັດຖະກຳພື້ນເມືອງຂອງຊົນເຜົ່າຈ້ວງ ແລະສະແດງສິລະປະວັດທະນະທຳຈີນ, ທີ່ສະ ໂມສອນສະຖາບັນຂົງຈື້ (ຕຶກໃໝ່) ໂດຍການເປັນປະທານຂອງທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍທ່ານຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ຜູ້ອຳ ນວຍການສູນວັດທະນະທຳຈີນ, ສະຖາບັນຂົງຈື້, ຄະນະບໍດີ ຄະນະອັກສອນສາດ, ຫົວໜ້າ-ຮອງຫົວໜ້າຫ້ອງ ການ, ພະນັກງານຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ນາງ ຍອນວິໄລ ໄຊຍະເລີດ ວ່າການຜູ້ອຳນວຍການສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ໄດ້ລາຍງານໃຫ້ຮູ້ວ່າ:

ຂໍຂອບໃຈນຳຜູ້ສະໜັບສະໜູນ

ການຈັດງານໃນຄັ້ງນີ້ ກໍເພື່ອເດີນສາຍສະແດງວັດທະນະທຳຜູກສຳພັນອາຊຽນ ໂດຍສະເພາະຢູ່ສະຖາບັນຂົງຈື້ ມະ ຫາວິທະຍາໄລແຫ່ງຊາດ ແມ່ນໄດ້ນໍາເອົາສິລະປະນໍາມາວາງສະແດງເພື່ອໃຫ້ເຫັນຫັດຖະກຳພື້ນເມືອງຂອງຊົນເຜົ່າຈ້ວງ ແລະສິລະປະວັດທະນະທຳຈີນ, ດັ່ງທີ່ຮັບຮູ້ນຳກັນແລ້ວວ່າ ລາວ-ຈີນ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ເປັນຄູ່ຮ່ວມຊາຕາກຳດຽວກັນ, ເພື່ອເຮັດໃຫ້ການຮ່ວມມືດັ່ງກ່າວ ນັບມື້ນັບເຕີມໃຫຍ່ຂະຫຍາຍຕົວ, ລົງເລິກ ແລະຍືນຍົງຕະຫຼອດໄປ.

ພ້ອມດຽວກັນນັ້ນ ຖືເປັນການລິເລີ່ມຈາກຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ຮຽນຮູ້ແລກປ່ຽນວັດທະນະ ທຳສັງຄົມຂອງ 2 ປະເທດ ລາວ-ຈີນ, ສະຖາບັນຂົງຈື້ ນັບແຕ່ມື້ສ້າງຕັ້ງ ໄດ້ມີໂອກາດຮ່ວມຈັດງານສະແດງສິລະ ປະກັບຄະນະສິລະປະທີ່ມາທຸກໆປີ.

ແຕ່ວ່າການຈັດງານຄັ້ງນີ້ ແມ່ນມີລັກສະນະອົບອຸ່ນເປັນພິເສດ ເພາະວ່າສະຖາ ບັນຂົງຈື້ ກໍປຽບເໜືອນລູກໃນບ້ານຫວ້ານໃນສວນຂອງເມືອງໜານໜິງ ແຂວງກວາງຊີ, ສະຖາບັນຂົງຈື້ ມີຄວາມຈະເລີນເຕີບໂຕໄດ້ກໍຍ້ອນໄດ້ຮັບການຮ່ວມມືຊຸກຍູ້ຊ່ວຍເຫຼືອຈາກອົງການປົກຄອງທ້ອງຖິ່ນເມືອງໜານໜິງ ຕະຫຼອດໄປ.

ສຳລັບລາຍການສະແດງໃນງານປະກອບມີ: ສາຍນໍ້າແຫ່ງມິດຕະພາບ, ລະຄອນງິ້ວ “ສະເໜ່ງິ້ວຂອງຢົງເສິ່ງ”, “ນາງຟ້າໂຮ່ຍລົງມາ”, ຫອມກຸລາບປາກເຊ-ວຽງຈັນວຽງໃຈ, ບົດຟ້ອນຊົນເຜົ່າ “ຕອນຫຼີ້ວຊາຍເຈ່ຍ”, ບົດຟ້ອນອວຍພອນ (ຟ້ອນລາວ) ແລະລະຄອນງິ້ວ “ພະສະໜົມເອກຂອງລາດຊະວົງຖັງ ຢາງກຸຍເຟ່”.

ນອກຈາກນັ້ນ , ພາຍໃນງານຍັງໄດ້ມອບທຶນການສຶກສາຈຳນວນໜຶ່ງໃຫ້ນັກສຶກສາທີ່ກຳລັງຮຽນຢູ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດເພື່ອເປັນກຳລັງໃຈ ແລະເປັນການຊຸກຍູ້ຊ່ວຍເຫຼືອນັກສຶກສາຜູ້ທີ່ຮຽນເກັ່ງ, ມີພອນສະຫວັນໃນແຕ່ລະດ້ານ ໄດ້ສືບຕໍ່ຮໍ່າຮຽນ ເອົາໄປໜູນໃຊ້ເຂົ້າໃນຊີວິດປະຈຳວັນ.

ແຫຼ່ງຂໍ້ມູນ: ມະຫາວິທະຍາໄລແຫ່ງຊາດ

ບໍ່​ມີ​ຄໍາ​ເຫັນ

Exit mobile version