Tag: ຄວາມເຊື່ອດັ້ງເດີມ

ຄວາມເຊື່ອດັ້ງເດີມຂອງຊົນເຜົ່າລາວ-ໄຕ ໃນ​ສະ​ໄໝ​ບູ​ຮານ 3000-4000 ປີ​ກ່ອນ

ຄວາມເຊື່ອດັ່ງເດີມຄື ຄວາມເຊື່ອທີ່ປາກົດໃນສັງຄົມປະຊາຊົນລາວ ກ່ອນໄດ້ຮັບອິດທິພົນພຸດທະສາສະຫນາເຂົ້າມາໃນອານາຈັກລາວລ້ານຊ້າງ. ເຊິ່ງສ່ວນໃຫຍ່ມະນຸດມີຄວາມເຊື່ອເຫຼົ່ານີ້ ກໍເພື່ອແກ້ເຫດແຫ່ງຄວາມກົວ ທີ່ມະນຸດຕ້ອງປະສົບກັບໄພທໍາມະຊາດ. ດັ່ງນັ້ນ, ເກີດຄວາມເຊື່ອຂຶ້ນມາເພື່ອປົກປ້ອງ ຕົນເອງໃຫ້ພົ້ນຈາກໄພທໍາມະຊາດ, ເປັນຄວາມເຊື່ອຜູກພັນກ່ຽວກັບຜີສາງເທວະດາ ແລະ ສິ່ງສັກສິດຕ່າງໆ. ຄວາມເຊື່ອກ່ຽວກັບຜີວິນຍານໃນສັງຄົມລາວມາແຕ່ດັ້ງເດີມ ແລະ ໃຫ້ຄວາມສໍາຄັນຕໍ່ວິຖີຊີວິດເຊັ່ນ: ການຍຶດຫມັ້ນໃນຄະຕິຂອງບັນພະບູລຸດ, ຂະນົບທໍານຽມປະເພນີ, ເຊື່ອຖືໃນສິ່ງທີ່ສັກສິດ, ໂຊກລາງຂອງຂັງ. ລັກສະນະຄວາມເຊື່ອຢ່າງຝັງແຫນ້ນໃນເລື່ອງຜີສາງເທວະດາ ແລະສິ່ງສັກ​ສິດຕ່າງໆ ອັນເປັນແນວຄວາມເຊື່ອດັ້ງເດີມຂອງສັງຄົມລາວ, ດັ່ງປາກົດໃນວັນນະກໍຂຸນບູລົມ ຄືທຸກຢ່າງເກີດການບັນດານຂອງເທບໃນຄວາມນເຂົ້າໃຈວ່າ ເທບ ຫຼື...