Tag: ເມືອງຫາດຊາຍຟອງ

ວັດປ່າເລໄລ ສີວິໄລ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ

ດິນແດນສະຖານຂອງວັດປ່າເລໄລ ແລະບ້ານຊາຍຟອງເໜືອ ເວົ້າລວມກໍ່ຄືຂົງເຂດແຖວນີ້ ແມ່ນເປັນເມືອງເກົ່າແກ່ບູຮານ ເປັນບ້ານເປັນເມືອງທີ່ຈະເຣີນຮຸ່ງເຮືອງມາແຕ່ອະດິດ ເພາະຂົງເຂດນີ້ ໄດ້ຮັບເອົາແນວຄິດຄວາມເຊື່ອຖື ແລະສິລະປະຂະເໜນແບບບາຢອງ ແລະພຣະພຸດທະສາສະໜາມີອິດທິພົນແລະຈະເຣີນຮຸ່ງເຮືອງ ໃນຍຸກຂອງພຣະເຈົ້າໄຊຍະວໍຣະມັນທີ 7 ເພາະໃນຍຸກສະໄໝຂອງພຣະອົງ ເພິ່ນຈະເປັນຜູ້ທີ່ປ່ຽນແປງຄວາມເຊື່ອຈາກສາສະໜາພຣາມ ຫັນຫນ້າມາສູ່ພຣະພຸດທະສາສະໜາ