ເຮືອນ Education & Sports ມາເບິ່ງ! ວິທີຈຳກັດເວລາ ໃນການໃຊ້ໜ້າຈໍໂທລະສັບຂອງລູກຫຼານໃນ Android

ມາເບິ່ງ! ວິທີຈຳກັດເວລາ ໃນການໃຊ້ໜ້າຈໍໂທລະສັບຂອງລູກຫຼານໃນ Android

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ການທີ່ລູກ ແລະຫຼານຂອງທ່ານໃຊ້ເວລາໄປກັບໂທລະສັບເປັນເວລາດົນ ອາດຈະເຮັດໃຫ້ຜູ້ປົກຄອງກັງວົນກ່ຽວກັບເລື່ອງນີ້ ເພາະຖ້າຫາກຫລິ້ນຫຼາຍອາດຈະບໍ່ດີຕໍ່ສາຍຕາ ຫຼືສຸຂະພາບໄດ້, ແຕ່ຖ້າຫາກລູກຫຼານຂອງທ່ານໃຊ້ອຸປະກອນ Android ທ່ານກໍ່ຈະມີວິທີທີ່ສາມາດຈຳກັດເວລາຂອງໜ້າຈໍໂທລະສັບຂອງລູກຂອງຫຼານທ່ານໄດ້

ປັດຈຸບັນ ບັນດາເດັກໆມັກຈະໃຊ້ເວລາໄປກັບການຢູ່ຕໍ່ໜ້າໂທລະສັບ ຫຼາຍກວ່າຫຼິ້ນນຳຄອບຄົວ ເຊິ່ງມື້ນີ້ເຮົາຈະມາແນະນຳວິທີທີ່ຈະສາມາດຈຳກັດເວລາໃນການໃຊ້ງານໜ້າຈໍໂທລະສັບ Android ຂອງລູກໆ ຫຼານໆທ່ານ ດ້ວຍ Google Family Link

ຂັ້ນຕອນທຳອິດແມ່ນໃຫ້ເປີດແອັບ “Family Link” ທັງໃນໂທລະສັບຂອງທ່ານ ແລະລູກຫຼານຂອງທ່ານ ເພື່ອທີ່ຈະສາມາດເຊື່ອມຕໍ່ກັນໄດ້

ຂໍຂອບໃຈນຳຜູ້ສະໜັບສະໜູນ

ຈາກນັ້ນໃຫ້ຊອກຫາເວລາໜ້າຈໍ “Screen Time” ແລ້ວຕັ້ງຄ່າ

ຫຼັງຈາກເຂົ້າມາແລ້ວກໍ່ຈະມີສອງແທັບໃຫ້ເລືອກ “Daily limit” ແລະ “Bedtime” ເຂິ່ງເຮົາຈະເລືອກຂີດຈຳກັັດເປັນລາຍວັນ “Daily limit” ເພື່ອກຳນົດວ່າເວລາໃນການໃຊ້ງານໜ້າຈໍຂອງແຕ່ລະມື້

ແລະຖ້າຫາກຈະເລືອກບໍ່ຈຳກັດເວລາໜ້າຈໍ ແຕ່ໄປຈຳກັດເວລາໃນການໃຊ້ງານໂທລະສັບມືຖືກໍ່ໃຫ້ເລືອກ “Bedtime” ພຽງແຕ່ປັບເວລາ ແລະກົດສະລັບສະວິດ

ແລ້ວກົດບັນທຶກ “Save”

ງ່າຍໆເທົ່ານີ້ ກໍ່ສາມາດເບິ່ງເວລາໃນການໃຊ້ງານໜ້າຈໍຂອງໂທລະສັບລູກໆ ຫຼານໆຂອງທ່ານໄດ້ແລ້ວໃນ Google Family Link ແລະຍັງສາມາດໃຊ້ກຳນົດເວລານອນໃຫ້ງ່ານຂຶ້ນອີກດ້ວຍ

ເຖິງຢ່າງໃດກໍ່ຕາມແອັບນີ້ໄດ້ພັດທະນາໃຫ້ໃຊ້ງານກັບເດັກທີ່ມີອາຍຸຕໍ່າກ່ວາເກີນ ເຊິ່ງໃນແຕ່ລະປະເທດກໍ່ມີເກນອາຍຸ ແລະຂໍ້ກຳນົດທີ່ແຕກຕ່າງກັນໄປ

ບໍ່​ມີ​ຄໍາ​ເຫັນ

Exit mobile version