ເຮືອນ Arts and Cultures “ພຣະທາດສາມປາງ” ສັນຍາລັກຂອງ ເມືອງສຸຂຸມມາ ເເຂວງຈຳປາສັກ

“ພຣະທາດສາມປາງ” ສັນຍາລັກຂອງ ເມືອງສຸຂຸມມາ ເເຂວງຈຳປາສັກ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

“ອູ່ເຂົ້າລົ້ນສາງ ພະທາດສາມປາງ ເສັ້ນທາງບູຮານ ພະລານຈຳປາ ພະລານສອງສີ ປ່າໄມ້ຂຽວກະຈີ ສີລາອີ່ເກີ້ງ” ແມ່ນຄຳຂວັນຂອງພຣະທາດສາມປາງ ແລະ ພຣະທາດສາມປາງ ຍັງຖືເປັນພຣະທາດທີ່ງົດງາມ ແລະ ເກົ່າແກ່ໃນເມືອງສຸຂຸມມາອີກດ້ວຍ.

ພຣະທາດສາມປາງ ສ້າງຂຶ້ນໃນຍຸກດຽວກັບ ວັດພູຈຳປາສັກ, ສ້າງດ້ວຍຫີນໃນສະໄໝຂອງຄົນຂອມ ໃນສະໄໝຂອງ ສາສະໜາພຸດເຖລະວາດເຂົ້າມາ ພະທາດສາມປາງ ກໍໄດ້ປ່ຽນຈາກສາສະໜາພາມ ມາເປັນພຸດທະສາສະໜາ.

ພາຍໃນພຣະທາດ ຍັງມີພຣະພຸດທະຮູບຕ່າງໆ ທີນຳມາປະດິດສະຖານໄວ້ ເພື່ອເປັນທີ່ກາບໄຫວ້ ຂອງຄົນໃນທ້ອງຖິ່ນອີກດ້ວຍ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ໃນສະໄໝກ່ອນ ທຸກຍາມສິນເພັງ ຈະເຫັນລູກເເກ້ວສີຂຽວຫຸ່ງສະຫວ່າງສະໄຫວ ລອຍໄປລອຍມາ ໃນພຣະທາດສາມປາງ ຄົນທີ່ເດີນທາງມາຂໍພອນ ທັງເລື່ອງການຮຽນ ເເລະ ທຸລະກິດຕ່າງໆ ຖືວ່າສຳເລັດເກືອບທຸກຄົນ ຄົນທີ່ບໍ່ໄດ້ລູກມາຫຼາຍປີ ມາຂໍລູກຢູ່ພະທາດສາມປາງກໍສົມຫວັງ, ຜູ້ເຖົ້າຜູ້ເເກ່ ເຄີຍເວົ້າເປັນສຽງດຽວກັນວ່າ ໃນສະໄໝຝຣັ່ງມາປົກຄອງດິນເເດນລາວ ໄດ້ມີການຖີ້ມລະເບີດລົງມາໃນບ້ານ ລະເບີດທຸກຫນ່ວຍ ທີ່ຕົກລົງມາ ໃນບ້ານທາດສາມປາງ ເເມ່ນບໍ່ເເຕກຈັກໜ່ວຍ ເເຕ່ຖ້າໜ່ວຍໃດຕົກລົງໃນເຂດນອກບ້ານເເມ່ນຈະເເຕກ.

ເຊິ່ງໄລຍະທາງ ຈາກວັດພູຈຳປາສັກ ຫາພະທາດສາມປາງເເມ່ນ 20km ການເດີນທາງເເມ່ນສະດວກສະບາຍ.

ບໍ່​ມີ​ຄໍາ​ເຫັນ

Exit mobile version