Tag: ເມືອງທ່າແຂກ

ປະຫວັດ “ ເມືອງທ່າແຂກ ” ດິນແດນເລິກລັບທີ່ໜ້າຄົ້ນຫາ ແລະ ໜ້າໄປທ່ອງທ່ຽວ

ເມືອງທ່າແຂກ ເປັນເມືອງສູນກາງ (ເມືອງເອກ) ຂອງແຂວງຄຳມ່ວນ, ເປັນເມືອງທີ່ມີຄວາມສຳຄັນທາງດ້ານປະຫວັດສາດລາວມາແຕ່ດົນນານ. ໃນອະດີດປະມານສະຕະວັດທີ 5 ເຄີຍເປັນສ່ວນໜຶ່ງຂອງອານາຈັກຟູນັນ (ພະນົມ) ແລະ ອານາຈັກຈັນລາ ໂດຍມີເມືອງຫຼວງຊື່ວ່າ: “ ສີໂຄດຕະບູນ ” ຫຼື “ ສີໂຄດຕະບອງ ”.