Tag: ຜູ້ນຳ

ຢາກເປັນຜູ້ນຳຕ້ອງຮູ້! ຄຸນສົມບັດຂອງຜູ້ນໍາທີ່ດີ ທີ່ສາມາດຄອງໃຈລູກນ້ອງໄດ້!

ຖ້າຢາກເປັນຜູ້ນໍາທີ່ເກັ່ງຕ້ອງມີຄຸນສົມບັດ ຫຼືທັກສະຢ່າງໜ້ອຍສິບຂໍ້ດັ່ງຕໍ່ໄປນີ້: 1.  ການສື່ສານ, ຜູ້ນໍາຕ້ອງສາມາດສື່ສານກັບລູກນ້ອງໄດ້ງ່າຍ ບໍ່ວ່າຈະເປັນການສື່ສານໃນກໍລະນີໃດໆ. ການຍອມຮັບຟັງບັນຫາແລະ ການອະທິບາຍບັນຫາໃຫ້ໄດ້ໃນທຸກເລຶ່ອງ.  2.  ສິ່ງບັນດານໃຈ, ຜູ້ນໍາຈໍາເປັນຕ້ອງມີທັກສະໃນການ ຈູງແຮງບັນດານໃຈລູກນ້ອງໃຫ້ກະຕືລືລົ້ນ, ໃຫ້ມີຄວາມຮັກໃນໜ້າທີ່, ມີຄວາມຮັບຜິດຊອບຕໍ່ໜ້າທີ່ ແລະສ້າງສິ່ງດົນບັນດານໃຈໃຫ້ກັບລູກນ້ອງ ເພື່ອພັດທະນາກ້າວໜ້າໄປເລື່ອຍໆ.  3. ການກະຈາຍພາລະ, ຜູ້ນໍາຕ້ອງຮູ້ຈັກໃຊ້ລູກນ້ອງໃຫ້ເປັນປະໂຫຍດ. ຝຶກຝົນລູກນ້ອງໃຫ້ມີທັກສະ ແລະມອບໝາຍວຽກໃຫ້ເຂົາເຮັດຕາມທັກສະທີ່ເຂົາມີ. ການກະຈາຍວຽກງານ ແລະໜ້າທີ່ໃຫ້ກັບທຸກຂະແໜງການໃຫ້ປະຕິບັດຕາມໜ້າທີຕົນເອງຢ່າງເຕັມເໝັດເຕັມໜ່ວຍຖືວ່າ...