Tag: ວັນສື່້ມວນຊົນ

ຍ້ອນຄວາມມັກໃນວຽກງານສື່ ຈຶ່ງເລືອກຮຽນ “ສື່ສານມວນຊົນ”

ວຽກງານສື່ມວນຊົນ ກໍເປັນອີກໜຶ່ງອາຊີບ ທີ່ມີຄວາມໝາຍ ຄວາມສໍາຄັນຂອງຊາດລາວ ເຊິ່ງເຮັດໜ້າທີ່ເປັນກະບອກສຽງຮັບໃຊ້ສັງຄົມ ແລະ ຊ່ວຍສ້າງສາ ພັດທະນາປະເທດຊາດ ຕັ້ງແຕ່ອາດີດຈົນເຖິງປັດຈຸບັນ. ແລະ ເນື່ອງໃນໂອກາດ ຄົບຮອບ 72 ປີ ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ (13 ສິງຫາ 1950 – 13 ສິງຫາ 2022) ອິນໄຊລາວ ໄດ້ມີໂອກາດສອບຖາມນ້ອງໆນັກສຶກສາທີ່ຮຽນສາຍ “ສື່ສານມວນຊົນ” ວ່າເປັນຫຍັງເຂົາເຈົ້າຈຶ່ງເລືອກຮຽນສາຍນີ້.